ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະ​ພາ​ຕ່ຳ ສ​ຫລ ​ຈະ​ລົງ​ຄະແນນເພື່ອ ​ເອົາ​​ມາດ​ຕະ​ການ ​ຍົກ​ເລີກການ​ປະ​ກາດ​ ພາ​ວະ​ສຸກ​ເສີນ​ ແຫ່ງ​ຊາດ ຂອງ​ທ່ານ ​ທ​ຣຳ


Carolyn Hursh, ຂວາ, ແລະ​ທ່ານ Joey Daniel, ຖື​ປ້າຍ​ປະ​ທ້ວງ ​ໃນ​ເມືອງ Fort Worth, ລັດ​ເທັກ​ຊັ​ສ, 18 ກຸມ​ພາ 2019.
Carolyn Hursh, ຂວາ, ແລະ​ທ່ານ Joey Daniel, ຖື​ປ້າຍ​ປະ​ທ້ວງ ​ໃນ​ເມືອງ Fort Worth, ລັດ​ເທັກ​ຊັ​ສ, 18 ກຸມ​ພາ 2019.

ສະ​ພາ​ຕ່ຳ ຄາດ​ວ່າ ຈະ​ຮັບ​ຜ່ານມາດ​ຕະ​ການ ​ໃນ​ວັນ​ອັງ​ຄານ​ວານ​ນີ້ ທີ່​ຈະ​ຍົກ​ເລີກການ
​ປະ​ກາດ​ພາ​ວະ​ສຸກ​ເສີນ​ແຫ່ງ​ຊາດ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດໃນ ເຂດ​ຊາຍ​ແດນ ​
ພາກ​ໃຕ້​ຂອງ​ປະ​ເທດ.

ພັກ​ເດ​ໂມ​ແຄ​ຣັດ ໄດ້​ສະ​ເໜີ​ຮ່າງ​ກົດ​ໝາຍ ຫຼັງ​ຈາກ​ ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ແຫ່ງ​ຊາດ
ຂອງທ່ານ​ທ​ຣຳ ເມື່ອວັນ​ທີ 15 ກຸ​ມພາ ໂດຍ​ໂຕ້​ຖຽງ​ວ່າ ການເອົາ​ບາດ​ກ້າວ​ຂອງ​ທ່ານ
ແມ່ນ​ກະ​ທຳໄປແມ່ນ​ຂັດ​ຕໍ່​ກົດ​ລັດ​ຖະ​ທຳ​ມະ​ນູນ ທີ່​ແບ່ງ​ອຳ​ນາດ ທີ່​ໃຫ້​ທາງ​ລັດ​ຖະ​ສະ​ພາ
​ຄວມ​ຄຸມ​ກ່ຽວ​ກັບງົບ​ປະ​ມານວ່າ ​ຄວນ​ຈະ​ໃຊ້​ໃນ​ບ່ອນ​ໃດ.

ພັກ​ເດ​ໂມ​ແຄ​ຣັດ ທີ່ຄວມ​ຄຸມ​ສະ​ພາ​ຕ່ຳ ນັ້ນ​ໝາຍ​ຄວາມ​ວ່າ ຮ່າງ​ກົດ​ໝາຍ​ທີ່​ວ່າ​ນີ້
ແມ່ນ​ແນ່ນອນ ຈະ​ຖືກ​ຮັບ​ຜ່ານ​ໃນ​ສະ​ພາ​ຕ່ຳ. ມີ​ສະ​ມາ​ຊິກ​ສະ​ພາ​ພັກ​ຣີ​ພາບ​ລີ​ກັນ
ໃນ​ສະ​ພາ​ສູງໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ພວກ​ເພິ່ນ​ຈະ​ສະ​ໜັບ​ສະ​ໜູນ​ການ​ເອົາ​ມາດ​ຕະ​ການ
​ນີ້​ດ້ວຍ, ແຕ່​ວ່າ ມັນ​ຍັງ​ຈະ​ຕ້ອງ​ເບິ່ງກັນ​ໄປ ຖ້າ​ຫາກວ່າຈະ​ມີ​ຫຼາຍໆ​ທ່ານ​ເຂົ້າ​ຮ່ວມກັບ
ພັກ​ເດ​ໂມ​ແຄ​ຣັດເພື່ອ​ສົ່ງ​ຮ່າງ​ກົດ​ໝ​າຍ​ດັ່ງ​ກ່າວ​ນີ້ ເຖິງ​ໂຕະ​ຂອງ​ທ່ານທ​ຣຳ.

ສິ່ງ​ທີ່​ເຫັນ​ວ່າ​ມັນ​ແນ່ນອນ ໃນ​ຄັ້ງ​ນຶ່ງ, ທ່ານ​ທ​ຣຳ ອາດ​ຈະ​ໃຊ້ສິດ​ຢັບ​ຢັ້ງ​ຫຼື​ວີ​ໂຕ້ຕໍ່ມາດ​ຕະ
​ການ​ດັ່ງ​ກ່າວ ແລະ​ກໍ​ຈະ​ບໍ່​ມີ​ຄະ​ແນນ​ສຽງ​ພຽງ​ພໍ ໃນ​ລັດ​ຖະ​ສະ​ພາ ທີ່​ຈະລົບ​ລ້າງການ​ໃຊ້​
ສິດ​ຢັບ​ຢັ້ງ​ຂອງ​ທ່ານ​ໄດ້. ​

ທ່ານ​ທ​ຣຳ ໄດ້​ໂຕ້ຖຽງ​ວ່າ ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີທີ່​ວ່າສະ ຫະ​ລັດ
ຈຳ​ເປັນ​ທີ່​ຈະ​ສ້າງ​ກຳ​ແພງ​ຕາມ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ​ເມັກ​ຊິ​ໂກເພື່ອ​ຈະ​ປ້ອງກັນ​ບໍ່​ໃຫ້
​ພວກ​ຜູ້​ຄົນ​ເຂົ້າມາ​ໃນ​ປະ​ເທດ​ແບບ​ຜິດ​ກົດໝ​າຍ ແລະ​ຈະ​ກຳ​ຈັດການ​ນຳ​ເຂົ້າຢາ​ເສບ​ຕິດ.

ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ສະ​ພາ ອະ​ນຸ​ມັດ​ງົບ​ປະ​ມານ 5 ພັນ 700 ລ້ານ​ໂດ​ລາ
ໃນ​ການ​ໃຊ້​ຈ່າຍ​ຕໍ່​ການ​ສ້າງ​ກຳ​ແພງ, ພັກ​ເດ​ໂມ​ແຄ​ຣັດ ແມ່ນ​ໄດ້​ປະ​ຕິ​ເສດໂດຍ​ກ່າວ​ວ່າ
ກຳ​ແພງ​ນີ້ແມ່ນ​ແພງ​ຫຼາຍ ແລະ​ເປັນ​ວິ​ທີ​ທາງ​ທີ່​ບໍ່​ມີ​ປະ​ສິດ​ທິ​ຜົນ ໃນບັນ​ຫາ​ເລື້ອງ​ການ​
ຮັກ​ສາ​ຄວາມປອດ​ໄພ. ແຕ່ ພວກ​ເພິ່ນກັບ​ໄດ້​ຕົກ​ລົງທີ່​ຈະ ​ໃຊ້​ຈ່າຍ​ໃນການ​ຮັກ​ສາ​
ຄວາມ​ປອດ​ໄພໃນ​ຊາຍ​ແດນ ທີ່​ຮວມ​ເກືອບ 1 ພັນ 400 ລ້ານ​ໂດ​ລາ ສຳ​ລັບ​ສິ່ງ​ກີດ​ຂວາ
ໃນ​ໄລ​ຍະ 90ກິ​ໂລ​ແມັດ ຢູ່ຕາມ​ຊາຍ​ແດນ ໃນ​ລັດ ເທັກ​ຊັ​ສ.

ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ຂອງ​ທ່ານ​ທ​ຣຳ ອະ​ນຸ​ຍາດ​ໃຫ້​ທ່ານ​ໄດ້ ຍົກ​ຍ້າຍ​ເງິນ 6 ພັນ​
ລ້ານ ທີ່​ໄດ້​ຮັບ​ຜ່ານ​ຮຽບ​ຮ້ອຍ​ໄປ​ແລ້ວ​ນັ້ນ ສຳ​ລັບ​ຈຸດ​ປະ​ສົງ​ອື່ນ, ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ມາ
​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ.

ໃນ​ວັນ​ຈັນຜ່ານ​ມານີ້, ກຸ່ມຂອງ​ອະ​ດີດ​ເຈົ້າ​ໜ້າ​ທີ່ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ
ສະ​ຫະ​ລັດ, ທັງ​ຈາກພັກ​ຣີ​ພັບ​ບ​ລີ​ກັນ ແລະ​ພັກເດ​ໂມ​ແຄ​ຣັດ ໄດ້​ອອກອ​ອກ​ຖະ​ແຫຼງ​
ການສະ​ບັບ​ນຶ່ງ​ກ່າວ​ວ່າ ທ່ານ​ທ​ຣຳ ໄດ້ “ແມ່ນ​ບໍ່​ມີ​ພື້ນ​ຖານ​ຫຼັກ” ທີ່​ຈະ​ປະ​ກາດ​ພາ​ວະ​
ສຸກ​ເສີນ ທີ່​ຈະ​ສ້າງ​ກຳ​ແພງ ຕາມ​ຊາຍ​ແດນ​ຂອງ​ສະ​ຫະ​ລັດ ກັບ ​ເມັກ​ຊິ​ໂກ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG