ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ແລະ ທຳນຽບຂາວ ບັນລຸ ຂໍ້ຕົກລົງ ກ່ຽວກັບ ແຜນການໃຊ້ຈ່າຍ


ຜູ້ນຳ​ສຽງ​ສ່ວນ​ຫລາຍໃນສະພາ​ສູງ​ຂອງພັກຣີພັບບລີກັນ ທ່ານ Mitch McConnell ຈາກລັດ Kentucky ກ່າວໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວທີ່ ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ. 16 ກັນຍາ, 2015.
ຜູ້ນຳ​ສຽງ​ສ່ວນ​ຫລາຍໃນສະພາ​ສູງ​ຂອງພັກຣີພັບບລີກັນ ທ່ານ Mitch McConnell ຈາກລັດ Kentucky ກ່າວໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວທີ່ ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ. 16 ກັນຍາ, 2015.

ພວກ​ຜູ້ນຳລັດຖະສະພາ​ສະຫະລັດໄດ້​ບັນລຸ​ຂໍ້​ຕົກ​ລົງ​ຊົ່ວຄາວ​ກັບ​ລັດຖະ ບານ ທ່ານ​ໂອ​ບາ​ມາ ກ່ຽວ​ກັບ​ແຜນການ​ການໃຊ້​ຈ່າຍ​ຂອງລັດຖະບານ ທີ່​ສາມາດຫຼີກ​ລ້ຽງ​ການປະ​ເຊີນ​ໜ້າດ້ານ​ງົບ ປະມານ​ອີກ​ຄັ້ງ​ໜຶ່ງລະຫວ່າງ ທຳນຽບຂາວ​ ແລະ ສະມາຊິກ ອະນຸລັກ​ນິຍົມ​ຈັດຂອງ ພັກຣີພັບ​ບລີ​ກັນ​.

ຂໍ້​ຕົກລົງ​ນີ້ ແມ່ນ​ຜົນຂອງ​ການ​ເຈລະຈາກັນ ​ເປັນ​ເວລາ​ຫຼາຍ​ສັບ ປະດາ​ນຳໂດຍ​ປະທານ​ສະພາ​ຕ່ຳທ່ານ John Boehner ​ແລະ ຜູ້ນຳ​ສຽງ​ສ່ວນ​ຫລາຍໃນສະພາ​ສູງ​ຂອງພັກຣີພັບ ບລີກັນທ່ານ Mitch McConnell, ບັນດາຜູ້ນຳ​ຂອງ​ສະພາ​ຕ່ຳ ແລະ ສະພາ​ສູູງ ​ພາຍ​ໃຕ້ ການ​ນຳພາໂດຍ​ພັກຣີພັບ​ບລີ​ກັນ, ພ້ອມ​ກັບ​ຜູ້ນຳ​ສະພາ​ຕ່ຳ​ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Nancy Pelosi ​ແລະຜູ້ນຳ​ຂອງ​ພັກ​ເດ​ໂມ​ແຄຣັດ ໃນສະພາ ສູງທ່ານ Harry Reid.

​ແຜນການດັ່ງກ່າວ​ຈະ​ເປັນການໃຫ້​ເງິນສະໜັບສະໜຸນຢ່າງ​ເຕັມທີ່​ຕໍ່ລັດ​ຖະບານ​ກາງ ​ແລະ ເພີ່ມລະດັບ​ໜີ້ສິນ​ໃນ​ກູ້​ຢືມ​ເງິ​ນ​ຂອງ​ລັດຖະບານໄປ ຈົນຮອດ​ເດືອນ​ມີນາ 2017, 2 ​ເດືອນ ຫຼັງ​ຈາກ​ທ່ານ​ ​ໂອ​ບາ​ມາ ອອກ​ຈາກ​ການ​ດຳລົງ​ຕຳ​ແໜ່​ງ. ​ແຜນ​ດັ່ງກ່າວ​ຈະ​ເພີ່ມ​ການ​ໃຊ້ຈ່າຍ ທັງ​ໃນທະຫານ ​ແລະ ​ໂຄງການ​ພາຍ​ໃນ​ປະ​ເທດປະມານ 50 ຕື້​ໃນ​ປີ 2016, ​ແລະ ອີກ 30 ຕື້​ໂດ​ລາ​ໃນ​ປີ 2017, ພ້ອມ​ກັບ​ອີກ 16 ຕື້​ໂດ​ລາ ຕໍ່​ປີ​ສຳລັບງົບປະມານ​ໃນ​ການ​ຕໍ່ສູ້​ຢູ່ຕ່າງປະ​ເທດຂ​ອງ​ທຳນຽບຫ້າ​ແຈ. ການ​ໃຫ້​ເງິນ​ທຶນ​ເພີ່ມ​ເຕີມຈະ​ຍົກ​ເລີກການ​ຈຳກັດການ​ໃຊ້​ຈ່າຍ​ແບບອັດ​ຕະ​ໂນ​ມັດ ທີ່​ກຳ​ນົດ​ໂດຍ​ລັດຖະສະພາ​ພາຍ​ໃຕ້​ຂໍ້​ຕົກລົງ​ງົບປະມານ 2011.

ການ​ໃຊ້​ຈ່າຍ​ເພີ່ມ​ເຕີມ​ອາດຈະ​ຖືກ​ຊົດ​ເຊີຍ​ໂດຍການເກັບ​ເງິນ​ໄລ​ຍະ​ຍາວຈາກໂຄງການ​ປະກັນ​ໄພ ສະຫວັດດີ​ການ​ສັງຄົມ​ ຄົນ​ພິການ ​ແລະ ກຳນົດໃນ​ການ​ໃຊ້​ຈ່າຍ​ກ່ຽວ​ກັບການ​ເບິ່ງແຍ​ງສຸກຂະພາບ​ໂດຍ​ໂຄງການ​ປະກັນ​ໄພ Medicare.

​ແຜນການ​ດັ່ງກ່າວ​ຕ້ອງ​ຖືກ​ຮັບຮອງ​ໂດຍ​ສະພາ​ຕ່ຳ ​ແລະ ສະພາ​ສູງ ​ແລະ ​ລົງ​ນາມ​ໂດຍ ປະທານາທິບໍດີ ກ່ອນ​ວັນ​ອັງຄານ​ສັບປະດາ​ໜ້າ, ວັນ​ທີ 3 ພະຈິກ, ​ເມື່ອ​ອຳນາດ​ໃນ​ການ​ກູ້​ຢືມ​ຂອງ​ລັດຖະບານ​ໃນ​ປະ​ຈຸ​ບັນຈະ​ໝົດ​ອາ​ຍຸລົງ ​ແລະ ປະ​ເທດກໍ​ຈະ​ໄດ້​ປະ​ເຊີນ​ໜ້າ​ກັບພັນ ທະ​ໃນ​ການ​ຊຳລະ​ໜີ້​ເປັນ​ຄັ້ງ​ທຳອິດ​ເທົ່າ​ທີ່​ເຄີຍມີ​ມາ.

XS
SM
MD
LG