ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ສະມາຊິກສະພາສູງຈາກພັກເດໂມແຄຣັດ ກ່າວເຖິງ ທ່ານ ທຣໍາ ວ່າ ການປ່ຽນແປງ ບໍ່ສາມາດເຮັດແບບປິດລັບໄດ້


ຜູ້ນໍາສຽງສ່ວນໜ້ອຍໃນສະພາສູງ ທ່ານ ຊັກ ຊູມເມີ, ກ່າວປາໄສໃນຂະນະທີ່ສະມາຊິດສະພາຕໍ່າ ທ່ານ ແມັກຊິນ ວໍເຕີ ຢືນຢູ່ທາງຂ້າງຂອງທ່ານ, ໃນຂະນະທີ່ບັນດາຜູ້ປະທ້ວງລວມໂຕກັນຢູ່ບໍລິເວນດ້ານນອກຂອງກະຊວງການເງິນສະຫະລັດ, ນະຄອນຫຼວງວໍຊິງຕັນ, ວັນທີ 4 ກຸມພາ
2025.
ຜູ້ນໍາສຽງສ່ວນໜ້ອຍໃນສະພາສູງ ທ່ານ ຊັກ ຊູມເມີ, ກ່າວປາໄສໃນຂະນະທີ່ສະມາຊິດສະພາຕໍ່າ ທ່ານ ແມັກຊິນ ວໍເຕີ ຢືນຢູ່ທາງຂ້າງຂອງທ່ານ, ໃນຂະນະທີ່ບັນດາຜູ້ປະທ້ວງລວມໂຕກັນຢູ່ບໍລິເວນດ້ານນອກຂອງກະຊວງການເງິນສະຫະລັດ, ນະຄອນຫຼວງວໍຊິງຕັນ, ວັນທີ 4 ກຸມພາ 2025.

ຜູ້ນຳສະພາສູງຈາກພັກເດໂມແຄຣັດ ໄດ້ກ່າວເຕືອນປະທານາທິບໍດີ ດໍໂນລ ທຣຳ ໃນວັນອັງຄານວານນີ້ວ່າ ພວກເຂົາເຈົ້າຈະນໍາໃຊ້ການໂອ້ລົມກ່ຽວກັບເງິນທຶນຂອງລັດຖະບານທີ່ກຳລັງຈະມີຂຶ້ນນີ້ ເປັນແຮງຜັກດັນເພື່ອຕໍ່ສູ້ກັບການປ່ຽນແປງຂອງລັດຖະບານ ໃນໜ່ວຍງານຕ່າງໆຂອງລັດຖະບານສະຫະລັດ.

ຄໍາເຕືອນຂອງພັກເດໂມແຄຣັດ ມີຂຶ້ນໃນຂະນະທີ່ກະຊວງປະສິດທິພາບຂອງລັດຖະບານ ຫຼື DOGE, ເຊິ່ງນໍາໂດຍ ທ່ານ ອີລອນ ມັສກ໌, ໄດ້ຍ້າຍອົງການເພື່ອການພັດທະນາລະຫວ່າງປະເທດຂອງສະຫະລັດ ຫຼື USAID ໄປຢູ່ພາຍໃຕ້ການຄວບຄຸມຂອງກະຊວງການຕ່າງປະເທດສະຫະລັດໃນຕົ້ນອາທິດນີ້. ຝ່າຍບໍລິຫານກ່າວວ່າ ພວກເຂົາເຈົ້າກຳລັງທົບທວນຄືນກ່ຽວກັບກິດຈະກຳການຊ່ວຍເຫຼືອຕ່າງປະເທດຂອງອົງການ USAID ເພື່ອ “ໃຫ້ໝັ້ນໃຈວ່າ ສອດຄ່ອງກັບວາລະ ອາເມຣິກາຕ້ອງມາກ່ອນ.”

ທ່ານ ຊັກ ຊູມເມີ ຜູ້​ນໍາ​ສຽງ​ສ່ວນ​ນ້ອຍ​ຢູ່​ໃນ​ສະພາ​ສູງກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ “ບໍ່​ວ່າ DOGE ຈະ​ເຮັດວຽກ​ແບບ​ໃດ​ກໍ​ຕາມ, ມັນ​ບໍ່​ແມ່ນ​ປະຊາທິປະ​ໄຕ. ພວກເຮົາຮູ້ວ່າ ປະຊາທິປະໄຕມີລັກສະນະເປັນແນວໃດ. ມັນເປັນການເປີດເຜີຍ. ມັນບໍ່ແມ່ນຄວາມລັບ.”

ພັກເດໂມແຄຣັດ ສາມາດຜັກດັນການປ່ຽນແປງຫຼ້າສຸດບາງສິ່ງຂອງລັດຖະບານສະຫະລັດ ດ້ວຍການຍຸຕິລົງຄະແນນສຽງຕໍ່ຮ່າງກົດໝາຍການໃຊ້ຈ່າຍສະບັບໃໝ່, ໂດຍມະຕິໄລຍະສັ້ນ ທີ່ຍັງຄົງ​ໃຫ້ລັດຖະບານດໍາເນີນວຽກງານສືບຕໍ່ໄປ ຈະສິ້ນສຸດລົງ​ໃນ​ວັນ​ທີ 14 ມີນາ​ນີ້.

ໃນ​ວັນ​ຈັນ​ແລ້ວ​ນີ້, ບັນດາ​ສະມາຊິກລັດຖະ​ສະພາຈາກ​ພັກ​ເດ​ໂມ​ແຄຣັດ ​ໄດ້ທໍາການ​ປະ​ທ້ວງ​ຢູ່​ນອກ​ຫ້ອງການ USAID ທີ່​ຖືກ​ປິດ​ລົງ, ​ໂດຍ​ກ່າວ​ວ່າ ລັດຖະບານ​ຂອງ​ ທ່ານ ທຣໍາ ໃຊ້​ອຳນາດ​ເກີນ​ຂອບເຂດ.

ສະມາຊິກສະພາສູງຈາກພັກເດໂມແຄຣັດ ທ່ານ ບຣາຍອັນ ຊວາດສ໌ (Brian Schatz) ກ່າວວ່າ “ຖ້າພວກທ່ານຕ້ອງການປ່ຽນແປງອົງການຕ່າງໆ, ຄວນສະເໜີບັນຊີລາຍຊື່ ແລະຮັບຜ່ານຮ່າງກົດຫມາຍ. ທ່ານບໍ່ສາມາດຍຸຕິອົງການໃດໆທີ່ທ່ານບໍ່ມັກ ຫຼືວ່າທ່ານບໍ່ເຫັນດີ ດ້ວຍການອອກຄໍາສັ່ງຝ່າຍບໍລິຫານ, ຫຼື ທໍາການບຸກເຂົ້າໄປໃນອາຄານ ແລະຍຶດເອົາເຄື່ອງບໍລິການ. ນັ້ນ, ມັນບໍ່ແມ່ນວິທີການເຮັດວຽກຂອງລັດຖະບານອາເມຣິກາ.”

ອົງການ USAID ຄຸ້ມຄອງບໍລິຫານບັນດາໂຄງການຊ່ວຍເຫຼືອຕ່າງປະເທດຂອງສະຫະລັດ ຈໍານວນຫຼາຍສິບຕື້ໂດລາ.

ທ່ານ ຮາ​ຄີມ ແຈັ​ຟ​ຟ​ຣີສ໌, ຜູ້​ນໍາສະພາຕໍ່າຈາກ​ພັກ​ເດ​ໂມ​ແຄ​ຣັດກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ “ລັດ​ຖະ​ທຳ​ມະ​ນູນ ​ກໍານົດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ແລະຝ່າຍບໍ​ລິ​ຫານ​ ເປັນຜູ້ຈັດສັນງົບປະມານ, ລັດ​ຖະ​ທຳ​ມະ​ນູນ ​ກໍານົດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ມີ​ຄວາມ​ຮັບ​ຜິດ​ຊອບ​ ໃນ​ການ​ເອົາ​ໃຈ​ໃສ່ໃຫ້ມີການບັງຄັບໃຊ້​ກົດ​ໝາຍ​ຢ່າງຊື່ສັດ, ​ຂໍ້​ຕົກ​ລົງ​ການ​ໃຊ້​ຈ່າຍ ຕ້ອງ​ຜ່ານ​ຂັ້ນຕອນ​ການ​ຈັດສັນງົບປະມານ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG