ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພັກຣີພັບບລີກັນ ປະຕິເສດ ຕໍ່ແຜນການປິດ ສະຖານທີ່ຄຸມຂັງ ຢູ່ອ່າວ Guantanamo

ຈາກຊ້າຍ, ສະມາຊິກສະພາສູງ ພັກຣີພັບບລີກັນ ທ່ານ John McCain ຈາກ Arizona, ທ່ານນາງ Kelly Ayotte ຈາກລັດ New Hampshire ແລະ ທ່ານ Lindsey Graham ຈາກລັດ South Carolina ກ່າວຖະແຫຼງຕໍ່ບັນດານັກຂ່າວໃນລັດຖະສະພາ Capitol Hill ກ່ຽວກັບການອອກກົດໝາຍເພັ່ງເລັງໃສ່ຂໍ້ຈຳກັດການນຳສົ່ງນັກໂທດຈາກ ອ່າວ Guantanamo, 13 ມັງກອນ, 2015.

ປະທານາທິບໍດີບາຣັກ ໂອບາມາ ໄດ້ໃຫ້ຄຳປະຕິຍານທີ່ຈະປິດ
ສະຖານ​ທີ່​ຄຸມ​ຂັງ ​ຂອງ​ພວກທະຫານ ທີ່ອ່າວ Guantanamo,
ປະເທດ ຄິວບາ ໃນທີ່ສຸດ, ໃນຂະນະທີ່ທ່ານໄດ້ໃຫ້ສັນຍາວ່າ
ຈະເຮັດໃນເວ ລາທີ່ທ່ານໄດ້ແຂ່ງຂັນເອົາຕຳແໜ່ງປະທານາ
ທິບໍດີ​ເທື່ອ​ທຳ​ອິດເມື່ອ 8 ປີທີ່ຜ່ານມາ. ແຕ່ວ່າຜູ້ນຳພັກ ຣິພັບ
ບລີກັນ ທັງ​ໃນສະພາຕ່ຳ ແລະ ສະພາສູງສະຫະລັດ ໄດ້ປະຕິ
ເສດຕໍ່ແຜນການຂອງທ່ານ ປະ ທານາທິບໍດີ ຢ່າງວ່ອງໄວ,
ໂດຍເອີ້ນວ່າ ບໍ່ກະຈ່າງແຈ້ງ ແລະ ​ເປັນອັນຕະລາຍ.

ຜູ້ນຳສຽງສ່ວນຫຼາຍ​ໃນສະພາສູງ ຂອງພັກຣີພັບບລີກັນ ທ່ານ
Mitch McConnell ໄດ້ກ່າວວ່າ ສະພາສູງຈະທົບທວນແຜນການ
ຂອງທ່ານ ໂອບາມາ, ແຕ່ໄດ້ກ່າວເພີ່ມເຕີມວ່າ,“ໃນເມື່ອມັນລວມມີການນຳເອົາພວກກໍ່
ການ ຮ້າຍທີ່​ເປັນອັນຕະລາຍ ໄປສູ່ສະຖານ​ທີ່​ຄຸມ​ຂັງ ໃນຊຸມຊົນຕ່າງໆຂອງ ສະຫະລັດ, ທ່ານກໍ ຄວນຈະຮູ້ວ່າ ຄວາມຕ້ອງການຂອງທັງສອງພັກການເມືອງໃນລັດຖະສະພາ ແມ່ນໄດ້ຖືກ ກ່າວອອກມາແລ້ວຕໍ່ຂໍ້ສະເໜີດັ່ງກ່າວນັ້ນ.”

ທ່ານ Ellen Sturtz ນັກເຄື່ອນໄຫວຈາກກຸ່ມຕໍ່ຕ້ານສົງຄາມ CodePink, ເຂົ້າຮ່ວມໃນການປະທ້ວງງຽບ ໃນລະຫວ່າງຄະນະກຳມະການກອງທັບ ຂອງສະພາສູງທຳການທົບທວນແຜນການ ກ່ຽວກັບ ສູນຄຸມຂັງໃນອ່າວ Guantanamo ປະເທດ ຄິວບາ ທີ່ນະຄອນຫຼວງ ວໍຊິງຕັນ. 5 ກຸມພາ 2015.

ສະມາຊິສະພາສູງພັກ ຣີພັບບລີກັນ ແລະ ອະດີດຜູ້ລົງແຂ່ງຂັນເອົາ ຕຳແໜ່ງປະທານາທິບໍດີທ່ານ John McCain ໄດ້ເປັນຜູ້ທີ່ໃຫ້ການ ສະໜັບສະໜູນຢ່າງແຮງຕໍ່ການປິດສະຖານທີ່ກັກຂັງ Guanta-
namo, ໂດຍເຫັນດີກັບປະທານາທິບໍດີ ໂອບາມາ ວ່າສະຖານທີ່
ດັ່ງກ່າວແມ່ນຂັດແຍ້ງຕໍ່ຫລັກ​ຄຸນຄ່າຂອງຄົນ ອາເມຣິກັນ. ທ່ານ McCain ເຊິ່ງເປັນປະທານຄະນະກຳມະການກອງທັບ​ຂອງ ສະພາສູງ ໄດ້ກ່າວວ່າ ຄະນະກຳມະການຂອງທ່ານຈະຈັດການພິ ຈາລະນາຂໍ້ສະເໜີຂອງທ່ານປະທາ ນາທິບໍດີ. ແຕ່ທ່ານກໍຍັງໄດ້ ກ່າວຕຳໜິຕໍ່ແຜນການດັ່ງກ່າວດ້ວຍ.

ທ່ານ McCain ໄດ້ກ່າວວ່າ “ສິ່ງທີ່ພວກເຮົາໄດ້ຮັບໃນມື້ນີ້ແມ່ນ
ລາຍການຂອງ ທາງເລືອກທີ່ບໍ່ກະຈ່າງແຈ້ງ, ມັນບໍ່ແມ່ນແຜນ
ການທີ່ໜ້າ​ເຊື່ອຖືສຳລັບການປິດ ສະຖານທີ່ກັກຂັງອ່າວ Guan-
tanamo. ໂດຍບໍ່ຕ້ອງກ່າວເຖິງ ນະໂຍບາຍທີ່ ເຊື່ອມໂຍງກັນເພື່ອຮັບມືກັບພວກ ນັກໂທດ
ກໍ່ການຮ້າຍໃນອະນາຄົດ.”
ທ່ານ ແລະ ສະມາຊິກສະພາພັກ​ຣີພັບ​ບລີ​ກັນຄົນອື່ນໆ ໄດ້ຕຳໜິ
ທ່ານປະທານາທິບໍດີ ທີ່ທ່ານບໍ່​ໄດ້ກ່າວວ່າ ຈະເອົາພວກນັກໂທດໃນປະຈຸບັນ ແລະ ໃນອະນາ
ຄົດ ໄປໄວ້ຢູ່ບ່ອນໃດ​ແທ້.

Obama: Guantanamo Bay Prison Undermines National Security
please wait

No media source currently available

0:00 0:02:29 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG