ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາສະຫະລັດ ສອບສວນ ເລື້ອງການໂຈມຕີ ສະຖານກົງສຸນ ທີ່ລິເບຍ (ວີດີໂອ)


​ກໍາມະການສະພາຕໍ່າ ທີ່ກໍາ​ກັບ​ດູ​ແລ ​ແລະ​ການ​ປະຕິ​ຮູບ​ຂອງ​ລັດຖະບານ ນັ້ນ ​ໄດ້​ທໍາ​ການ​ຮັບ​ຟັງ​ຄໍາ​ໃຫ້ການ​ຕໍ່​ສະພາ​ຄ​ອງ​ແກ​ຣສ​ເທື່ອ​ທໍາ​ອິດ ກ່ຽວກັບ​ເຫດການ​ໂຈມ​ຕີ​ສະຖານ​ກົງສຸນ​ສະຫະລັດ​ທີ່​ເມືອງ Benghazi ປະ​ເທດ​ລິ​ເບຍ ທີ່​ໄດ້​ສັງຫານ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ​ແລະ​ເຈົ້າໜ້າ​ທີ່ ອະ​ເມ​ຣິກັນ​ອີກ​ສາມ​ຄົນ. ພັກຣີພັບ​ບລິ​ກັນ ຕໍາ​ໜິຕິຕຽນ​ລັດຖະບານໂອ​ບາມາ ​ຢ່າງ​ໃຫຍ່ ທີ່​ບໍ່​ສາມາດ​ສະໜອງ​ການ​ຄຸ້ມ​ກັນ​ຮັບ​ສາ​ຄວາມ​ປອດ​ໄພ​ໄດ້ ຢ່າງ​ພຽງພໍ ​ແລະ​ສ່ວນ​ຝ່າຍເດ​ໂມ​ແດຣດ ກໍ​ກ່າວ​ຫາ​ພັກຣີພັບ​ບລິ​ກັນ​ວ່າ ພະຍາຍາມ​ຍົກ​ເອົາ​ໂສກ​ນາດຕະກໍາດັ່ງກ່າວ​ນີ້​ໃຫ້​ກາຍ​ເປັນ​ເລຶ່ອງການ​ເມືອງ.

ລາຍ​ລະອຽດ​ຊຸດ​ໃໝ່​ກໍາລັງໂຜ່​ຂຶ້ນມາ​ກ່ຽວ​ກັບ​ສິ່ງ​ທີ່​ບັນດາ​ເຈົ້າໜ້າ​ທີ່​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ເອີ້ນ​ວ່າ​ເປັນ​ການ​ໂຈມ​ຕີ​ສະຖານ​ກົງສຸນ ສະຫະລັດ​ທີ່​ເມືອງ​ Benghazi ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ກ່າວ​ຄື​ມີ​ຊາຍກຸ່ມໃຫຍ່​ກຸ່ມນຶ່ງ​ທີ່​ປະກອບ​ອາວຸດ​ໜັກ​ໄດ້​ບຸກ​ເຂົ້າ​ໄປ​ພາຍໃນ​ບໍລິ​ເວນສະຖານ​ກົງສຸນ ​ແລະ​ກໍຈູດ​ຕຶກ​ກົງ​ສຸນ. ບັດ​ນີ້​ ກະຊວງ​ຕ່າງປະ​ເທດ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ ບໍ່​ເຊື່ອ​ເລີຍ​ວ່າການ​ໂຈມ​ຕີ​ແມ່​ນ​ພຽງ​ເລີ່​ມຂຶ້ນ​ເພື່ອ​ຕໍ່ຕ້ານ​ຮູບ​ເງົາ​ຕໍ່ຕ້ານ​ສາສະໜາ​ມູສລິ​ມ​ເທົ່າ​ນັນ ​ແຕ່​ມັນ​ເປັນ​ການ​ໂຈມ​ຕີ​ທີ່​ໄດ້​ວາງ​ແຜນ​ໄວ້​ຢ່າງ​ລອບຄອບ​ແລ້ວ.

ພັນ​ໂທ Andrew Wood ຫົວໜ້າ​ໜ່ວຍ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ທີ່​ມີ​ສະມາຊິກນໍາ​ກັນ 16 ຄົນປະຈໍາ​ຢູ່​ລິ​ເບຍ ທີ່​ໄດ້​ອອກ​ຈາກ​ທີ່​ນັ້ນ​ກ່ອນ​ຖືກ ​ໂຈມ​ຕີ ​ໄດ້​ໃຫ້ການ​ແກ່​ຄະນະ​ກໍາມະການ​ຄອງ​ແກຣສວ່າ ສະຖານ​ກົງສຸນ ສະຫະລັດ​ຢູ່​ເມືອງ Benghazai ບໍ່​ເຄີຍ​ມີ​ກໍາລັງ​ທີ່​ຕ້ອງການ​ເພື່ອ​ຄຸ້ມ​ກັນ ຢ່າງພຽງພໍຕະຫຼອດ​ມາ.

ພັນ​ເອກ Andrew Wood ​ເວົ້າ​ວ່າ: “​ເລຶ່ອງພາລະກິດການ​ຮັກສາ​ຄວາມ​ປອດ​ໄພປະ​ຈໍາ​ຢູ່ເມືອງ​ເບັງ​ກາ​ຊີນັ້ນ ຍັງ​ຄົງ​ດິ້ນຮົນ​ເພື່ອໃຫ້ໄດ້​ຈໍານວນ​ທີ່​ຕ້ອງການ​ຕະຫຼອດ​ເວລາ​ທີ່​ຂ້າພະ​ເຈົ້າປະ​ຈໍາ​ການ​ຢູ່​ທີ່​ນັ້ນ. ສະຖານະ​ການ​ຍັງ​ບໍ່ ​ແນ່ນອນ ​ແລະ​ລາຍ​ງານ​ຕ່າງໆ​ຈາກ​ແຫຼ່ງຂ່າວ​ລິ​ເບຍ​ຊີ້ແນະວ່າ ສະຖານະການ​ຍິ່ງ​ຮ້າຍ​ແຮງ​ລົງ​ໄປ​ອີກ. ການ​ຮັກສາ​ຄວາມ​ປອດ​ໄພ​ແກ່​ການ​ທູດຍັງອ່ອນ​ແອ​ຢູ່. ​ເຊັ່ນ ​ໃນ​ເດືອນ​ເມສາ​ຜ່ານ​ມາ ມີ​ເຈົ້າໜ້າ​ທີ່​ຍາມໃຫ້ການ​ທູດສະຫະລັດ​ປະ​ຈໍາ​ການ​ຢູ່​ທີ່​ນັ້ນພຽງນຶ່ງ​ຄົນ​ເທົ່າ​ນັ້ນ.”

ທ່ານ Darrell Issa ປະທານ​ກໍາມະການ ພັກ​ຣີພັບ​ບລິ​ກັນ ​ໄດ້​ກ່າວ​ຫາ ລັດຖະບານ​ໂອ​ບາ​ມາ ວ່າ​ບໍ່​ເອົາ​ຫົວຊາ​ນໍາ​ຄໍາ​ຮ້ອງ​ຂໍ​ຊໍ້າ​ແລ້ວ​ຊໍ້າ​ອີກຈາກ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ສະຫະລັດ​ພາກ​ພື້ນ​ດິນປະ​ຈໍາລິ​ເບຍ ​ເພື່ອ​ຂໍ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ເພີ່ມ​ຕື່ມ ​ເພື່ອ​ເຮັດ​ໃຫ້​ສະຖານະ​ການ​ຢູ່​ທີ່​ນັ້ນ ປາກົດ​ໃຫ້​ຢູ່​ໃນ​ສະພາບ​ປົກກະຕິ. ທ່ານ Darrell ​ໄດ້​ຖາກ​ໜ້າ​ເຈົ້າໜ້າ​ທີ່ ກະຊວງ​ຕ່າງປະ​ເທດ ທ່ານ​ນາງ Charlene Lamb ທີ່​ປະຕິ​ເສດ​ຄໍາ​ຮ້ອງ ຂໍ​ຫຼາຍ​ຄັ້ງ​ດັ່ງກ່າວ. ນີ້​ຄື​ການ​ປະ​ທະ​ຄາລົມ​ກັນ​ລະຫວ່າງທ່ານ​ນາງ Lamb ​ແລະ ທ່າ​ນ Issa.

ທ່ານ​ນາງ ​ແລມ ຕອບ​ວ່າ: “ທ່ານ​, ​ເຮົາ​ມີ​ຈໍານວນ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ ປອດ​ໄພ​ຖືກຕ້ອງ​ພໍດີ​ແລ້ວ​ປະ​ຈໍາ​ຢູ່​ເບັງ​ກາ​ຊີ ​ເວລາ​ເກີດ​ເຫດ​ເມື່ອ​ວັນ​ທີ່ 11 ກັນ​ຍາຕາມ​ທີ່​ເຫັນ​ດີ​ກັນ​ແລ້ວນັ້ນ:“

ທ່ານ Issa ກ່າວ​ຕອບ​ວ່າ: “ຂໍ​ເລິ່ມຕົ້ນ​ເວົ້າ​ວ່າ​ພວກ​ທ່ານ​ມີ​ຈໍານວນ​ເຈົ້າໜ້າ​ຮັກສາ​ຄວາມ​ປອດ​ໄພທີ່​ຖືກຕ້ອງ​ແລ້ວເນາະ ​ແລະ​ເອກ​ອັກຄະ​ລັດຖະທູດ​ຂອງ​ພວກ​ເຮົາ ​ແລະ​ອີກ ສາມ​ຄົນ​ເສຍ​ຊີວິດ ​ແລະ​ພວກ​ຄົນ​ນອນ​ພັກ​ຟື້ນ​ຢູ່​ໂຮງໝໍ ຍ້ອນ​ວ່າ​ມັນ​ພຽງ ​ແຕ່​ໃຊ້​ເວລາບຶດ​ດຽວ​ເທົ່າ​ນັ້ນ​ເພື່ອ​ບຸກຖະລົ່ມສະ ຖານ​ ກົງສຸນ ທີ່​ຢ່າງ​ໃດ​ຢ່າງ ນຶ່ງ​ທີ່ບໍ່​ເບິ່ງ​ຄື​ວ່າ​ເຫດຜົນ ດັ່ງກ່າວບໍ່ເປັນ ຄວາມຈິງ ແລະບໍ່ມີເຫດຜົນພຽງພໍສຳລັບປະຊາຊົນອະເມຣິກັນ.

ບັນດາ​ເຈົ້າໜ້າ​ທີ່​ທໍານຽບຂາວ ​ແລະ​ກະຊວງ​ຕ່າງປະ​ເທດ​ຕອບ​ໂຕ້​ຕໍ່​ການ ພິດ​ຈາລະ​ນາ​ຢ່າງ​ລະອຽດ​ນີ້ ​ໂດຍ​ກ່າວ​ວ່າ ການ​ສືບສວນ​ສອບ​ສວນ​ເລຶ່ອງ ການ​ໂຈມ​ຕີ​ນີ້​ກໍ​າລັງ​ດໍາ​ເນີນ​ໄປ​ຢູ່.

ຝ່າຍ​ພັກ​ເດໂມ​ແຄຣທ ທີ່ຢູ່​ໃນ​ຄະນະ​ກໍາມະການ ​ໄດ້​ກ່າວ​ຫາ​ພັກ​ຣີພັບ​ບລິ ກັນ​ວ່າ ຟ້າວ​ສະ​ລຸບເຫດການ​ໄວເກີນ​ໄປ ກ່ອນ​ຄວາມ​ຈິງ​ຈະ​ປາກົດ​ອອກ​ມາ​ຢ່າງ​ໃດ ​ແລະ​ເປັນ​ການ​ກະທໍາ​ໃນ​ວິທີ​ທາງ​ຂອງ​ພັກ​ການ​ເມືອງ​ພັກ​ດຽວ ທ່ານ Elijah Cummings ຄະນະ​ກໍາມະການ​ລະດັບ​ສູງ​ຄົນ​ນຶ່ງ​ສັງກັດ ພັກ​ເດ​ໂມ​ແດຣທຈາກ​ລັດ​ແມຣີ​ແລ​ນດ໌.

ທ່ານ ຄໍາ​ມິ​ງ ກ່າວ​ວ່າ: “ປະທານ​ກໍາມະການ​ໄດ້​ກັກເອກ​ກະສາ​ນຕ່າງໆ​ໄວ້ ທີ່​ໄດ້​ມອບ​ໃຫ້​ຄະນະ​ກໍາມະການ ຊຶ່ງ​ຖື​ວ່າ​ເປັນ​ການລະ​ເມີດ​ກົດ​ຂອງ​ສະພາ ຕໍ່າ ​ແລະ​ພ້ອມ​ດຽວ​ກັນ​ທ່ານກໍ​ບໍ່​ໄດ້​ລວມ​ເອົາ​ຝ່າຍ​ເດ​ໂມ​ແຄຣທຈາກ​ຄະນະ​ຜູ້ຕາງໜ້າ​ສະພາ​ໄປ​ຍັງ​ລິ​ເບຍ​ໃນ​ອາທິດ​ຜ່ານ​ມາ​ນີ້. ພວກ​ເຮົາ​ເອັງ​ກໍ​ຖື​ກ ແຈ້ງ​ບອກເຖິງ​ການ​ເດີນທາງ​ໄປ​ລິ​ເບຍໃນ​ໄລຍະ​ບໍ່​ເຖິງ 24 ຊົ່ວ​ໂມງ​ຊໍ້າ.”

ນອກ​ນີ້​ແລ້ວ ຝ່າຍ​ເດ​ໂມ​ແຄຣທ ຍັ​ງ​ໄດ້​ຍົກ​ຂໍ້​ອ້າງ​ຂຶ້ນມາ​ວ່າ ສະພາ​ຕໍ່າ​ພັກ ຣີພັບ​ບລິ​ກັນ ​ໄດ້​ຕັດ​ງົບປະມານ​ລົງ​ຊໍ້າ​ແລ້ວ​ຊໍ້າ​ອີກ​ສໍາລັບ​ການ​ຮັກສາ​ຄວາມ​ປອດ​ໄພແກ່​ທາງ​ການ​ທູດ ​ແລະ​ກໍ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ຄອງ​ແກຣສ ອະນຸມັດ​ເງິນ​ອີກ​ຈໍາ​ນວນ​ນຶ່ງ​ເພື່ອ​ພິທັກ​ປົກ​ປ້ອງ​ຊາວ​ອະ​ເມຣິກັນ​ທີ່​ຮັບ​ໃຊ້ປະ ​ເທດ​ຊາດ​ຂອງ​ພວກ​ເຂົາ​ເຈົ້າຢູ່​ໃນ​ທົ່ວ​ໂລກ.
XS
SM
MD
LG