ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະມາຊິກ ສະພາ ພັກຣີພັບບລີກັນ ຍັງມີຄວາມເຫັນ ຕ່າງກັນ ຫຼັງຈາກ ພົບປະກັບ ທ່ານ Trump


ຜູ້ສະໝັກປະທານາທິບໍດີພັກຣີພັບບລີກັນ ທ່ານ Donald Trump ໂບກມືໃຫ້ພວກນັກຂ່າວ ຫຼັງຈາກພົບປະກັບສະມາຊິກ ສະພາຕ່ຳ ທີ່ນະຄອນວໍຊິງຕັນ. (ວັນທີ 7 ກໍລະກົດ 2016)
ຜູ້ສະໝັກປະທານາທິບໍດີພັກຣີພັບບລີກັນ ທ່ານ Donald Trump ໂບກມືໃຫ້ພວກນັກຂ່າວ ຫຼັງຈາກພົບປະກັບສະມາຊິກ ສະພາຕ່ຳ ທີ່ນະຄອນວໍຊິງຕັນ. (ວັນທີ 7 ກໍລະກົດ 2016)

ພວກ​ຜູ້ນຳ​ຂອງ​ພັກຣີພັບ​ບລີ​ກັນ​ໃນ​ລັດຖະສະພາ​ສະຫະລັດ ກ່າວ​ອ້າງ​ວ່າ ພັກ​ຂອງ​ຕົນ​ມີ​ຄວາມ​ສາມັກຄີ​ກັນ​ແລ້ວຫຼັງ​ຈາກ​ໄດ້ມີ​ການ​ພົບ​ປະກັບ​ທ່ານ Donald Trump ທີ່​ຄາດ​ວ່າ​ຈະ​ໄດ້​ຮັບ​ການສະ​ເໜີ​ຊື່​ແຕ່ງຕັ້ ງ​ໃຫ້​ເປັນ​ຜູ້​ສະໝັກປ​ະທາ​ນາ​ທິບໍດີ​ຂອງ​ພັກ ​ເຖິງ​ແມ່ນ​ສະ ມາ​ຊິກ​ລັດຖະສະພາ​ຫຼາຍໆສິບ​ຄົນ ​ບໍ່​ໄດ້​ເຂົ້າຮ່ວມແລະ​ອີກ​ຈຳນວນ​ນຶ່ງ​ຍັງ​ບໍ່​ຍອມ​ປະກາດ​ໃຫ້ການ​ສະໜັບສະໜຸນ​ຕໍ່​ຜູ້​ສະໝັກ​ເທື່ອ ທັງໆ​ທີ່​ຍັງ​ເຫຼືອ​ເວລາ​ບໍ່​ຮອດ​ສອງ​ອາທິດກ່ອນ​ທີ່​ກອງ​ປະຊຸມ​ໃຫຍ່​ແຫ່ງຊາດຂອງ​ພັກຣີພັບບລີ​ກັນຈະ​ໄຂ​ຂຶ້ນ.

“ພວກ​ເຮົາ​ໄດ້​ມີ​ການ​ພົບ​ປະ ​ທີ່​ສຳຄັນ” ນັ້ນຄື​ຄຳ​ເວົ້າ ຂອງ​ທ່ານ Paul Ryan ປະທານ​ສະພາ​ຕ່ຳ​ສະຫະລັດ ​ທີ່​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ວັນ​ພະຫັດ​ວານ​ນີ້. “ມັນ​ເປັນ​ໂອກາດ​ອັນ​ສຳຄັນ​ ສຳລັບ​ສະມາຊິກ​ຂອງ​ເຮົາ ​ທີ່​ຈະ​ໄດ້​ຮັບຂໍ້​ມູນ​ເພີ້ິ້ມຕື່ມ ກ່ຽວ​ກັບ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ Trump ​ແລະ​ຊັກ​ຖາມກ່ຽວ​ກັບ​ບັນຫາ​ຕ່າງໆທີ່ມີ​ຄວາມ​ສຳຄັນ​ຕໍ່​ຊາວ​ອາ​ເມ​ຣິກັນ.”

ທ່ານ Ryan ກ່າ​ວຕື່ມ​ວວ່າ ມັນ​ເປັນ​ທີ່​ຈະ​ແຈ້ງວ່າ​ພັກ​ຂອງ​ພວກ​ເຮົາ ມີ​ຄວາມໝັ້ນໝາຍ ​ທີ່​ຈະ​ເອົາ​ຊະນະ​ທ່ານ​ນາງ Hillary Clinton ​ແລະ​ພັກ​ເດ​ໂມ​ແຄຣັດ ​ໃນ​ລະດູ​ໃບ​ໄມ້​ຫລົ່ນ​ປີນີ້.

Trump Meets with Capitol Hill Republicans Just Days Ahead of Convention
please wait

No media source currently available

0:00 0:00:52 0:00

ທ່ານ Trump ກໍ​ໄດ້​ສະ​ແດງ​ຄວາມ​ເຫັນ​ພ້ອມ ​ໃນ​ການ​ສົ່ງ​ຂໍ້ຄວາ​ມຜ່ານ​ທາງ Twitter ​ໂດຍ​ກ່າວ​ວ່າ ​ໄດ້​ມີ​ການ​ພົ​ບປະ​ທີ່​ສຳຄັນກັບ​ສະມາຊິກ​ພັກຣີພັບ​ບລີກັນ​ໃນ​ສະພາ​ຕ່ຳ ​ແລະສະພາ​ສູງ.​ ​ເປັນ​ມື້​ທີ່​ໜ້າ​ສົນ​ໃຈ ພວກ​ສະມາຊິກ​ເຫລົ່ານີ້ ​ເປັນ​ຜູ້​ທີ່​ຮັກ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ.

ທ່ານ Trump ​ໄດ້​ພົບ​ປະ​ແບບ​ປິດ​ລັບ​ກັບ​ສະມາຊິກ​ສະພາ​ຕ່ຳ​ແລະ​ສະພາ​ສູງ​ຂອງ​ພັກຣີ ພັບ​ບລີ​ກັນ ແບບ​ແຍກ​ກັນ ​ໃກ້ໆ​ກັບ​ຕຶກ​ຫໍ​ລັດຖະສະພາ​ສະຫະລັດ. ນີ້​ແມ່ນ​ການ​ພົບ​ປະ ​ເທື່ອ​ທີ​ສອງ​ຂອງທ່ານ Trump ​ໃນ​ຮອບ​ສາມ​ເດືອນ​ທີ່​ຜ່ານມາ​ເພື່​ອພະ​ຍາຍາມ​ຍື່ນ​ມື​ໄປ ​ຫາ​ສະມາຊິກ​ສະພາ​ໃນ​ພັກ​ຂອງ​ທ່ານຊຶ່ງ​ຫຼາຍໆ​ຄົນວາງ​ແຜນ​ທີ່​ຈະ​ບໍ່​ໄປ​ຮ່ວມ​ກອງ​ປະຊຸມໃຫຍ່​ແຫ່ງ​ຊາດຂອງ​ພັກ ທີ່​ເມືອງ Cleveland ລັດ Ohio ທີ່​ຈະ​ເລີ້ມຂຶ້ນ​ ໃນ​ວັນ​ທີ 18 ກໍລະກົດ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG