ລັດຖະສະພາສະຫະລັດ ເປີດການປະຊຸມຄືນໃໝ່ ຫລັງຈາກການເລືອກຕັ້ງ ທີ່ໄດ້ພາ
ໃຫ້ມີການປ່ຽນແປງຢ່າງໃຫຍ່ຫຼວງ ຕໍ່ການຄາດຄິດທັງຂອງສະມາຊິກພັກຣີພັບບລີກັນແລະພັກເດໂມແຄຣັດ ກ່ຽວກັບຄວາມກ້ຳເກິ່ງ ທາງດ້ານອຳນາດຢູ່ວໍຊິງຕັນ ໃນປີໜ້າ
ແລະອາດມີຜົນກະທົບ ໃນທັນທີ ຕໍ່ການດຳເນີນຄວາມພະຍາຍາມ ທີ່ຈະໃຫ້ເງິນສະໜັບສະໜຸນລັດຖະບານສະຫະລັດ ໃນໄລຍະສອງສາມເດືອນຕໍ່ໜ້ານີ້.
ພັກຣີພັບບລີກັນ ໄດ້ພົບເຫັນວ່າ ການກຳສຽງສ່ວນຫຼາຍ ຂອງຕົນໄດ້ຫລຸດລົງ ຢູ່ໃນ
ທັງສອງສະພາ ແຕ່ຈະເຂົ້າຄວບຄຸມທຳນຽບຂາວ ເລີ້ມໃນເດືອນມັງກອນ ເວລາ
ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Donald Trump ສາບານໂຕເຂົ້າຮັບຕຳ
ແໜ່ງ.
ກ່ອນການເລືອກຕັ້ງສະມາຊິກສະພາ ຂອງພັກຣີພັບບລີກັນ ຫລາຍໆຄົນມອງເຫັນວ່າ
ຈະເຮັດວຽກຮ່ວມ ກັບພັກເດໂມແຄຣັດ ກ່ຽວກັບຮ່າງກົດໝາຍໄລຍະຍາວ ທີ່ຈະໃຫ້
ເງິນສະໜັບສະໜຸນ ຕໍ່ລັດຖະບານ ກາຍວັນທີ 9 ທັນວາ ໄປນັ້ນ ເວລາສິດອຳນາດ
ໃນການໃຊ້ຈ່າຍຂອງລັດຖະບານກາງ ໝົດອາຍຸລົງ.
ແຕ່ໂອກາດກ່ຽວກັບຮ່າງກົດໝາຍ ໄລຍະຍາວນຶ່ງປີ ໄດ້ມືດມົວລົງ ດ້ວຍການໄດ້ຮັບໄຊຊະນະຂອງທ່ານທຣຳ. ເວລານີ້ສະມາຊິກຫຼາຍຄົນ ຂອງພັກຣີພັບບລີກັນເຫັນພ້ອມ
ກັບການນຳໃຊ້ຮ່າງກົດໝາຍ ອະນຸມັດການໃຊ້ຈ່າຍ ເພື່ອໃຫ້ເງິນສະໜັບສະໜຸນ ລັດຖະບານໄປຈົນຮອດເດືອນກຸມພາ ຫຼືເດືອນມີນາ ແລະຫລັງຈາກນັ້ນ ຈະລົງຄະ
ແນນສຽງກັນໃໝ່ ກ່ຽວກັບຮ່າງກົດໝາຍ ການໃຊ້ຈ່າຍສະບັບໃໝ່ ຊຶ່ງໄດ້ຮັບຂໍ້ມູນຈາກລັດຖະບານໃໝ່ແລ້ວ.
ທ່ານ Kevin Cramer ສະມາຊິກສະພາຕ່ຳຈາກລັດ North Dakota ກ່າວວ່າ
“ພວກເຮົາຄວນຫາທາງແບບໃດແບບນຶ່ງ ເພື່ອໃຫ້ເງິນສະໜັບສະໜຸນລັດຖະບານ
ຈົນກວ່າວ່າ ພວກເຮົາສາມາດຕົກລົງກັນໄດ້ໃນຂອບເຂດທີ່ກວ້າງຂວາງ ກວ່ານີ້ ທີ່
ອາດຈະລົງນາມໂດຍປະທານາທິບໍດີຄົນຕໍ່ໄປ.” ແລະທ່ານກ່າວຕື່ມວ່າ ທ່ານຫວັງວ່າ
“ການຕົກລົງກັນ ໃນຂອບເຂດທີ່ກວ້າງຂວາງ ອາດຈະຮວມທັງລາຍຊື່ທີ່ຍືດຍາວ
ກ່ຽວກັບບູລິມະສິດຕ່າງໆ ຂອງພັກຣີພັບບລີກັນ ທີ່ບໍ່ສາມາດຮັບຜ່ານໄດ້ ຍ້ອນ
ພັກເດໂມແຄຣັດ ຢູ່ທີ່ທຳນຽບຂາວ.”
ນອກນັ້ນ ທ່ານ Cramer ຍັງກ່າວວ່າ “ພວກເຮົາມີໂອກາດອັນໃຫຍ່ຫລວງ, ຂ້າ
ພະເຈົ້າຢາກໃຫ້ມີການຕົກລົງກັນກ່ຽວກັບເລື້ອງໃຫຍ່ໆ ຂ້າພະເຈົ້າຢາກໃຫ້ມີ
ການຕົກລົງກັນກ່ຽວກັບເລື້ອງ Obamacare ແລະການຕົກລົງກັນເລື້ອງຄວາມ
ໝັ້ນຄົງແຫ່ງຊາດ, ເລື້ອງຄົນເຂົ້າເມືອງ ແລະເລື້ອງພາສີ.”
ສະພາສູງສະຫະລັດກັບຄືນມາເຮັດວຽກໃນວັນອັງຄານມື້ນີ້. ຜູ້ນຳສຽງສ່ວນຫຼາຍ
ໃນສະພາສູງ ທ່ານ Mitch McConnell ກ່າວວ່າ ການຕໍ່ອາຍຸການໃຫ້ທຶນສະໜັບ
ສະໜຸນ ລັດຖະບານກາງ ແມ່ນບູລິມະສິດຫຼັງການເລືອກຕັ້ງ ຂອງລັດຖະສະພາ.