ສະມາຊິກສະພາຕໍ່າພັກຣີພັບບລິກັນກຸ່ມນຶ່ງ ກຳລັງກະກຽມໜັງສື ຮ້ອງຂໍໃຫ້ປະທານ
ສະພາຕໍ່າທ່ານ ພອລ ຣາຍອັນ ຫາທາງແກ້ໄຂທາງດ້ານກົດໝາຍ ພາຍໃນທ້າຍເດືອນ
ທັນວາ ຕໍ່ພວກຊາວໜຸ່ມທີ່ເຂົ້າເມືອງຜິດກົດໝາຍ ເກືອບ 800 ພັນຄົນ ທີ່ຖືກນຳເຂົ້າ
ມາສະຫະລັດ ໃນຕອນເປັນເດັກນ້ອຍຫລືດາກາ. ຖານະຂອງເຂົາເຈົ້າ ແມ່ນຍັງສະລັບ
ຊັບຊ້ອນຍາກທີ່ຈະທຳນາຍໄດ້ ໃນການພິຈາລະ ນາຮ່າງກົດໝາຍເປັນຈຳນວນຫຼວງ
ຫຼາຍ ໃນໄລຍະທ້າຍປີຂອງລັດຖະສະພາ.
ປະທານາທິບໍດີດໍໂນລ ທຣໍາ ໄດ້ຍົກເລີກໂຄງການພວກເດັກນ້ອຍເຂົ້າເມືອງຜິດກົດ
ໝາຍຫລືດາກາ ຂອງລັດຖະບານປະທານາທິບໍດີໂອບາມາໃນຕົ້ນປີນີ້ ໂດຍ ຮຽກຮ້ອງ
ໃຫ້ສະພາ ຮັບຜ່ານຮ່າງກົດໝາຍ ທີ່ອຳນວຍໃຫ້ພວກເດັກນ້ອຍຢູ່ໃນໂຄງການດາກາ
ມີເສັ້ນທາງຜ່ານໄປສູ່ການໄດ້ຮັບຖານະຢູ່ຢ່າງຖາວອນໃນສະ ຫະລັດ ກ່ອນໂຄງການ
ຈະໝົດລົງໃນເດືອນມີນາປີ 2018 ຈະມາເຖິງນີ້.
ຄວາມພະຍາຍາມທີ່ຈະເກັບກໍາລາຍເຊັນ ສຳລັບໜັງສືນີ້ ແມ່ນນຳພາໂດຍສະມາຊິກ
ສະພາຕໍ່າ ສະກັອດ ເທເລີ ສະມາຊິກພັກຣີພັບບລິກກັນ ຈາກລັດເວີຈີເນຍ ອີງຕາມ
ທ່ານນາງມີແຊນ ລູຮານ ກຣິສແຮມ ສະມາຊິກພັກເດໂມແຄຣັດ ຈາກລັດນິວເມັກຊິໂກທີ່ເປັນປະທານຂອງກຸ່ມສະມາຊິກສະພາທີ່ປາກພາສາສະແປນິສທີ່ໄດ້ກ່າວຕໍ່ພວກ
ນັກຂ່າວ ຢູ່ໃນການຖະແຫຼງ ໃນຕອນເຊົ້າວັນພະຫັດວານນີ້. ຫ້ອງການທ່ານນາງເທເລີ
ບໍ່ໄດ້ໃຫ້ຄຳເຫັນໃດໆ ກ່ຽວກັບຄຳຖາມຂອງວີໂອເອ.
ທ່ານນາງກຣິສແຮມ ກ່າວວ່າ ທ່ານນາງບໍ່ໄດ້ຮັບເນື້ີອໄນຂອງໜັງສື ແຕ່ຄວາມຮູ້ສຶກ
ຂອງທ່ານນາງກ່ຽວກັບເລື່ອງນີ້ກໍຄື ຖ້າຮ່າງກົດໝາຍທີ່ເປັນທາງເລືອກບໍ່ໄດ້ມີສະ
ເໜີ ບັນດາສະມາຊິກຈະພາກັນເຊັນເພື່ອຍົກເລີກໜັງສືດັ່ງກ່າວທີ່ຈະບັງຄັບ ໃຫ້ມີການ
ລົງຄະແນນສຽງກ່ຽວກັບຮ່າງກົດໝາຍດາກາ. ໜັງສືດັ່ງກ່າວໄດ້ນໍາສະ ເໜີ ໂດຍສະ
ມາຊິກພັກຣີພັບບລິກັນ ທ່ານໄມຄ໌ ຄອຟແມນ ໃນຕົ້ນປີນີ້.
ທ່ານຄອຟແມນໄດ້ກ່າວຕໍ່ວີໂອເອວ່າ ທ່ານ “ແນ່ນອນມີຄວາມຫວັງໄປໃນທາງທີ່ດີທີ່
ວ່າ ບາງສິ່ງບາງຢ່າງຈະແລ້ວສຳເລັດກ່ອນເດືອນມີນາ.” ທ່ານກ່າວວ່າ ທ່ານຈະພິຈາ
ລະນາໜັງສືໃດໆກໍຕາມ ທີ່ຊອກຫາຊ່ອງທາງແກ້ໄຂ ໂດຍທັນທີ ໂລດນັ້ນ.
ທ່ານກຣິສແຮມກ່າວວ່າ ສຳລັບພາກສ່ວນຂອງເຂົາເຈົ້າແລ້ວ ສະມາຊິກພັກເດໂມແຄ
ຣັດ “ຍັງຈະແຈ້ງໃນຖານະທີ່ເປັນກຸ່ມນຶ່ງ ພວກເຮົາຕ້ອງໄດ້ດຳເນີນການ ໃນທ້າຍປີນີ້
ພວກມີຄວາມໄຝ່ຝັນ 122 ຄົນ ໄດ້ຮັບຜົນກະທົບໃນທາງລົບທຸກມື້ ພວກເຂົາເຈົ້າສູນ
ເສຍຖານະ.”
ສະມາຊິກພັກເດໂມແຄຣັດໄດ້ພະຍາຍາມທີ່ຈະເອົາຮ່າງກົດໝາຍກ່ຽວກັບເລື່ອງ ດາ
ກາ ໄປເປັນເງື່ອນໄຂໃນຮ່າງກົດໝາຍງົບປະມານການໃຊ້ຈ່າຍຂອງລັດຖະບານ.
ເງິນທຶນສຳລັບການບໍລິຫານງານຂອງລັດຖະບານ ຈະໝົດລົງໃນວັນສຸກອາທິດໜ້າ
ດັ່ງນັ້ນ ຈຶ່ງຈຳເປັນຕ້ອງໄດ້ມີການຕໍ່ອາຍຸເປັນການຊົ່ວຄາວ ຫລືຮັບ ຮອງເອົາຮ່າງກົດ
ໝາຍໃໝ່ ພາຍໃນເວລານັ້ນ ເພື່ອຫລີກລ່ຽງບໍ່ໃຫ້ມີການອັດລັດຖະບານ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ