ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາຕໍ່າ ແມ່ຍິງ ຕ້ອງການໃຫ້ ສືບສວນ ການກ່າວຫາ ການປະພຶດທາງເພດ ທີ່ບໍ່ເໝາະສົມ ຂອງ ປ. ທຣໍາ


ສະມາຊິກສະພາສູງຄຣິສ​ເຕີນ ກິລລິ​ແບຣນ ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ ກ່າວຕໍ່ກອງປະຊຸມນັກຂ່າວ.
ສະມາຊິກສະພາສູງຄຣິສ​ເຕີນ ກິລລິ​ແບຣນ ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ ກ່າວຕໍ່ກອງປະຊຸມນັກຂ່າວ.

ສະມາຊິກສະພາແມ່ຍິງ​ຫລາຍ​ກວ່າ 50 ຄົນ ຕ້ອງການໃຫ້ ​ບັນດາ​ຜູ້ນຳຂອງ​ສະພາ​ຕໍ່າ
ສືບສວນ​ ໃນການການ​ກ່າວ​ຫາກ່ຽວກັບການ​ປະພຶດ​ທາງ​ເພດ ​ທີ່​ບໍ່ເໝາະ​ສົມໂດຍ​ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ກ່ອນ​ທີ່​ທ່ານ​ເຂົ້າມາຮັບຕຳແໜ່ງຢູ່​ທຳນຽບຂາວ.

ບັນດາ​ສະມາຊິກ​ສະພາ​ຕໍ່າ ​ໄດ້​ສົ່ງ​ໜັງສື​ໃນ​ວັນ​ຈັນວານ​ນີ້ ​ໄປຫາ​ສະພາ​ຕໍ່າ​ພັກ ຣີພັບ​ບລິ
​ກັນ ທ່ານ​ເທຣ ​ກາວ​ດີ ​ແລະ​ສະມາຊິກ​ພັກ​ເດ​ໂມ​ແຄຣັດ ທ່າ​ນ​ເອລີ​ຈາ ຄຳ​ມິ​ງ ຄະນະກຳ
ມະການທີ່ກຳກັບ​ດູ​ແລ ​ແລະ​ປະຕິ​ຮູບ​ລັດຖະບານ.

ໜັງສື​ຈາກ​ກຸ່ມເຮັດ​ວຽກແມ່ຍິງ​ພັກ​ເດ​ໂມ​ແຄຣັດ ກ່າວ​ວ່າ “​ແມ່ຍິງ​ຢ່າງ​ໜ້ອຍ 17 ຄົນ​ໄດ້​
ກ່າວ​ຫາ​ຢ່າງ​ເປີ​ດ​ເຜີຍ​ວ່າ ປະທານາທິບໍດີ​ໄດ້​ປະ​ພຶດທາງ​ເພດ​ທີ່​ບໍ່​ເໝາະ​ສົມ.”

ໜັງສືກ່າວຕື່ມວ່າ “ປະຊາຊົນ​ອາ​ເມຣິກາ ຄວນ​ໄດ້​ຮັບ​ການ​ສືບສວນ​ຢ່າງ​ເຕັມທີ່​ກ່ຽວກັບ​
ຄວາ​ມຈິງ​ໃນການ​ກ່າວ​ຫາ​ເຫລົ່ານີ້. ການໃຫ້ຄວາມເຫັນຂອງ​ປະທານ​າ ທິບໍດີ​ເອງ​ ກໍປາ
ກົດ​ວ່າ​ ໃຫ້ການສະໜັບສະໜູນຕໍ່​ການກ່າວ​ຫາ ທ່ານ​ຮູ້ສຶກ​ວ່າ​ມີ​ສິດ​ດຳ​ເນີນ​ການ​ປະຕິບັດ
​ຕໍ່ຕ້ານ​ພວກ​ແມ່ຍິງ. ພວກ​ເຮົາ​ບໍ່​ສາມາດ​ທີ່​ຈະ​ບໍ່​ຫົວຊາ​ແມ່ຍິງ​ຫລາຍໆ​ຄົນ ຜູ້​ທີ່​ໄດ້​ກ້າວ
​ອອກ​ມາ ​ດ້ວຍ​ການ​ກ່າວ​ຫາ​ຕໍ່​ທ່ານ​ທຣໍາ.”

ໜັງສື​ໄດ້​ເຊື້​ອ​ເຊີນ ໃຫ້ປະທາ​ນາ​ທິບໍດີ ນຳ​ເອົາ​ຫລັກ​ຖານຕ່າງ​ມາສະ​ເໜີ​ໃນ​ການ​ປ້ອງ​
ກັນ​ໂຕ​ທ່ານ​ເອງ.

ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານ​ນີ້ ສະມາຊິກ​ສະພາ​ສູງ​ສະຫະລັດສີ່ຄົນ​ກໍໄດ້ຮຽກຮ້ອງ​ໃຫ້ປະ
ທານາທິບໍດີ​ທຣໍາລາ​ອອກ ກ່ຽວ​ກັບ​ການ​ກ່າວ​ຫາດັ່ງກ່າວ.

ທ່ານ​ນາງຄຣິສ​ເຕີນ ກິລລິ​ແບຣນ ສະມາຊິກສະພາສູງຈາກລັດນິວຢອກກ່າ​ວຕໍ່​ໂທລະ​
ພາບ​ຊີແອນ​ແອນ ວ່າ "ການ​ກ່າວ​ຫາ​ເຫລົ່າ​ນີ້ເປັນ​ທີ່ໜ້າ​ເຊື່ອ​ຖື ມີ​ຫຼາຍໆ​ເລື້ອງ ທີ່​ຂ້າພະ​
ເຈົ້າ​ໄດ້ຍິນ​ພວກ​ແມ່ຍິງ​ເຫລົ່າ​ນີ້​ໃຫ້​ການ ​ແລະເຂົາ​ເຈົ້າ​ຫລາຍໆ​ຄົນ​ພາກັນ​ເສຍ​ອົກ
ເສຍ​ໃຈ."

Trump Accusers Demand Congressional Probe into Sexual Misconduct
please wait

No media source currently available

0:00 0:02:39 0:00

ທ່ານ​ນາງ​ໄດ້​ກ່າວ​ເພີ້ິມວ່າ ຖ້າ​ຫາກ​ທ່ານ​ທຣໍາ ບໍ່​ລາ​ອອກ​ໂດຍ​ທັນ​ທີ ລັດຖະສະພາ
“ຄວນທຳ​ການ​ສືບ​ສວນ​ທີ່​ເໝາະ​ສົມ ຕໍ່​ການ​ປະພຶດ​ຂອງ​ທ່ານ ​ແລະໃຫ້​ທ່ານ​ຮັບເອົາ
​ຄວາມ​ຮັບຜິດຊອບ.”

ສະມາຊິກສະພາສູງ ທ່ານເບີນີ ແຊນເດີສ ສັງກັດພັກອິດສະຫຼະ ກ່າວຢູ່ກອງປະຊຸມ ຄະນະກຳ ມະການພັກເດໂມແຄຣັດແຫ່ງຊາດ.
ສະມາຊິກສະພາສູງ ທ່ານເບີນີ ແຊນເດີສ ສັງກັດພັກອິດສະຫຼະ ກ່າວຢູ່ກອງປະຊຸມ ຄະນະກຳ ມະການພັກເດໂມແຄຣັດແຫ່ງຊາດ.

​ການໃຫ້ຄຳເຫັນດັ່ງກ່າວ ໄດ້ມີຂຶ້ນຫລັງຈາກຄຳ​ຮຽກຮ້ອງ​ທີ່​ຄ້າຍຄື​ກັນໂດຍສະມາຊິກ
​ສະພາ​ສູງ​ ​ເບີ​ນີ ​ແຊນ​ເດີ​ສ ທີ່ບໍ່ສັງກັດພັກ ​ແລະ​ທ່ານ​ແຈັຟ ​ເມິ​ລກ​ເລ​ ທີ່ສັງ ກັດພັກເດ
ໂມແຄຣັດ ແລ​ະ ທ່ານ ຄໍຣີ ບຸກ​ເກີ ທີ່ສັງກັດ​ພັກ​ເດ​ໂມ​ແຄຣັດຈາກ​ລັດ​ນິວ​ເຈີ​ຊີ. ພວກ
ທ່ານທັງ​ໝົດ​ພາກັນ​ຮຽກຮ້ອງໃຫ້​ປະທານາທິບໍດີ​ລາ​ອອກ​ຈາກ​ຕຳແໜ່​ງ ຫລັງຈາກໄດ້
ມີການ​ປະກາດ​ການລາ​ອອກ ​ຂອງສະມາຊິກ​ສະພາ​ສູງ​ທ່ານ ອາລ ​ແຟຣັງ​ເກີນ ​ແລະ​
ສະ​ມາ​ຊິກ​ສະພາ​ຕໍ່າຈອນ ຄອນ​ເຢີ​ສ ກ່ຽວ​ກັບ​ການ​ກ່າວ​ຫາ ​ປະ​ພຶດ​ທາງ​ເພດ​ທີ່​ບໍ່​ເໝາະ
ສົມນັ້ນ.

ນາງເຣໂຈລ ຄຣຸກສ ກ່າວຢູ່ກອງປະຊຸມນັກຂ່າວ ກ່ຽວກັບ ການປະພຶດທາງເພດ ທີ່ບໍ່ເໝາະສົມຂອງ ປະທານາທິບໍດີ ດໍໂນລ ທຣໍາ.
ນາງເຣໂຈລ ຄຣຸກສ ກ່າວຢູ່ກອງປະຊຸມນັກຂ່າວ ກ່ຽວກັບ ການປະພຶດທາງເພດ ທີ່ບໍ່ເໝາະສົມຂອງ ປະທານາທິບໍດີ ດໍໂນລ ທຣໍາ.

ແມ່ຍິງ​ສາມ​ຄົນ​ ຜູ້​ທີ່ໃນ​ປີ​ແລ້ວ​ນີ້​ໄດ້​ກ່າວ​ຫາ ທ່ານ​ດໍ​ໂນ​ລ ທຣໍາ ​ທຳການ​ລວນ​ລາມ​ທາງ​
ເພດ​ທີ່​ບໍ່​ຕ້ອງການ ເຂົາ​ເຈົ້າໄດ້​ກ່າວ​ຫາ​ຄືນ​ໃໝ່​ອີກ ໃນ​ວັນ​ຈັນ​ວານ​ນີ້ ໂດຍກ່າວ​ວ່າ​ ເຖິງ
​ເວລາ​ແລ້ວ​ທີ່​ລັດຖະສະພາຕ້ອງ​ສືບ​ສວນ​ໃນການ​ກ່າວອ້າງ​ຕໍ່ ​ປະທານາທິບໍດີ ຫລັງຈາກ
ບັນດາ​ຜູ້​ຊາຍ​ອາ​ເມຣິກັນ​ຫລາຍ​ສິບ​ຄົນ ​ທີ່​ມີ​ອຳນາດ ​ຖືກບັງຄັບໃຫ້​ຮັບເອົາ​ຄວາມ​ຮັບຜິດ
ຊອບ​ໃນ​ການ​ກະທໍາ​ຂອງເຂົາເຈົ້າຕໍ່​ພວກ​ແມ່ ຍິງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG