ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພັກ​ປະຊາທິປະ​ໄຕ​ໃໝ່ ຊະນະການເລືອກຕັ້ງ ຢູ່ກຣີສ (ວີດີໂອ)


ທ່ານ Antonio Samaras ຫົວໜ້າພັກ ປະຊາທິປະໄຕໃໝ່ ມີເວລາສາມວັນ ເພື່ອປະ ກອບລັດຖະບານປະສົມຂື້ນ.
ທ່ານ Antonio Samaras ຫົວໜ້າພັກ ປະຊາທິປະໄຕໃໝ່ ມີເວລາສາມວັນ ເພື່ອປະ ກອບລັດຖະບານປະສົມຂື້ນ.

ສ່ວນ​ຢູ່​ທີ່​ປະ​ເທດກຣີສນັ້ນ ທ່ານ Antonis Samaras ຫົວໜ້າ​ພັກ​ປະຊາທິປະ​ໄຕ​ໃໝ່
ມີ​ເວລາ 3 ວັນ​ເພື່ອ​ປະກອບ​ລັດຖະບານປະສົມ​ຂຶ້ນ ຫລັງ​ຈາກ​ທີ່​ພັກນິຍົມ​ແນວທາງ​ເດີມ
ຂອງ​ທ່ານ ທີ່​ເຫັນ​ດີ​ຮັບ​ເອົາ​ການ​ຊ່ວຍ​ເຫລືອ​ເພື່ອ​ກູ້​ໜີ້​ສິນ​ຂອງ​ປະ​ເທດ​ນັ້ນ ​ໄດ້​ຮັບ​ບ່ອນ​
ນັ່ງ​ຫລາຍ​ກ່ວາ​ໝູ່ໃນ​ການ​ເລືອກຕັ້ງມື້ວານ​ນີ້.

ທ່ານ Samaras ​ໄດ້​ພົບ​ປະ​ຫາລືໃນ​ວັນ​ຈັນ​ມື້​ນີ້ ກັບປະທານາທິບໍດີ​ກຣີສ​ ທ່ານ
Carolos Papoulias ທີ່ມອບ​ໝາຍ​ອໍານາດ​ໃຫ້ທ່ານ ຫາ​ທາງ​ເຈລະຈາໃຫ້​ມີ​ການຈັດ​
ຕັ້ງ​ລັດຖະບານ​ປະສົມ​ຂຶ້ນ​ມາ.

ພັກ​ນິຍົມ​ແນວທາງ​ເດີມ ​ປະຊາທິປະ​ໄຕ​ໃໝ່ ​ໄດ້​ຮັບ​ 30 ເປີ​ເຊັນ​ຂອງບັດ​ລົງຄະ​ແນນ
​ສຽງທັງ​ໝົດ ຊຶ່ງ​ອໍານວຍ​ໃຫ້​ພັກ​ຂອງ​ທ່ານ​ໄດ້​ຮັບ​ບ່ອນ​ນັ່ງ​ 129 ​ບ່ອນຂອງ ຈໍານວນ
300 ບ່ອນນັ່ງຢູ່​ໃນ​ສະພານັ້ນ ຊຶ່ງ​ແມ່ນຮວມ​ທັງ 50 ບ່ອນ​ນັ່ງ ​ທີ່ເປັນ​ລາງ​ວັນ​ພິ​ເສດ
ມອບ​ໃຫ້​ແກ່ພັກ​ທີ່​ໄດ້​ຮັບ​ຄະ​ແນນ​ສຽງ​ຫລາຍທີ່​ສຸດ.

ສ່ວນ​ພັກນິຍົມຊ້າຍຫົວຮຸນ​ແຮງ Syriza ທີ່​ຂັດຄ້ານ​ການ​ກູ້​ໜີ້​ສິນນັ້ນ ​ຕິດ​ຕາມ​ມາ​ເປັນ​ທີ
​ສອງ ແລະໄດ້ 71 ບ່ອນນັ່ງ ​ໃນ​ຂະນະ​ທີ່​ພັກ​ທີ່ສະໜັບສະໜູນ​ການ​ກູ້​ໜີ້​ສິນອີກ​ພັກ​ນຶ່ງ ຄື
ພັກ PASOK ສັງຄົມ​ນິຍົມ ​ໄດ້​ຮັບ 33 ບ່ອນນັ່ງ ຊຶ່ງ​ເປັນ​ຈໍານວນທີ່​ພຽງພໍ​ ໃນ​ການ​ຊ່ວຍ​
ປະກອບ​ລັດຖະບານປະສົມ ຂຶ້ນ​ກັບ​ພັກ​ປະຊາທິປະ​ໄຕໝ່​ນັ້ນ.

ປະທານສະພາ​ປົກຄອງຢູ​ໂຣບ ທ່ານ Herman Van Rompuy ​ແລະປະທານ​ສະຫະພາບ
ຢູ​ໂຣບ ທ່ານ Jose Manuel Barroso ​ໄດ້​ອອກຖະ​ແຫລ​ງການ​ຮ່ວມ ກ່າວວ່າ ສະຫະພາບ
ຢູ​ໂຣບ ມີ​ຄວາມ​ກະຕືລື​ລົ້ນ​ທີ່​ຈະ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ​ ກັບລັດຖະບານ​ໃໝ່ຂອງ​ກຣີສ ​ແລະ
​ຈະໃຫ້ການ​ສະໜັບສະໜຸນ​ຄວາມ​ພະຍາຍາມ​ຕ່າງໆ ​ເພື່ອນໍາ​ເອົາ​ເສດຖະກິດ​ຂອງກຣີສ
ກັບ​ຄືນໄປ​ສູ່​ເສ້ນ​ທາງ​ທີ່​ຍືນ​ຍົງ.

ຜູ້ນໍາ​ພັກປະຊາທິປະ​ໄຕ​ໃໝ່ ທ່ານ Samaras ກ່າວ​ວ່າ ​ຜົນ​ການ​ເລືອກ​ຕັ້ງຄັ້ງ​ນີ້ ​ເປັນ​ໄຊ
ຊະນະ​ຂອງ​ຢູ​ໂຣບທັງ​ໝົດ​.

XS
SM
MD
LG