ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ທິມບານ​ບ້ວງ​​ແມ່ຍິງ Huskies ຄວ້າເອົາແຊ້ມ NCAA ມາຄອງ ສີ່ປີຊ້ອນ


ຫົວໜ້າທີມຄູຝຶກ ທ່ານ Geno Auriemma ກອດນາງ Morgan Tuck (3) ນາງ Moriah Jefferson (4) ແລະນາງ Breanna Stewart (30) ຫລັງຈາກໄດ້ຮັບໄຊຊະນະ.

ທິມບານ​ບ້ວງແມ່ຍິງ Huskies ຂອງ​ Connecticut ​ໄດ້​ຊະນະ​ຢ່າງ​ຂາດ​ລອຍ ​ທີ​ມ Orange ຂອງ Syracuse ດ້ວຍ​ຄະ​ແນນ 82 ຕໍ່ 51 ​ໃນແລງ​ວັນ​ອັງ ຄານ​ວານ​ນີ້ ຢູ່ທີ່ ເມືອງ Indianapolis ລັດ Indiana ​ເພື່ອ​ຄວ້າ​ເອົາ​ແຊ້ມປ້ຽນ ສະມາຄົມບານ​ບ້ວງ​ແມ່ຍິງ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ຂອງ​ສະຫະລັດ ຫລື NCAA ມາ​ຄອງ​ເປັນ​ປີ​ທີ​ສີ່​ລຽນຕິດ.

ທີ​ມ Huskies ​ໄດ້​ນຳພາ​ໂດຍ​ນັກ​ຫລິ້ນ​ປີ​ສຸດ​ທ້າຍ ນາງ Breanna Stewart ດ້ວຍ 24 ຄະແນນ​ ​ແລະ​ໄດ້ຍາດ​ບານ​ຄື​ນ 10 ​ເທື່ອ. ນີ້​ໄດ້​ເປັນ​ເທື່ອທີ່​ສີ່ຂອງ​ນາງ ​ແລະ​ການ​ແຂ່ງຂັນ ​ຄັ້ງສຸດ​ທ້າຍ​ຂອງ​ນັກ​ຫລິ້ນທີ່​ໄດ້​ຮັບ​ລາງວັນ​ດີ​ເລີດ ​ແລະ​ປິດ​ສາກ​ການ​ຫລິ້ນ​ຂອງ​ນາງວ່າ ​ເປັນນຶ່ງ​ຂອງ​ນັກ​ຫລິ້ນ​ທີ່​ຍິ່ງ​ໃຫຍ່ຢູ່​ໃນ​ໂຄງການ ທີ່​ເປັນ​ປະຫວັດສາດ. ນາງ ​ແລະ​ບັນດາ ​ເພື່ອນ​ຫລິ້ນ​ປີ​ສຸດ​ທ້າຍ ນາງ Morgan Tuck ​ທີ່​ໄດ້​ທຳ​ 19 ຄະ​ແນນ ​ແລະ​ນາງ Moriah Jefferson ຜູ້​ທີ່​ໄດ້​ທຳ​ 13 ຄະແນນ​ຕື່ມ​ ​ໄດ້​ນຳພາທີ​ມ Connecticut ຊະນະ​ຫຼາຍ​ເປັນ ​ປະຫວັດ​ການ 151 ຕໍ່ 5 ​ແລະ​ໄດ້​ຄວ້າ​ເອົາ​ແຊມ​ປ້ຽນ​ແຫ່ງ​ຊາດມາ​ຄອງ​ເປັນ​ປີ​ທີ​ສີ່​ລຽນຕິດ ລະຫວ່າງ​ສີ່​ປີ​ທີ່​ເຂົາ​ເຈົ້າຮຽນທີ່​ນັ້ນ.

​ໄຊຊະ​ນະໃນ​ວັນ​ອັງຄານວານ​ນີ້ ຍັງ​ໄດ້​ຮັກສາ​ສາສະຖານະ​ພາບ​ຂອງ​ທິມ Connecticut ວ່ າ​ເປັນ​ທິມຄອບ​ງຳ​ຢູ່​ໃນ​ໂຄງການ​ກິລາ​ບານ​ບ້ວງ ມະຫາວິທະຍາ​ໄລແມ່ຍິງມັນເປັນໄຊ ​ຊະນະລຽນຕິດ​ຄັ້ງ​ທີ 75 ຂອງທີ​ມ Huskies ​ແລະ​ເປັນ​ເທື່ອ ທີຫົກ​ທີ່ບໍ່ໄດ້ເສຍໄຊ​ໃນ​ລະດູ ​ການ​ທັງ​ໝົດ ​ແລະ​ເປັນ​ແຊມ​ປ້ຽນ NCAA ຄັ້ງ​ທີ 11 ນັບ​ແຕ່ທ່ານ​ Geno Auriemma ​ໄດ້​ ເປັນຫົວໜ້າ​ຄູ​ຝຶກໃນ​ປີ 1985. ທ່ານ ​Auriemma ບັດ​ນີ້​ໄດ້​ກາຍ​ທ່ານ John Wooden ຜູ້​ ທີ່​ໄດ້​ຊະນະການ​ແຂ່ງຂັນ NCAA ສິບເທື່ອ​ໃນ​ນາ​ມຫົວໜ້າຄູ​ຝຶກ​ໃຫ້​ແກ່ UCLA ຢູ່​ໃນ​ໂຄງ ການກິລາ​ບານ​ບ້ວງຜູ້​ຊາຍ ລະຫວ່າງ​ປີ 1964 ​ແລະ​ປີ 1975.

XS
SM
MD
LG