ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມອະນຸລັກທໍາມະຊາດ ວ່າ ບໍລິສັດ ຊ. ການຊ່າງ ຝ່າຝືນຂໍ້ຕົກລົງ ຂອງ MRC


ເຄືອຂ່າຍປະຊາຊົນໄທ ໂຮມຊຸມນຸມ ຢູ່ຕໍ່ໜ້າສະຖານທູດລາວ ປະຈຳປະເທດໄທ ເພື່ອຄັດຄ້ານການກໍ່ສ້າງ
ເຂື່ອນໄຊຍະບູລີ ໃນເດືອນ ເມສາ, 2011
ເຄືອຂ່າຍປະຊາຊົນໄທ ໂຮມຊຸມນຸມ ຢູ່ຕໍ່ໜ້າສະຖານທູດລາວ ປະຈຳປະເທດໄທ ເພື່ອຄັດຄ້ານການກໍ່ສ້າງ ເຂື່ອນໄຊຍະບູລີ ໃນເດືອນ ເມສາ, 2011

ກຸ່ມອົງການອະນຸລັກຊັບພະຍາກອນທໍາມະຊາດ ລະບຸວ່າ ບໍລິສັດເອກກະຊົນໄທກໍາລັງຝ່າຝືນ ຂໍ້ຕົກລົງຂອງຄະນະກໍາມາທິການແມ່ນໍ້າຂອງ ດ້ວຍການເດີນໜ້າກໍ່ສ້າງເຂື່ອນໄຊຍະບູລີ ເທິງ ແມ່ນໍ້າຂອງໃນລາວ.

ກຸ່ມເຄືອຂ່າຍອະນຸລັກແມ່ນໍ້າສາກົນ ແລະໃນປະເທດໄທ ໄດ້ສະເໜີລາຍງານໃນທ້າຍເດືອນ
ມິຖຸນານີ້ວ່າ ກຸ່ມບໍລິສັດ ຊ.ການຊ່າງ ແຫ່ງປະເທດໄທ ຊຶ່ງເປັນກຸ່ມລົງທຶນໃນການກໍ່ສ້າງເຂື່ອນ
ໄຊຍະບຸລີເທິງແນວແມ່ນໍ້າຂອງ ໃນເຂດປະເທດລາວນັ້ນ ຍັງຄົງຝ່າຝືນຂໍ້ຕົກລົງວ່າດ້ວຍການ
ໃຊ້ປະໂຫຍດຈາກແມ່ນໍ້າຂອງ ທີ່ເປັນການຕົກລົງຮ່ວມກັນລະຫວ່າງລັດຖະບານລາວ, ໄທ,
ກໍາປູເຈຍ, ແລະຫວຽດນາມ ທີ່ເອີ່ນວ່າຄະນະກໍາມະທິການແມ່ນໍ້າຂອງ (MRC) ດ້ວຍການ
ດໍາເນີນງານໃນໂຄງການ ເລື້ອຍມາຈົນເຖິງປັດຈຸບັນນີ້.

ເຄືອຂ່າຍອະນຸລັກແມ່ນໍ້າສາກົນ ແລະໃນປະເທດໄທ ໄດ້ອ້າງເຖິງຂໍ້ມູນທີ່ໄດ້ຈາກການເດີນ
ທາງໄປສໍາຫຼວດ ໃນເຂດທີ່ຕັ້ງຂອງໂຄງການໃນລາວ ເມື່ອອາທິດທີ່ຜ່ານມາວ່າ ກຸ່ມຜູ້ລົງ
ທຶນໄດ້ຂຸດ ແລະຂະຫຍາຍຮ່ອງນໍ້າໃນເຂດທີ່ຕັ້ງຂອງໂຄງການໃຫ້ເລິກ ແລະກ້ວາງຂຶ້ນ ທັງ
ຍັງໄດ້ທໍາການກໍ່ສ້າງກໍາແພງເປັນຊີມັງຂະໜາດໃຫຍ່ ແລະສູງເພື່ອລ້ອມຮອບເຂດທີ່ຕັ້ງຂອງ
ໂຄງການອີກດ້ວຍ ໃນຂະນະທີ່ປະຊາຊົນລາວທີ່ບ້ານຫ້ວຍສຸ້ຍ ກໍຖືກຍົກຍ້າຍໄປຢູ່ເຂດຈັດ
ສັນໃໝ່ ນັບແຕ່ເດືອນມັງກອນເປັນຕົ້ນມາແລ້ວ ສ່ວນທີ່ເຫຼືອອີກ 14 ບ້ານ ກໍກໍາລັງກຽມ
ການທີ່ຈະຍົກຍ້າຍໃນໄລຍະຕໍ່ໄປ.

ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ທີ່ກຸ່ມອະນຸລັກທໍາມະຊາດເວົ້າວ່າ ນັກລົງທຶນໄທໄດ້ລົງມືກໍ່ສ້າງເລື້ອຍມາ
ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ທີ່ກຸ່ມອະນຸລັກທໍາມະຊາດເວົ້າວ່າ ນັກລົງທຶນໄທໄດ້ລົງມືກໍ່ສ້າງເລື້ອຍມາ

ຊຶ່ງຈາກການດໍາເນີນງານ
ທັງໝົດນີ້ ກຸ່ມອານຸລັກ
ແມ່ນໍ້າສາກົນໄດ້ລະບຸວ່າ
ນອກຈາກຈະເປັນການ
ຂັດແຍ້ງກັບຖະແຫຼງການ
ກ່ອນໜ້ານີ້ຂອງກຸ່ມບໍລິສັດ
ຊ.ການຊ່າງ ທີ່ຢືນຢັນວ່າ
ບໍ່ໄດ້ດໍາເນີນງານອື່ນໃດ
ທີ່ເກີນວ່າການກຽມການ ໃນຂັ້ນເບື້ອງຕົ້ນເທົ່ານັ້ນ
ແລ້ວກໍ່ຍັງເປັນການຝ່າ
ຝືນຕໍ່ເຈດນາລົມຂອງລັດ
ຖະບານລາວ ທີ່ໄດ້ປະກາດເລື່ອນແຜນການກໍ່ສ້າງອອກໄປ ຈົນກວ່າວ່າຈະໄດ້ຮັບຄວາມ
ເຫັນຊອບຈາກປະເທດພາຄີໃນ MRC ຮ່ວມກັນເສຍກ່ອນ ອີກດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ
ແລະບໍ່ແຮ່ຂອງລາວ ກໍ​ໄດ້ໃຫ້ການຢືນຢັນກ່ອນໜ້ານີ້ວ່າ ທາງການລາວໄດ້ປະຕິບັດເງື່ອນໄຂ ຕາມຂໍ້ຕົກລົງວ່າດ້ວຍການໃຊ້ປະໂຫຍດຈາກແມ່ນໍ້າຂອງຢ່າງ​ຄົບ​ຖ້ວນ​ແລ້ວ ຊຶ່ງກໍຄື ການປຶກ ສາຫາລືຮ່ວມກັບປະເທດພາຄີໃນ MRC ເປັນເວລາບໍ່ໜ້ອຍກວ່າ 6 ເດືອນກ່ອນຈະລົງມືກໍ່ສ້າງ
ເຂື່ອນໄຊຍະບູລີ ​ແລະທາງການລາວກໍໄດ້ປະຕິບັດຕາມເງື່ອນໄຂດັ່ງກ່າວ ນັບຕັ້ງແຕ່ເດືອນເມ
ສາ 2011 ເປັນຕົ້ນມາແລ້ວ ຫາກແຕ່ດ້ວຍເຫດວ່າ ປະເທດພາຄີໃນ MRC ດ້ວຍກັນ ຍັງຄົງມີ
ຄວາມກັງວົນໃຈກ່ຽວກັບບັນຫາຜົນກະທົບ ທີ່ຈະເກີດຂຶ້ນຈາກການກໍ່ສ້າງເຂື່ອນໄຊຍະບູລີ ເທິງລໍາແມ່ນໍ້າຂອງດັ່ງກ່າວ ສະນັ້ນທາງການລາວ ຈຶ່ງໄດ້ວ່າຈ້າງຊ່ຽວຊານຕ່າງປະເທດ ໃຫ້ທໍາ ການສຶກສາປ້ອງກັນຜົນກະທົບດັ່ງກ່າວຢ່າງຮອບດ້ານ ບົນພື້ນຖານຂອງການດໍາເນີນງານໃນ
ທຸກຂັ້ນຕອນຢ່າງໂປ່ງໃສ ​ແລະ​ເຖິງແມ່ນວ່າ ຈະຕ້ອງ​ໃຊ້ເງິນລົງທຶນເພີ່ມຂຶ້ນກໍ​ຕາມ ​ແຕ່​ກຸ່ມ​ພັດ
ທະນາ ກໍ​ພ້ອມ​ທີ່​ຈະ​ປະຕິ​ບັດ​ຕາມ ດັ່ງ​ທີ່​ທ່ານ ວິລະ​ພົນ ​ໄດ້ຢືນຢັນ​ວ່າ:

ທ່ານວີລະພົນ ວີລະວົງ (ຜູ້ກ່າວຄໍາເຫັນ) ລັດຖະມົນຕີຊ່ວຍວ່າ ການກະຊວງພະລັງງານ ແລະບໍ່ແຮ່ຂອງລາວ
ທ່ານວີລະພົນ ວີລະວົງ (ຜູ້ກ່າວຄໍາເຫັນ) ລັດຖະມົນຕີຊ່ວຍວ່າ ການກະຊວງພະລັງງານ ແລະບໍ່ແຮ່ຂອງລາວ

“ລັດຖະບານລາວກໍ່ໄດ້ຖາມ
ບໍລິສັດຜູ້ທີ່ຈະພັດທະນາວ່າ
ຍິນດີເຮັດນໍາບໍ່ ເຂົາກະວ່າ

ຍິນດີເຮັດນໍາຫັ້ນແລ້ວ ເພາະ
ວ່າໃນໄລຍະຍາວແລ້ວ ມັນ
ກະສິດີສໍາລັບໝົດທຸກຝ່າຍ
ຖືວ່າມັນເປັນເຂື່ອນທີ່ວ່າບໍ່ມີ
ຜົນກະທົບຫຍັງໝົດ ແຕ່ວ່າ
ມັນມີ
Cost ເພີ່ມຂຶ້ນ. ອັນ
ນີ້ຍັງສິໄດ້ລົມກັນໃນລາຍ
ລະອຽດເພີ້ມຢູ່.

ສາ​ເຫດ​ທີ່​ເຮັດ​ໃຫ້​ຕ້ອງ​ມີການ​ເພີ້ມເງິນລົງທຶນ ​ເຂົ້າ​ໃນ​ໂຄງການ​ຫລາຍ​ຂຶ້ນນັ້ນກໍ​ຍ້ອນ​ວ່າ ການ​
ທີ່ຈະປ້ອງກັນຜົນກະທົບ ຕໍ່ສິ່ງແວດລ້ອມທໍາ​ມະຊາດ ໃນເຂດຕອນລຸ່ມຂອງ​ເຂື່ອນໄດ້ ຢ່າງມີ
ປະສິດທິຜົນນັ້ນ ກໍຈໍາເປັນຢ່າງຍິ່ງທີ່ຈະຕ້ອງມີການກໍາຈັດຕະກອນດິນ ເພື່ອບໍ່ໃຫ້ເກີດການ
ທັບຖົມຂອງຕະກອນດິນ ທີ່ຈະເປັນສາເຫດເຮັດໃຫ້ເກີດການຕື້ນເຂີນ ໃນເຂດຕອນລ່າງຂອງ
​ເຂື່ອນ ແລະພ້ອມກັນນີ້ ເພື່ອປ້ອງກັນບໍ່ໃຫ້ເຂື່ອນໄປຂວາງກັ້ນ ເສັ້ນທາງສັນຈອນໄປມາຂອງ
ສັດນໍ້າອີກດ້ວຍນັ້ນ ກໍເຮັດໃຫ້ຕ້ອງມີີການເພີ້ມຊ່ອງທາງສັນຈອນຂອງສັດນໍ້າ ທີ່ຢູ່ຕອນເທິງ ແລະຕອນລ່າງຂອງເຂື່ອນໃຫ້ຫຼາຍຂຶ້ນອີກດ້ວຍ ຊຶ່ງຈະ​ເຮັດ​ໃຫ້ການກໍ່ສ້າງເຂື່ອນໄຊຍະບູລີ ຕ້ອງໃຊ້ເງິນລົງທຶນຫລາຍກວ່າ 3,500 ລ້ານໂດລາ ຢ່າງ​ແນ່ນອນ.

XS
SM
MD
LG