ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

CBO ກ່າວວ່າ 14 ລ້ານຄົນ ຈະບໍ່ມີ ປະກັນໄພ ຖ້າແຜນການ ພັກຣີພັບບລີກັນ ຜ່ານສະພາ


ລັດຖະສະພາສະຫະລັດ ວັນທີ 19 ພະຈິກ, 2011.
ລັດຖະສະພາສະຫະລັດ ວັນທີ 19 ພະຈິກ, 2011.

ຫ້ອງການ​ງົບປະມານ​ຂອງ​ລັດຖະສະພາ ຫຼື CBO ກ່າວ​ວ່າ ມີ​ປະມານ 14 ລ້ານຄົນ ທີ່​ຈະ​ເສຍ​ປະກັນ​ໄພ​ສຸຂະພາບ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ປີໜ້າ​ນີ້ ຖ້າ​ຫາກ​ວ່າ ລັດຖະພາ​ຮັບ​ຜ່ານ​ແຜນການ​ຂອງ​ພັກ Republican ທີ່​ຈະນຳມາໃຊ້​ແທນປະກັນ​ໄພ​ສຸຂະພາບລາຄາ​ຍ່ອມ​ເຍົາ ຊຶ່ງ​ເປັນ​ທີ່​ຮູ້​ກັນໃນຊື່ Obamacare ນັ້ນ.

ຫ້ອງການ CBO ຊຶ່ງເປັນກຸ່ມທີ່ປະກອບດ້ວຍນັກວິໄຈແລະນັກເສດຖະສາດ ທີ່ີບໍ່ສັງກັດ
ພັກ ໄດ້ນຳເຜີຍແຜ່ລາຍງານ ໃນວັນຈັນວານນີ້ ກ່ຽວກັບຄ່າໃຊ້ຈ່າຍທີ່ຈະຈັດຕັ້ງປະຕິບັດ
ຕາມ ແຜນການ ຂອງທ່ານ Donald Trump ທີ່ໄດ້ໃຫ້ໄວ້ ໃນລະຫວ່າງການໂຄສະນາ
ຫາສຽງ ທີ່ຈະລົບລ້າງລະບົບຮັກສາສຸຂະພາບທີ່ຂອງປະທານາທະບໍດີຄົນກ່ອນ ກໍຄືທ່ານ
ບາຣັກ ໂອບາມາ ນັ້ນ. ທ່ານ Trump ແລະສະມາຊິກພັກ Republican ຄົນອື່ນໆ ກ່າວວ່າ ລະບົບປະຈຸບັນນີ້ ແມ່ນແພງຫຼາຍ ແລະບໍ່ທ່ຽງທຳຕໍ່ຜູ້ຄົນ ຍ້ອນບັງຄັບໃຫ້ຜູ້ຄົນຊື້ປະກັນ​ໄພ​ສຸຂະພາບ.

ລາຍງານຂອງຫ້ອງການ CBO ລະບຸວ່າ ຖ້າຫາກວ່າ ແຜນການຂອງພັກ Republican ໄດ້ຖືກຮັບຮອງເອົາ ຈຳນວນຂອງພວກຜູ້ຄົນ ທີ່ບໍ່ມີປະກັນ​ໄພ​ສຸຂະພາບ ຈະມີເພີ່ມຂຶ້ນ 14 ລ້ານຄົນ ເປັນທັງໝົດ 41 ລ້ານຄົນ ໃນປີ 2018. ພາຍໃນປີ 2026 ກໍຈະສູງຂຶ້ນເປັນ 52 ລ້ານຄົນ ປຽບທຽບໃສ່ 28 ລ້ານຄົນ ຖ້າຫາກບໍ່ມີການຍົກເລີກ Obamacare.

ກົດໝາຍຂອງປະກັນ​ໄພ​ສຸຂະພາບ ທີ່ໄດ້ຖືກຮັບຜ່ານ ໃນປີ 2010 ນັ້ນ ແມ່ນໂຄງການ
ທີ່ເປັນ ລາຍເຊັນຂອງທ່ານໂອບາມາ ທີ່ໄດ້ເຮັດໃຫ້ຜູ້ຄົນຈຳນວນ 20 ລ້ານຄົນ ທີ່ບໍ່ມີປະກັນ​ໄພ​ສຸຂະພາບມາກ່ອນນັ້ນ ມີປະກັນ​ໄພ​ສຸຂະພາບ.

ຫ້ອງການ CBO ໄດ້ກ່າວວ່າ ແຜນການອັນໃໝ່ຂອງພັກ Republican ຈະຕັດການ ຂາດດຸນຂອງລັດຖະບານລົງ 337 ພັນລ້ານໂດລ່າ ພາຍໃນປີ 2026 ໂດຍປຽບທຽບແລ້ວ ຫ້ອງການ CBO ກະປະມານໄວ້ໃນປີ 2017 ລັດຖະບານກາງ ຈະໃຊ້ຈ່າຍ 4 ພັນ ຕື້ໂດລ່າ ຊຶ່ງຈະເພີ່ມ 559 ພັນລ້ານໂດລ່າ ເຂົ້າໃສ່ໜີ້ການຂາດດຸນ.

ລັດຖະມົນຕີກະຊວງສາທາລະນະສຸກແລະສັບພະຍາກອນມະນຸດ (HHS) ທ່ານ Tom Price Tom Price, ຊ້າຍ,ແລະຜູ້ອຳນວຍການ ຫ້ອງການບໍລິຫານແລະງົບປະມານ (OMB) ທ່ານ Mick Mulvaney ກ່າວຕໍ່ພວກນັກຂ່າວ ຫຼັງຈາກທີ່ຫ້ອງການ CBO ໄດ້ນຳເຜີຍແຜ່ ໃນຈຳນວນສູງ ຂອງການສະເໜີຮ່າງແຜນການສຸຂພາບຂອງພັກ Republican ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊີງຕັນ, 13 ມີນາ, 2017.
ລັດຖະມົນຕີກະຊວງສາທາລະນະສຸກແລະສັບພະຍາກອນມະນຸດ (HHS) ທ່ານ Tom Price Tom Price, ຊ້າຍ,ແລະຜູ້ອຳນວຍການ ຫ້ອງການບໍລິຫານແລະງົບປະມານ (OMB) ທ່ານ Mick Mulvaney ກ່າວຕໍ່ພວກນັກຂ່າວ ຫຼັງຈາກທີ່ຫ້ອງການ CBO ໄດ້ນຳເຜີຍແຜ່ ໃນຈຳນວນສູງ ຂອງການສະເໜີຮ່າງແຜນການສຸຂພາບຂອງພັກ Republican ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊີງຕັນ, 13 ມີນາ, 2017.

ລັດຖະມົນຕີກະຊວງສາທາລະນະສຸກແລະສັບພະຍາກອນມະນຸດ ທ່ານ Tom Price ໄດ້ຕຳນິຕິຕຽນລາຍງານດັ່ງກ່າວ ໂດຍໄດ້ບອກກັບພວກນັກຂ່າວວ່າຢູ່ນອກທຳນຽບ
ຂາວວ່າ ຫ້ອງການ CBO ພຽງແຕ່ເບິ່ງສ່ວນຂອງປະກັນ​ໄພ​ສຸຂະພາບ ອັນໃໝ່ຂອງ
ພັກ Republican. ທ່ານໄດ້ກ່າວວ່າ “ມັນເປັນໄປບໍ່ໄດ້” ທີ່ວ່າເຜນການໃຫມ່ນີ້
ຈະປ່ອຍໃຫ້ ຜູ້ຄົນ 14 ລ້ານຄົນ ບໍ່ມີປະກັນ​ໄພ​ສຸຂະພາບ ເພາະວ່າ ຄ່າປະກັນ​ໄພ
​ສຸຂະພາບ ນັ້ນຈະຫຼຸດຕ່ຳລົງ ແລະຜູ້ຄົນ ກໍຈະສາມາດເລືອກຊື້ປະກັນ​ໄພ​ສຸຂະພາບ
ທີ່ພວກເຂົາເຈົ້າຕ້ອງການ. ແທນທີ່ຈະເປັນປະກັນ​ໄພ​ສຸຂະພາບ ທີ່ເໝາະສົມສະຫຼັບ
ລັດຖະບານ.

ທ່ານ Price ຍັງໄດ້ກ່າວຕື່ມອີກວ່າ ຫ້ອງການ CBO ຍັງບໍ່ທັນໄດ້ພິຈາລະນາທຸກໆ
ພາກສ່ວນ ຂອງແຜນການ ທີ່ຮວມທັງ ການຮັບຜ່ານຮ່າງກົດໝາຍ ທີ່ຈະປະຕິຮູບ
ການຕະຫຼາດຂອງປະກັນ​ໄພ​ສຸຂະພາບ ນັ້ນນຳ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG