ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຣີພັບບລິກກັນ ແລະ ເດໂມແຄຣັດ ບັນລຸຂໍ້ຕົກລົງ ງົບປະມານ ປີ 2016


ຜູ້ນຳສະພາສູງ ສຽງສ່ວນນ້ອຍ ຈາກລັດ Nevada ທ່ານ Harry Reid of Nev ແລະຄະນະສະມາຊິກສະພາສູງ ກ່າວຕໍ່ ບັນດານັກຂ່າວ ຢູ່ ລັດຖະສະພາ ທີ່ ນະຄອນຫລວງ Washington, ວັນອັງຄານ 15 ທັນວາ 2015.
ຜູ້ນຳສະພາສູງ ສຽງສ່ວນນ້ອຍ ຈາກລັດ Nevada ທ່ານ Harry Reid of Nev ແລະຄະນະສະມາຊິກສະພາສູງ ກ່າວຕໍ່ ບັນດານັກຂ່າວ ຢູ່ ລັດຖະສະພາ ທີ່ ນະຄອນຫລວງ Washington, ວັນອັງຄານ 15 ທັນວາ 2015.

ບັນດາ​ຜູ້​ເຈລະ​ຈາທັງຫຼາຍໃນ ລັດຖະສະພາ ​ສະຫະລັດ ​ໄດ້​ບັນ
ລຸ​ຂໍ້​ຕົກລົງ​ແຜນງົບປະມານໃຊ້​ຈ່່າຍ​ຂອງ​ລັດຖະບານ 1 ພັນ 1
ຮ້ອຍ​ຕື້ ​ໂດ​ລາ ຕະຫຼອດປີ 2016 ທີ່​ຈະຫລຸດ​ຜ່ອນ​ພາສີອັນເປັນ
ທີ່ນິຍົມກັນຫຼາຍຢ່າງ ໃຫ້​ແກ່​ບັນດາ​ທຸລະ​ກິດ ​ແລະ​ສ່ວນບຸກ​ຄົນ.

ບັນດາ​ສະມາຊິກ​ສະພາ​ຕໍ່າ ​ພັກ​ຣີພັບ​ບລິ​ກັນ ​ໄດ້​ເປີດ​ເຜີຍຮ່າງ
​ລະບຽບ​ການໃຊ້​ຈ່າຍອັນ​ໃຫຍ່​ຫລວງ ​ໃນ​ຕອນເດິກ​ວັນ​ອັງຄານ
​ວານ​ນີ້ ຫລັງ​ຈາກ​ກອງ​ປະຊຸມ ທີ່ນຳພາ​ໂດຍ ປະທານ​ສະພາ​ຕໍ່າ
ທ່ານ Paul Ryan. ​ເລື້ອງ​ຕ່າງໆ​ຮວມ​ທັງ​ການ​ສີ້​ນສຸດ ຫ້າມສົ່ງ
​ນໍ້າມັນ​ດິບຈາກ ສະຫະລັດ ທີ່​ມີ​ມາ​ໄດ້ 40 ປີ ທີ່ ພັກ​ຣີພັບ​ບລິ​ກັນ
ຕ້ອງການ ​ແລະ​ການຕໍ່ອາຍຸ​ຫ້າ​ປີ ຂອງ​ການຍົກເວັ້ນພາສີີ​ແກ່​ບັນ
ດາ​ຜູ້​ພະ​ລິດ ພະລັງງານລົມ ​ແລະ​ແສງ​ຕາ​ເວັນ ທີ່​ສະ​ແຫວ​ງຫາ​ໂດຍ​ພັກ​ເດ​ໂມ​ແຄຣັດນັ້ນ.

ຮ່າງ​ກົດໝາຍທີ່ວ່ານີ້ ຍັງ​ບັງຄັບ​ເປັນ​ເວລາ​ສອງ​ປີ​ ໃຫ້ໂຈະ​ພາສີ​ສອງ​ຢ່າງ ທີ່ແນ​ໃສ່ໃຫ້
ທຶນກົດໝາຍ​ສຸຂະພາບ ທີ່ ປະທານາທິບໍດີ Barack Obama ​ໄດ້​ລົງ​ນາມ​ໄປນັ້ນໄວ້
ຊຶ່ງ​ປັດຈຸບັນແມ່ນ​ເກັບ​ພາສີ​ສຳລັບ​ເຄຶ່ອງ​ໃຊ້​ການ​ປິ່ນປົວ ​ແລະ​ເກັບ​ພາສີ​ແກ່ ປະກັນ​ໄພໃນລາຄາ​ສູງ ທີ່ຈະເປັນ​ຜົນ​ໃຊ້​ໃນ​ປີ 2018.

ພັກຣີພັບ​ບລິກກັນ ທີ່​ຄວບ​ຄຸມ​ສະພາ​ຕໍ່າ ​ແລະ​ສະພາ​ສູງ ຄາດ​ວ່າ​ຈະ​ລົງ​ຄະ​ແນນ​ສຽງ
ແຜນ​ໃຊ້​ຈ່າຍ​ດັ່ງກ່າວໃນ​ວັນ​ພະຫັດ​ມື້​ອຶ່ນນີ້.

XS
SM
MD
LG