ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພັນ​ລະ​ຍາ​ມື​ປືນ ​ທີ່​ຍິງ ສະ​​ມາຊິກ ​ສະພາຕໍ່າ ເວົ້າວ່າ ລາວບໍ່ຄິດເລີຍ ວ່າສາມີລາວ ຈະເຮັດ ແນວນັ້ນໄດ້


ທ້າວ James Hodgkinson ຈາກເມືອງ Belleville ລັດ Illinois ເປັນມື​ປືນ​ທີ່​ຍິງ ​​ສະ​ມາ​ຊິກ​ສະພາ​ຕໍ່າ​ອາວຸ​ໂສ​ທ່ານ​ນຶ່ງ​​ຈາກ​ພັກຣີພັບ​ບລິກັນ ​​ຢູ່​ເດີ່ນກິລາເບສບອລ ນອກ​ນະຄອນ​ວໍ​ຊິງ​ຕັນ ໃນວັນພຸດ ທີ 14 ມິຖຸນາຜ່ານມາ
ທ້າວ James Hodgkinson ຈາກເມືອງ Belleville ລັດ Illinois ເປັນມື​ປືນ​ທີ່​ຍິງ ​​ສະ​ມາ​ຊິກ​ສະພາ​ຕໍ່າ​ອາວຸ​ໂສ​ທ່ານ​ນຶ່ງ​​ຈາກ​ພັກຣີພັບ​ບລິກັນ ​​ຢູ່​ເດີ່ນກິລາເບສບອລ ນອກ​ນະຄອນ​ວໍ​ຊິງ​ຕັນ ໃນວັນພຸດ ທີ 14 ມິຖຸນາຜ່ານມາ

ພັນ​ລະ​ຍາຂອງ​ມື​ປືນ​ທີ່​ຍິງ ​ແລະ​ເຮັດ​ໃຫ້​ສະ​ມາ​ຊິກ​ສະພາ​ຕໍ່າ​ອາວຸ​ໂສທ່ານ​ນຶ່ງຈາກ ​ພັກຣີພັບ​ບລິກັນ ​ແລະ​ຫລາຍໆຄົນ​ອີກບາດ​ເຈັບ​ຢູ່​ເດີ່ນກິລາເບສບອລ ຢູ່​ນອກ​ນະ
ຄອນ​ວໍ​ຊິງ​ຕັນ ​ໄດ້​ເວົ້າໃນ​ວັນ​ພຸດ​ຜ່ານ​ມາວ່າ ລາວ​ບໍ່​ໄດ້​ເຫັນ​ຮ່ອງຮອຍ​ອັນໃດ ທີ່
​ສະ​ແດງ​ໃຫ້​ເຫັນ​ວ່າ ສາມີ​ຂອງ​ລາວວາງ​ແຜນ​ກໍ່ຄວາມ​ຮຸນ​ແຮງ ​ໃນ​ຕອນ​ທີ່​ສາມີ​ລາວ​
ບອກ​ລາວ​ວ່າ ຈະ​ເດີນທາງໄປ​ນະຄອນ ຫລວງ ​ໃນ​ຕອນ​ຕົ້ນໆປີນີ້.

ນາງ Sue Hodgkinson ​ໄດ້​ກ່າວ​ຕໍ່ນັກ​ຂ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ຢູ່​ຂ້າງ​ນອກ​ເຮືອນ
​ຂອງ ລາວ ຢູ່​ເມືອງ Belleville ລັດ Illinois ຊຶ່ງ​ລາວ​ເວົ້າ​ວ່າ ສາມີ​ຂອງ​ລາວ ທ້າວ James Hodgkinson ອາຍຸ 66 ປີ ​ໄດ້​ບອກ​ລາວ​ວ່າ ລາວ​ຢາກ​ເຮັດ​ວຽກກ່ຽວກັບ​ນະ​ໂຍບາຍ​ ດ້ານພາສີ.

ລາວ​ເວົ້າອີກ​ວ່າ ລາວ​ຮູ້​ຂ່າວ​ກ່ຽວກັບ​ການ​ຍິງ​ນີ້ ​ໃນ​ວັນ​ພຸດ​ຜ່ານ​ມາ​ຈາກນັກ​ຂ່າວ​ໃນ​ໂທ
ລະພາບ.

ລາວ​ກ່າວ​ວ່າ "ຂ້ອຍ​ບໍ່ຢາກ​ເຊື່ອ​ເລີຍ​ວ່າ ລາວ​ໄດ້​ເຮັດ​ຈັ່ງຊີ້, ບໍ່ໜ້າ​ເຊື່ອ​ອີ​ຫລີ" ​ແລະ​ເວົ້າ​
ເພີ້ມອີກ​ວ່າ ສາມີ​ຂອງ​ລາວ ​ໄດ້ໜີຈາກ​ບ້ານ ເພື່ອ​ເດີນທາງ​ມານະຄອນວໍ​ຊິງ​ຕັນ ​ໃນ
​ເດືອນ​ມີນາ ​ແລະ​ລາວກໍ​ບໍ່​ໄດ​ພົບ​ກັບ​ລາວ​ເລີຍ ນັບ​ແຕ່​ນັ້ນມາ.

ທ້າວ James Hodgkinson ຖືກ​ຍິງ​ຕາຍ​ໃນ​ຂະນະ​ທີ່​ມີ​ການ​ຍິງ​ສູ້​ກັນກັບ​ຕໍາຫລວດ​ຈາກ ຫ້ອງການລັດຖະສະພາ ຫລື Capitol.

​ເມື່ອຖືກ​ກົດດັນ ນາງ Sue Hodgkinson ​ເວົ້າວ່າ​ລາວ​ບໍ່ຢາກ​ສົນທະນາ​ກ່ຽວກັບ​ທັດ​ສະ
​ນະ​ທາງ​ການ​ເມືອງ​ຂອງ​ສາມີ​ລາວ. ລາວ​ເປັນ​ຄົນ​ທີ່​ອອກປາກ​ອອກສຽງຕ້ານ​ພັກພັກຣີພັບ​
ບລິກັນມາ​ຕະຫລອດ.

ປະທານາທິບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ​ສະ​ມາ​ຊິກ
​ສະພາ​ຕໍ່າ Steve Scalise ​ແມ່ນ​ຢູ່​ໃນສະພາບ "ທີ່ມີ​ບັນ​ຫາ​ຢູ່​ສ່ວນ​ໃດ​ສ່ວນ​ນຶ່ງ" ​ໃນ​
ຂະນະ​ທີ່​ທ່ານ ພະຍາຍາມ​ຟື້ນ​ໂຕ​ຈາກ​ບາດ​ເຈັບ ທີ່​ໄດ້ຮັບ​ໃນ​ວັນ​ພຸດ​ຜ່ານ​ມາຍ້ອນ​ການ​
ໂຈມ​ຕີ​ທີ່​ເກີດ​ຂຶ້ນຢ່າງ​ບໍ່ຄາດ​ຝັນ ຕໍ່ສະມາຊິກ​ສະພາ​ພັກຣີພັບ​ບລິກກັນ ​ໃນລະຫວ່າງ​
ການ​ຝຶກ ກິລາເບສບອລ ທີ່​ເມືອງ Alexandria ລັດ Virginia ​ໃກ້ໆ​ນະຄອນ​ວໍ​ຊິງ​ຕັນ.

"ທ່ານ Scalise ​ເປັນ​ນັກ​ລົບເກັ່ງ ​ແລະພວກ​ເຮົາ​ຫວັງ​ວ່າ ​ລາວ​ຈະ​ປອດ​ໄພ" ທ່ານປະທາ ນາທິບໍດີກ່າວ​ທີ່​ທໍານຽບຂາວ​ ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກ​ໄດ້​ໄປ​ຢ້ຽມຢາມ ທ່ານ Scalise ທີ່ໂຮງໝໍ​ແຫ່ງ​ນຶ່ງ ​ໃນ​ນະຄອນ Washington.

ທ່ານ Scalise ຍັງ​ຢູ່​ໃນ​ສະພາບ​ທີ່ໜ້າ​ເປັນ​ຫ່ວງ​ຢູ່. ທ່ານ​ໄດ້​ຮັບ​ການຜ່າຕັດ 3 ຄັ້ງ​ແລ້ວ.
ທາງໂຮງໝໍ​ເວົ້າ​ໃນ​ວັນ​ພຸດ​ຜ່ານ​ມາ​ວ່າ ທ່ານ Scalise "ຍັງ​ຕ້ອງ​ໄດ້​ຮັບ​ການຜ່າຕັດ​ອີກ​ຫລາຍໆຄັ້ງ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

President Trump Statement on Congressional Shooting
please wait

No media source currently available

0:00 0:04:31 0:00

XS
SM
MD
LG