ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາ ອະນຸລັກ ຂອງໂລກ ເປີດປະຊຸມ ທີ່ລັດຮາວາຍ


ປະທານາທິບໍດີໂອບາມາ ແລະທ່ານ Matt Brown ຜູ້ດູແລເຂດອະນຸລັກທາງທະເລແຫ່ງຊາດ ໄປເບິ່ງເຕົ່າ ທີ່ຫາດ ຢູ່ເກາະ Midway. (ວັນທີ 1 ກັນຍາ 2016)
ປະທານາທິບໍດີໂອບາມາ ແລະທ່ານ Matt Brown ຜູ້ດູແລເຂດອະນຸລັກທາງທະເລແຫ່ງຊາດ ໄປເບິ່ງເຕົ່າ ທີ່ຫາດ ຢູ່ເກາະ Midway. (ວັນທີ 1 ກັນຍາ 2016)

ສະພາອະນຸລັກໂລກ ໄດ້ເປີດກອງປະຊຸມ ​ເປັນ​ເວລາ 10 ມື້ ຂອງຕົນຂຶ້ນໃນວັນພະຫັດ ວານນີ້ ຢູ່ທີ່ຫາດຊາຍ Waikiki ​ໃນ​ນະຄອນ Honolulu ລັດ Hawaii.

ໂດຍມີ ບັນດາຜູ້ນຳຂອງໂລກ ນັກການເມືອງແລະນັກອະນຸລັກສະພາບແວດລ້ອມຫຼາຍ ພັນຄົນ​ເຂົ້າຮ່ວມ ໃນກອງປະຊຸມດັ່ງກ່າວທີ່ໄດ້ຈັດຂຶ້ນທຸກໆ 4 ປີ. ໃນຄັ້ງນີ້ໄດ້ຈັດຂຶ້ນຢູ່ທີ່ ລັດ Hawaii ຊຶ່ງເປັນເທື່ອທຳອິດທີ່ໄດ້ຈັດຂຶ້ນຢູ່ໃນສະຫະລັດ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ແມ່ນຢູ່ທີ່ບ້ານເກີດຂອງ​ທ່ານໃນລັດ Hawaii ໜຶ່ງສັບປະດາຫຼັງຈາກທ່ານໄດ້ຂະຫຍາຍພື້ນທີ່ ການ​ຄຸ້ມ​ຄອງ​ທາງທະເລແຫ່ງ ຊາດ Papahnaumokukea ຂຶ້ນເປັນ 4 ​ເທົ່າໃຫ້​ກາຍ​ເປັນ​ເຂດ​ອະນຸ​ລັດ​ຊີວະ​ນາໆ​ພັນ ທາງທະເລທີ່ໃຫຍ່ທີ່ສຸດ​ໃນໂລກ. ທຳນຽບຂາວກ່າວວ່າເຂດຄຸ້ມ​ຄອງນີ້ມີເນື້ອກວ້າງເຖິງ 362,000 ກິໂລແມັດມົນທົນ.

ນອກ​ນັ້ນ ທ່ານໂອບາມາ ຍັງໄດ້ເດີນທາງໄປຢາມ ເກາະຫີນປະກາລັງ Midway ໃນວັນ ພະຫັດວານ​ນີ້ ອັນເປັນສ່ວນໜຶ່ງຂອງໝູ່ເກາະໃນມະ ຫາສະໝຸດປາຊີຟິກທີ່ຢູ່ຫ່າງໄກທີ່ ສຸດ ແລະເປັນສ່ວນໜຶ່ງ ຂອງ​ເຂດ​ອະນຸລັກທາງທະເລດັ່ງກ່າວ ທີ່ໄດ້ຖືກກໍໄດ້ຖືກກຳນົດ ຂຶ້ນມາໃໝ່ໆ. ເກາະຫີນປະກາລັງ Midway ນີ້ ຍັງໄດ້ເປັນສະຖານທີ່ ​ໃນການສູ້ລົບລະ ຫວ່າງສົງຄາມໂລກຄັ້ງທີ 2 ທີ່ພວກທະຫານອາເມຣິກັນກັບກອງກຳລັງຂອງຍີ່ປຸ່ນ.

ທ່ານປະທານາທິບໍດີກ່າວເຖິງລະບົບນິເວດຂອງເກາະ Midway ວ່າ ເປັນສິ່ງທີ່ “ປະທັບ ໃຈ.” ທ່ານໄດ້ກ່າວວ່າເກາະຫີນປະກາລັງນີ້ເປັນ “ບ່ອນຢູ່ຂອງສັດທະເລ 7,000 ຊະນິດ ທີ່ມີສັດຕ່າງໆ ເຊັ່ນນົກຫຼາຍລ້ານໂຕເຊິ່ງສ່ວນຫຼາຍໄດ້ສູນພັນໄປ​ແລ້ວ ເຕົ່າທະເລ ແມວ ນ້ຳຂອງຮາວາຍ, ຫີນປະກາລັງດຳແລະຊະນິດອື່ນໆຫຼາຍປະເພດ ທີ່ຢູ່ໃນແຫ່ງອື່ນໆນັ້ນ ພວກເຮົາບໍ່​ໄດ້ເຫັນອີກຕໍ່ໄປແລ້ວ.”

ຫຼາຍສິບຄົນ ອາໄສຢູ່ທີ່ເກາະຫີນປະກາລັງ Midway ແຕ່ປະຊາກອນໄດ້ເພີ້ມຂຶ້ນຕື່ມອີກ ຫຼາຍສິບຄົນ ໃນວັນພະຫັດວານນີ້ ຈາກຂະບວນລົດຕີກັອຟ 18 ຄັນ ຂອງປະທານາທິບໍ ດີ.

ທ່ານໂອບາມາ ຜູ້ທີ່ໄດ້ເກີດຢູ່ໃນນະຄອນຫຼວງ Honolulu ໄດ້ຢຸດແວ່ ເບິ່ງກຸ່ມພວກເຕົ່າ ທະເລຂຽວທີ່ຖືກຂົ່ມຂູ່ຢູ່ທີ່ຊາຍຫາດຂອງເກາະ Midway. ທ່ານປະທານາທິບໍດີກ່າວວ່າ “ໃນເວລາທີ່ຂ້າພະເຈົ້າໃຫຍ່ຂຶ້ນ ທ່ານຈະເຫັນພວກເຕົ່າເຫຼົ່ານີ້ ຢູ່ເລື້ອຍໆ. ແຕ່ທ່ານຈະບໍ່ ເຄີຍເຫັນພວກມັນຂຶ້ນມາເທິງຝັ່ງຄືຈັ່ງຊີ້ ຂຶ້ນມາຕາກແດດຢູ່.”

ທ່ານໂອບາມາ ຍັງໄດ້ກ່າວຖະແຫລງ ໃນຄ່ຳຄືນວັນພຸດຜ່ານມານີ້ ກ່ຽວກັບຄວາມສຳຄັນ ຂອງການແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດໂດຍກ່າວວ່າ ບໍ່ມີປະເທດໃດ ເລີຍ ທີ່ປອດຈາກໄພຂົ່ມຂູ່ ແລະວ່າ ໂລກຈະຕ້ອງຮ່ວມກັນຮັບມືກັບບັນຫານີ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG