ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຄວນເພັ່ງ​ເລັງ ​ໃສ່ໄພຂົ່ມຂູ່ ພາຍໃນ​ປະ​ເທດ ແທນ ກຸ່ມກໍ່ການຮ້າຍ ທົ່ວໂລກ


Should US Focus Be on Domestic Threats, Not Global Terrorism?
please wait

No media source currently available

0:00 0:02:18 0:00

ຊົມວີດີໂອ ລາຍງານນີ້

ສະຫະລັດ​ຄວນ​ຈະສື​ບຕໍ່​ເພັ່ງ​ເລັງ ຄວາມສົນ​ໃຈ​ໃສ່​ ພວກ​ກໍ່​ການ
​ຮ້າຍ​ອິສລາມ ຈາກ​ຕ່າງປະ​ເທດບໍ ຫຼືວ່າ ຈະ​ຫັນປ່ຽນ​ຄວາມ​ສົນໃຈ
ຫຼາຍຂຶ້ນ ​ໃສ່​ການ​ຂົ່ມຂູ່​ ຈາກ​ກຸ່ມ​ກຽດຊັງ ຢູ່​ພາຍ​ໃນ​ປະ​ເທດ?
ບັນດາ​ສະມາຊິກ ຄະນະ​ກຳ​ມາທິ​ການຂອງ​ສະພາຕ່ຳ ​ກະຊວງ​
ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດ ແລະ ບັນດາພິຍານ
​ຜູ້​ຢູ່​ໃນ​ເຫດການ ​ໄດ້​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ຄຳ​ຖາ​ມທີ່ກ່າວມາ​ນັ້ນ ຢູ່ໃນ
ການ​ຮັບ​ຟັງຄຳ​ໃຫ້ການ ໃນລັດຖະສະພາ ​ທີ່​ໄດ້​ຖືກຈັດ​ຂຶ້ນ ເພື່ອເປັນ
​ການ​ຕອບສະໜອງ ຕໍ່​ການ​ສັງຫານ​ສາສະ​ນິກະ​ຊົນຊາວ​ອາ​ເມຣິກັນ
​ເຊື້ອສາຍ​ອາ​ຟຣິກາ 9 ຄົນ ​ເມື່ອ​ເດືອນ​ແລ້ວ​ນີ້ ທີ່ເມືອງ Charleston
ລັດ South Carolina. ຜູ້​ສື່ຂ່າວວີ​ໂອ​ເອ ​ປະຈຳ​ລັດຖະສະພາ
Cindy Saine ມີ​ລາຍ​ລະອຽດເພີ້​ມ​ເຕີມ ຊຶ່ງ​ໄຊ​ຈະ​ເລີ​ນສຸກ ຈະ​ນຳ​
ເອົາ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ຊາວອາເມຣິກັນ ຍັງຄົງສືບຕໍ່ໄວ້ອາໄລ ​ເຖິງພວກທີ່ຖືກສັງຫານ ຢູ່ທີ່ໂບດ Emmanuel
African Methodist Episcopal ໃນເມືອງ Charleston ຢູ່​ຕໍ່​ມາ.

ຕຳຫລວດກ່າວວ່າ ທ້າວ Dylann Roof ມືປືນຜູ້​ຮັບ​ສາລະພາບ ວ່າ​ໄດ້​ທຳ​ການ​ໂຈມ​ຕີ​ທີ່​
ວ່າ​ນັ້ນ ​ເວົ້າ​ວ່າ ລາວຢາກເລີ້ມສົງຄາມ​ເຊື້​ອຊາດຜິວພັນ. ໃນວັນພຸດຜ່ານມານີ້ ຄະນະກຳ
ມາທິການສະພາ​ຕໍ່າ ໄດ້ຫາລືກັນ​ເຖິງເລື່ອງການ​ເກີດຫົວ​ຮຸນ​ແຮງ ​ແລະ​ເລື້ອງ​ທີ່​ວ່າ ອັນໃດ
​ເປັນ​ສິ່ງ​ດົນ​ໃຈໃຫ້ ຊາຍໄວ 21 ປີ ກໍ່ອາຊະຍາກຳດັ່ງກ່າວນັ້ນ.

ສະມາຊິກສະພາ ສັງກັດພັກຣີພັບບລີກັນ ທ່ານນາງ ແຄ່ນດິສ ມີເລີ້ ເວົ້າວ່າ “ຍ້ອນວ່າ
ເວລາ ທີ່ຂ້າພະເຈົ້າ ເຫັນຮູບພາບ ຂອງຄາດຕະກອນ ຢູ່ໃນລັດ South Carolina
ນັ້ນ ຂ້າພະເຈົ້າຄິດວ່າ ຊາຍຄົນນັ້ນ ອາດ​ແມ່ນຢູ່​ໃນສູນການຄ້າ ໃນທ້ອງ​ຖິ່ນຂອງ
ພວກເຮົາກໍເປັນໄດ້! ລາວມາແຕ່ແຫ່ງຫົນໃດ? ມັນເກີດຫຍັງຂຶ້ນ ຢູ່ໃນໂລກນີ້?
ລາວມາ​ຈາກຄອບຄົວແບບໃດ? ​ເລື້ອງ​ຈັ່ງ​ຊີ້ເກີດຂຶ້ນໄດ້ແນວໃດ ຢູ່ອາເມຣິກາ?”

ທ່ານ ໄມເກີລ ແມັກຄອລ ປະທານຄະນະກຳມາທິການ ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​
ພາຍ​ໃນ​ຂອງ​ສະຫະລັດ ກ່າວວ່າການຂົ່ມຂູ່ຈາກ ພວກກຸ່ມກໍ່ການຮ້າຍອິສລາມ ທີ່ມີຖານ
ທີ່ຕັ້ງຢູ່ຕ່າງປະເທດ ແລະ ພວກກຸ່ມກຽດຊັງຜິວພັນ ຫົວນິຍົມຂວາຈັດ ທີ່​ມີ ຖານທີ່ຕັ້ງຢູ່ໃນ
ສະຫະລັດ ແມ່ນກຳລັງມີເພີ້ມຂຶ້ນ.

ທ່ານ ແມັກຄອລ ສະມາຊິກສະພາ ສັງກັດພັກຣີພັບບລີກັນ ເວົ້າວ່າ “ເຖິງແມ່ນວ່າຈະໄດ້ ຮັບແຮງດົນບັນດານໃຈ ໂດຍພວກກໍ່ການຮ້າຍ ອິສລາມ ຫຼື ພວກຄົນຜິວຂາວ ທີ່
ກຽດຊັງຄົນຜິວອື່ນໆກໍ​ຕາມ ​ແຕ່ ພວກຜູ້ກໍ່ການຮ້າຍ ເຫຼົ່ານີ້ ກໍແມ່ນມີລັກສະນະ
ອັນໜຶ່ງ ທີ່ຄ້າຍຄືກັນ ພວກເຂົາຢາກທຳຮ້າຍໂຈມຕີ ພວກຄົນຜູ້ບໍລິສຸດ ຂົ່ມຂູ່ພົນ
ລະເມືອງຂອງພວກເຮົາ ແລະ ໃຊ້ອຳນາດບີບບັງຄັບພວກເຮົາ ເພື່ອທີ່ຈະບັນຫລຸ
ອຸດົມການ ແລະ ເປົ້າໝາຍອັນຮ້າຍກາດຕ່າງໆ ຂອງພວກເຂົາ.”

ຫຼັງຈາກວັນທີ 11 ກັນຍາ ປີ 2001 ຊຶ່ງເກີດການໂຈມຕີ ຂອງພວກກໍ່ການຮ້າຍນັ້ນ​ແລ້ວ
ວໍຊິງຕັນ ໄດ້ເພັ່ງເລັງຄວາມພະຍາຍາມຂອງຕົນ ​ໃສ່ສະກັດກັ້ນ ພວກກຸ່ມກໍ່ການຮ້າຍ
ອິສລາມສາກົນ. ແຕ່ພວກຄົນບາງສ່ວນ ຢູ່​ໃນການຮັບ​ຟັງ​ຄຳ​ໃຫ້ການ ໃນວັນພຸດຜ່ານ
ມານັ້ນ ກ່າວວ່າ ລັດຖະບານ ຕ້ອງທຳງານຫຼາຍອີກກວ່ານີ້ ເພື່ອຕອບໂຕ້ ພວກກຸ່ມກຽດ
ຊັງກຸ່ມ​ຕ່າງໆ ພາຍໃນປະເທດ.

ທ່ານ ຣິກສຈາດ ໂຄແຫນ ຈາກສູນກົດໝາຍເພື່ອຄົນທຸກຍາກພາກໃຕ້ ເວົ້າວ່າ “ຂ້າພະເຈົ້າ
ຢາກຊຸກຍູ້ໃຫ້ຄະນະກຳມາທິການນີ້ ຮັບປະກັນວ່າ ການຕໍ່ສູ້ຕ້ານຢັນພວກຫົວຮຸນ
ແຮງຈັດອິສລາມ ຈະບໍ່ຫັນເຫຄວາມຕັ້ງໃຈ ຂອງລັດຖະບານ ໄປຈາກການຂົ່ມຂູ່
ອື່ນໆ ທີ່ເປັນອັນຕະລາຍ ແກ່ປະເທດອັນຍິ່ງໃຫຍ່ຂອງພວກເຮົາ.”

ແຕ່ສະມາຊິກຄະນະກຳມາທິການ ສັງກັດພັກຣີພັບບລີກັນ ທ່ານ ປີເຕີ້ ຄິ້ງ ໄດ້ອອກສຽງ
ຄວາມເປັນຫ່ວງ ດັ່ງນີ້:

ທ່ານ ຄິ້ງເວົ້າວ່າ “ສະນັ້ນ ຖ້າພວກເຮົາ ຫັນປ່ຽນຄວາມສຳຄັນ ຫຼື ເພີ້ມຄວາມສຳຄັນ
ໄປຫາພວກຜິວຂາວທີ່ກຽດຊັງຄົນຜິວອື່ນ, ຕົວຢ່າງເຊັ່ນພວກກຸ່ມ Klan, ພັກນາຊີ ອາເມຣິກັນ ແລະ ກຸ່ມໃດໆຂອງພວກຄາດຕະກອນ ທີ່ໂຫດຮ້າຍເຫຼົ່ານີ້ ຄັນພວກ
ເຮົາເຮັດເຊັ່ນນັ້ນແລ້ວ ​ໃນ​ການ​ຫັນປ່ຽນ​ຄວາມ​ສຳຄັນ​ດັ່ງກ່າວ ​ໄປ​ຈາກ​ລັດທິ​ຫົວ​
ຮຸນ​ແຮງ​ອິສລາມ ​ມັນ​ຈະ​ເປັນ​ການເພີ້​ມຄວາມສ່ຽງ ສຳລັບ​ປະ​ເທດຊາດ​ຂອງພວກ​
ເຮົາ​ຫຼືບໍ່?”

ສະມາຊິກສະພາ​ຕໍ່າ ສຫລ ທ່ານ ແມັກຄອລ ​ເປັນ​ຜູ້​ອຸບປະຖຳຮ່າງກົດໝາຍສະບັບໜຶ່ງ
ເພື່ອຈັດຕັ້ງ ຫ້ອງການລັດຖະບານກາງ ຂຶ້ນ​ມາ ເພື່ອຕໍ່ສູ້ກັບພວກກໍ່ການຮ້າຍ ຫົວຮຸນແຮງ
ຈັດທັງຫຼາຍ ຢູ່ພາຍໃນດິນແດນຂອງສະຫະລັດ.

Should the U.S. government continue to focus its attention on Islamic terrorism from overseas, or shift more attention to the threat from domestic hate groups?Members of the House Homeland Security Committee and witnesses sparred over that question at a hearing called in response to last month's killiing of nine parishoners at an African-American church in Charleston, South Carolina. VOA Congressional Correspondent Cindy Saine has more.

Americans continue to mourn those killed at Emmanuel African Methodist Episcopal Church in Charleston.

Police say confessed shooter Dylann Roof carried out the attack because, he said, he wanted to start a race war.On Wednesday, a congressional panel discussed the radicalization process and what could have driven a 21-year old to commit such a crime.

(REP. CANDICE MILLER, REPUBLICAN)
"Because when I saw that picture of that murderer in South Carolina, I thought, that kid could be at our local mall!What in the world ever happened?Where did he come from?What kind of family was he involved with?How does this even happen in America?"

The threat from Islamist terrorists based abroad and right-wing hate groups based in the U.S. is on the rise, said Homeland Security Committee Chairman Michael McCaul.

(REP. MICHAEL McCAUL, REPUBLICAN))
"Whether inspired by Islamic terror or white supremacy, these assailants share one trait in common -- they want to attack the innocent, intimidate our population and coerce us in order to achieve their ideological and insidious goals."

After the September 11, 2001 terrorist attacks, Washington focused its efforts to thwart international Islamic terrorism.But some at Wednesday's hearing say the government needs to do more to counter domestic hate groups.

(RICHARD COHEN, SOUTHERN POVERTY LAW CENTER)
"I would urge the committee to ensure that the fight against Islamic extremism does not take the government's attention away from other threats that endanger our great country."

But Republican committee member Peter King voiced concern:

(REP. PETER KING, REPUBLICAN)
"So if we shift emphasis or add an emphasis to white supremacists, the Klan, the American Nazi Party, any of these horrible murdering groups, do we, in doing that, in shifting any emphasis at all away from Islamic radicalism, are we putting the country more at risk? "

Congressman McCaul is sponsoring legislation to set up a federal office to combat violent extremism on U.S. soil.

XS
SM
MD
LG