ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ອະ​ນຸ​ລັກ​ນິ​ຍົມ ຊະ​ນະ ນາ​ຍົກ ຊີ​ປຣັ​ສ ໃນ​ຕົ້ນ​ການ​ເລືອກ​ຕັ້ງ​ຂອງ ກ​ຣີ​ສ


ຜູ້​ນຳພັກ​ອະ​ນຸ​ລັກ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ​ໃໝ່ ທ່ານ ມິດ​ໂຊ​ຕາ​ກິ​ສ ກ່າວ​ຄຳ​ປາ​ໄສ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນ ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ ກ່ອນ​ການ​ເລືອກ​ຕັ້ງ ໃນ​ນະ​ຄອນຫຼວງ ເອ​ເທັນ, ປະ​ເທດ ກ​ຣີ​ສ.
ຜູ້​ນຳພັກ​ອະ​ນຸ​ລັກ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ​ໃໝ່ ທ່ານ ມິດ​ໂຊ​ຕາ​ກິ​ສ ກ່າວ​ຄຳ​ປາ​ໄສ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນ ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ ກ່ອນ​ການ​ເລືອກ​ຕັ້ງ ໃນ​ນະ​ຄອນຫຼວງ ເອ​ເທັນ, ປະ​ເທດ ກ​ຣີ​ສ.

ທ່ານກີຣາຍໂຄສ ມິດໂຊຕາກິສ ຜູ້ນຳພັກອະນຸລັກນິຍົມຝ່າຍຄ້ານຂອງກຣິສ ໄດ້ຮັບໄຊ
ຊະນະຢ່າງຖ້ວມລົ້ນ ລື່ນຄູ່ແຂ່ງ ນາຍົກລັດຖະມົນຕີ ອາແລັກຊິສ ຊີປຣັສ ທີ່ນິຍົມຝ່າຍ
ຊ້າຍ ໃນການເລືອກຕັ້ງສະພາແຫ່ງຊາດໃນວັນອາທິດວານນີ້ ແລະມີກຳນົດຈະເຂົ້າ
ຮັບຕຳແໜ່ງ ໃນວັນຈັນມື້ນີ້ ຢູ່ໃນນະຄອນຫຼວງເອເທັນ.

ໂດຍທີ່ຄະແນນສຽງຫຼາຍກວ່າ 90 ເປີເຊັນ ໄດ້ຖືກນັບໄປແລ້ວ ພັກປະຊາທິປະໄຕໃໝ່
ຂອງທ່ານມິດໂຊຕາກິສ ໄດ້ຮັບຄະແນນສຽງ 39.8 ເປີເຊັນ ໃນຂະນະທີ່ ພັກຊີຣີຊາ
(Syriza) ຂອງທ່ານຊີປຣັສ ໄດ້ຮັບ 31.6 ເປີເຊັນ.

ທ່ານຊີປຣັສ ອາຍຸ 44 ປີ ໄດ້ຖືກປະຕິເສດ ບໍ່ໃຫ້ເປັນຜູ້ນຳຂອງກຣິສ ຫຼັງຈາກທີ່ໄດ້ດຳ
ລົງຕຳແໜ່ງມາໄດ້ 4 ປີ ກໍໄດ້ຍອມຮັບຄວາມປະລາໄຊ ແລະໄດ້ໂທລະສັບໄປສະແດງ
ຄວາມຍິນດີ ຕໍ່ ທ່ານມິດໂຊຕາກິສ ອາຍຸ 51 ປີ ທີ່ນຳໄຊຊະນະຂອງທ່ານນັ້ນ.

“ຂ້າພະເຈົ້າ ຂໍຮ້ອງໃຫ້ມອບອໍານາດທີ່ໜັກແໜ້ນເພື່ອປ່ຽນແປງກຣິສ. ພວກເຈົ້າກໍໄດ້
ມອບມັນໃຫ້ຢ່າງຫຼວງຫຼາຍ” ທ່ານມິດໂຊຕາກິສ ໄດ້ກ່າວໄປ ໃນຄຳປາໄສຂອງໄຊຊະ
ນະ. ທ່ານເວົ້າອີກວ່າ “ຈາກມື້ນີ້ໄປ ມັນຈະຫຍຸ້ງຍາກ ແຕ່ກໍເປັນການຕໍ່ສູ້ທີ່ງົດງາມ ຈະ
ເລີ້ມຂຶ້ນ...ຊາວກຣິສ ຄວນໄດ້ຮັບສິ່ງທີ່ດີກວ່າເກົ່າ ແລະເວລາກໍໄດ້ມາເຖິງແລ້ວ ທີ່
ພວກເຮົາຈະຕ້ອງໄດ້ພິສູດມັນໃຫ້ໄດ້.”

ທ່ານມິດໂຊຕາກິສ ຮຽນຈົບມາຈາກມະຫາວິທະຍາໄລ ຮາວອດ (Harvard) ໃນ ສະ
ຫະລັດ ຈະໄດ້ມີບ່ອນນັ່ງໃນສະພາ 158 ບ່ອນ ທີ່ເປັນສຽງສ່ວນຫຼາຍ ໃນຈຳນວນບ່ອນ
ນັ່ງໃນສະພາຂອງກຣິສ 300 ບ່ອນນັ່ງ.

ທ່ານເປັນລູກຊາຍຂອງອະດີດນາຍົກລັດຖະມົນຕີ ທ່ານຄອນສຕັນຕີໂນສ ມິດໂຊຕາ
ກິສ ເປັນອ້າຍຂອງອະດີດ ລັດຖະມົນຕີວ່າການຕ່າງປະເທດ ທ່ານນາງເຕຍດໍຣາ ຊື່
ຫຼິ້ນເອີ້ນວ່າ “ດໍຣາ” ບາໂກຢານີ ແລະເປັນນ້າບ່າວຂອງຜູ້ປົກຄອງນະຄອນເອເທັນ ຜູ້
ທີ່ຫາກໍໄດ້ຖືກເລືອກມາໃໝ່ໆ.

ທ່ານມິດໂຊຕາກິສ ໄດ້ປະຕິຍານວ່າ ຈະສ້າງວຽກເຮັດງານທຳ ທີ່ “ດີກວ່າເກົ່າ” ໂດຍ
ຜ່ານການລົງທຶນຂອງຕ່າງປະເທດ ການຕັດພາສີ ແລະການຮື້ຖອນກຳແພງກັ້ນທັງ
ຫຼາຍ ເພື່ອການເຮັດທຸລະກິດ.

ສ່ວນທ່ານຊີປຣັສ ກໍໄດ້ຈັດການເລືອກຕັ້ງ 3 ເດືອນກ່ອນກຳນົດ ຫຼັງຈາກທີ່ພັກຊີຣີຊາ
ຂອງທ່ານ ໄດ້ປະສົບກັບຄວາມປະລາໄຊຢ່າງໜັກ ຢູ່ໃນສະຫະພາບຢູໂຣບ ແລະ
ການເລືອກຕັ້ງໃນເຂດທ້ອງຖິ່ນ ເມື່ອເດືອນພຶດສະພາ ແລະ ຕົ້ນເດືອນມິຖຸນາ.

ກຣິສ ພຽງຫາກໍເລີ້ມຕົ້ນທີ່ຈະຟື້ນຟູ ຈາກວິກິດການທາງດ້ານການເງິນຂະໜາດໃຫຍ່
ຊຶ່ງປະກອບດ້ວຍ ລະດັບການວ່າງງານ ແລະລະດັບຄວາມທຸກຍາກທີ່ສູງຂຶ້ນນັບມື້.
ປະເທດດັ່ງກ່າວ ໄດ້ຖືກກົດດັນໃຫ້ຍອມຮັບເອົາ ມາດຕະການ ຊ່ອຍເຫຼືອຫຼາຍຕື້ໂດ
ລາ ຈາກອົງການກອງທຶນສາກົນ ຫຼື IMF ຈາກບັນດາປະເທດໃນເຂດຢູໂຣບອື່ນ
ແລະຈາກທະນາຄານກາງຂອງຢູໂຣບ ທີ່ກຳນົດໃຫ້ຕັດການໃຊ້ຈ່າຍລົງຢ່າງຫຼວງຫຼາຍ
ແລະໃຫ້ປະຕິຮູບພາກສ່ວນອື່ນໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG