ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ສະພາຕ່ຳ ຄອລລິນສ໌ ກ່າວວ່າ ຂໍ້ກ່າວຫາ ຂອງລັດຖະບານ ບໍ່ມີຄວາມເຊື່ອຖື


ສະມາຊິກສະພາຕ່ຳ ທ່ານ ຄຣິສ ຄອລລິນສ໌ ກຳລັງໃຫ້ການສຳພາດ ໃນລະຫວ່າງ ກອງປະຊຸມ ຮ່ວມ ກ່ຽວກັບບັນຫາຕ່າງໆ ຂອງພັກຣີພັບບລີກັນ ເມື່ອປີ 2017 ທີ່ເອີ້ນວ່າ "Congress of Tomorrow" ຢູ່ໃນນະຄອນ ຟີລາແດວເຟຍ ລັດເພັນຊີລເວເນຍ, ວັນທີ 25 ມັງກອນ 2017.
ສະມາຊິກສະພາຕ່ຳ ທ່ານ ຄຣິສ ຄອລລິນສ໌ ກຳລັງໃຫ້ການສຳພາດ ໃນລະຫວ່າງ ກອງປະຊຸມ ຮ່ວມ ກ່ຽວກັບບັນຫາຕ່າງໆ ຂອງພັກຣີພັບບລີກັນ ເມື່ອປີ 2017 ທີ່ເອີ້ນວ່າ "Congress of Tomorrow" ຢູ່ໃນນະຄອນ ຟີລາແດວເຟຍ ລັດເພັນຊີລເວເນຍ, ວັນທີ 25 ມັງກອນ 2017.

ສະມາຊິກສະພາຕ່ຳ ສັງກັດພັກຣີພັບບລີກັນ ທ່ານ ຄຣິສ ຄອລລິນສ໌ ກ່າວວ່າ ຂໍ້ກ່າວຫາ
ຂອງລັດຖະບານກາງ ໃນການຊື້ຂາຍຮຸ້ນ ໂດຍການໃຊ້ຂໍ້ມູນພາຍໃນ ຕໍ່ທ່ານນັ້ນ ແມ່ນ
ປາດສະຈາກຄວາມເຊື່ອຖື ແລະປະຕິຍານວ່າ ຈະລົງແຂ່ງຂັນ ໃນການເລືອກຕັ້ງອີກ
ເທີື່ອນຶ່ງ ໃນເດືອນພະຈິກ ນີ້.

ທ່ານຄອລລິນສ໌ ໄດ້ກ່າວຕໍ່ບັນດານັກຂ່າວ ທີ່ເມືອງ ບັຟຟາໂລ ລັດນິວຢອກ ເມື່ອຄືນວັນ
ພຸດວານນີ້ ວ່າ “ຂ້າພະເຈົ້າຈະເລີ້ມຕົ້ນ ການຕໍ່ສູ້ປ້ອງກັນ ຢ່າງແຂງຂັນ ໃນສານ ເພື່ອ
ກອບກູ້ຊື່ສຽງຂອງຂ້າພະເຈົ້າ. ຂ້າພະເຈົ້າ ຄອຍຖ້າເບິ່ງ ການທີ່ຈະໄດ້ຮັບການພິສູດ
ວ່າ ເປັນຜູ້ບໍລິສຸດ ແລະ ພົ້ນຈາກມົນທິນ.”

ທ່ານຄອລລິນສ໌ ເປັນຜູ້ນຶ່ງທີ່ໄດ້ໃຫ້ການສະໜັບສະໜຸນ ທ່ານ ດໍໂນລ ທຣຳ ເມື່ອຕອນ
ຕົ້ນໆ ໃນການລົງແຂ່ງຂັນເລືອກຕັ້ງ ປະທານາທິບໍດີ ປີ 2016 ເຊິ່ງຜູ້ກ່ຽວ ໄດ້ເຂົ້າມອບ
ໂຕ ຕໍ່ອົງການສັນຕິບານກາງ ຫຼື FBI ແລະໄດ້ຖືກຈັບກຸມໃນວັນພຸດວານນີ້.

ທ່ານ ໄດ້ຖືກກ່າວຫາວ່າ ຊື້ຂາຍຮຸ້ນໂດຍໃຊ້ຂໍ້ມູນພາຍໃນ ເຊິ່ງເປັນການກະທຳ ທີ່ຜິດ
ກົດໝາຍ ທີ່ວ່າ ຜູ້ລົງທຶນ ໄດ້ຮັບຂໍ້ມູນກ່ຽວກັບບໍລິສັດແຫ່ງນຶ່ງ ທີ່ບໍ່ໄດ້ຖືກເປີດເຜີຍຕໍ່
ມະຫາຊົນ ແລະ ໃຊ້ຂໍ້ມູນອັນນັ້ນ ເພື່ອຊື້ ຫຼື ຂາຍຮຸ້ນ ໂດຍທຳມະດາແລ້ວ ຈະໄດ້ກຳໄລ
ຢ່າງຫຼວງຫຼາຍ.

ທ່ານຄອລລິນສ໌ ລູກຊາຍຂອງທ່ານ ທ້າວແຄມເມີຣອນ ແລະ ທ່ານ ສຕີເວັນ ຊາຣສກີ
ຜູ້ທີ່ເປັນພໍ່ຂອງຄູ່ໝັ້ນຂອງທ້າວແຄມເມີຣອນ ບຸກຄົນທັງສາມໄດ້ຖືກຟ້ອງ ໃນຖານ
ສົມຮູ້ຮ່ວມຄິດ ການສໍ້ໂກງທາງດ້ານການເງິນ ການສໍ້ໂກງໃນການລົງ ທຶນຊື້ຂາຍຮຸ້ນ
ແລະ ການໃຫ້ຂໍ້ຄວາມທີ່ຜິດ ຕໍ່ອົງການ FBI. ພວກເຂົາເຈົ້າ ຍັງຈະປະເຊີນກັບ ການ
ຟ້ອງທາງແພ່ງ ໂດຍຄະນະກຳມາທິການ ຄຸ້ມຄອງການຊື້ຂາຍ ພາຍໃນຕະຫຼາດຮຸ້ນ
ສະຫະລັດ ຫຼື SEC.

ຄະດີດັ່ງກ່າວ ຈະເພັ່ງເລັງໃສ່ ເລື້ອງກ່ຽວກັບ ບໍລິສັດ ເທັກໂນໂລຈີ ດ້ານຊີວະພາບ ຂອງ
ອອສເຕຣເລຍ ທີ່ຄົ້ນຄວ້າ ໃນດ້ານການບຳບັດ ແລະປ້ອງການພະຍາດ ໂດຍການກະຕຸ້ນ
ໃຫ້ເກີດພູມຕ້ານທານຂອງມະນຸດ ຫຼື ເອີ້ນວ່າ Innate.

ບັນດາໄອຍະການ ກ່າວວ່າ ທ່ານຄອລລິນສ໌ ໄດ້ຖືກແຕ່ງຕັ້ງໃຫ້ເປັນເຈົ້າໜ້າທີ່ ໃນຄະນະ
ຜູ້ອຳນວຍການ ຂອງບໍລິສັດ ແລະ ຖືຮຸ້ນຂອງບໍລິສັດ ເກືອບ 17 ເປີ ເຊັນ. ສ່ວນ ທ້າວ
ແຄມເມີຣອນ ຄອລລິນສ໌ ກໍຍັງໄດ້ຖືຮຸ້ນບໍລິສັດ “ຈຳນວນຫຼາຍສົມຄວນ.”

ອີງຕາມສຳນວນຟ້ອງແລ້ວ ທ່ານ ຄອລລິນສ໌ ປາກົດວ່າ ໄດ້ຮັບຮູ້ ຈາກອີເມລນຶ່ງ ທີ່ສົ່ງ
ຈາກຫົວໜ້າບໍລິຫານງານ ບໍລິສັດ Innate ທີ່ວ່າ ມີຢາຊະນິດໃໝ່ ທີ່ມີຄວາມຫວັງ ໃນ
ການຈະປິ່ນປົວພະຍາດ ທີ່ກ່ຽວພັນກັບເສັ້ນປະສາດຕີບ ຫລື multiple sclerosis ທີ່
ເອີ້ນຫຍໍ້ວ່າ MS ນັ້ນ ແມ່ນບໍ່ປະສົບຜົນສຳເລັດ.

ທ່ານ ຄອລລິນສ໌ ປາກົດວ່າ ໄດ້ສົ່ງຂໍ້ມູນດັ່ງກ່າວ ໄປໃຫ້ລູກຊາຍຂອງທ່ານ ແລະ ທ່ານ
ຊາຣສກີ ຜູ້ທີ່ປາກົດວ່າ ຍັງໄດ້ແຈ້ງໃຫ້ພວກຄົນອື່ນໆ ຮູ້ນຳດ້ວຍ. ກຸ່ມນີ້ ສາມາດຫລີກ
ລ່ຽງ ການສູນເສຍເງິນ ເກືອບ 770,000 ໂດລາ ຈາກຜົນທີ່ເກີດຂຶ້ນນັ້ນ.

ອີງຕາມສຳນວນຟ້ອງແລ້ວ ທ່ານ ຄອລລິນສ໌ ບໍ່ໄດ້ລວມຢູ່ໃນກຸ່ມທີ່ໄດ້ເທຂາຍຮຸ້ນ ຂອງ
ບໍລິສັດ Innate ໃນສ່ວນນຶ່ງ ກໍຍ້ອນວ່າ ທ່ານກຳລັງຖືກຄະນະຈັນຍາບັນຂອງສະພາຕ່ຳ
ສືບສວນທ່ານຢູ່.

ທ່ານ ຄອລລິນສ໌ ໄດ້ກ່າວ ໃນການປົກປ້ອງຕົນເອງ ເມື່ອຕອນຄ່ຳວັນພຸດວານນີ້ ວ່າ
“ຂ້າພະເຈົ້າພາກພູມໃຈ ໃນການມີສ່ວນກ່ຽວພັນກັບ ບໍລິສັດ Innate. ຂ້າ ພະເຈົ້າ
ອາດຈະສູນເສຍເງິນຢ່າງຫຼວງຫຼາຍ ທີ່ຂ້າພະເຈົ້າໄດ້ລົງທຶນໄປ ໃນບໍລິ ສັດ. ແຕ່
ຂ້າພະເຈົ້າ ໄດ້ສວຍໂອກາດ ເພື່ອນຳມາຊຶ່ ງການບັນເທົາຄວາມທຸກທໍລະມານ ຂອງ
ພວກຄົນຜູ້ທີ່ເປັນພະຍາດ MS ຮ້າຍແຮງຂັ້ນທີສອງ ໃນແຕ່ລະວັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG