ທ່ານ Jared Kushner ລູກເຂີຍຂອງປະທານາທິບໍດີ ດໍໂນລ ທຣໍາ ແລະທີ່ປຶກສາ
ລະດັບສູງຈະຕ້ອງໄດ້ໄປຕອບຄໍາຖາມຈາກຄະນະກໍາມະການສືບລັບຂອງສະພາຕໍ່າ
ໃນວັນອັງ ຄານມື້ນີ້ ຊຶ່ງເປັນສ່ວນນຶ່ງໃນການສືບສວນ ຂອງຄະນະກໍາມະການດັ່ງ
ກ່າວ ກ່ຽວກັບການແຊກແຊງຂອງຣັດເຊຍ ເຂົ້າໃນການເລືອກຕັ້ງໃນປີກາຍນີ້.
ທ່ານໄດ້ກ່າວຕໍ່ຄະນະກໍາມະການສືບລັບ ຂອງສະພາສູງ ໃນວັນຈັນວານນີ້ ຢູ່ໃນວາລະ
ການສືບສວນແບບປິດລັບທີ່ຄ້າຍຄືກັນນີ້ ໂດຍໄດ້ປະຕິເສດວ່າ ທ່ານຫລືບຸກຄົນໃດໆ
ຢູ່ໃນຄະນະ ໂຄສະນາຫາສຽງໃຫ້ທ່ານ ທຣໍາ ບໍ່ໄດ້ມີການພົວພັນທີ່ບໍ່ຖືກຕ້ອງກັບຣັດ
ເຊຍ ກ່ອນໜ້າ ຫລືພາຍຫລັງ ການລົງຄະແນນສຽງເລືອກຕັ້ງ ໃນເດືອນພະຈິກ 2016
ນັ້ນແຕ່ຢ່າງໃດເລີຍ.
ທ່ານ Kushner ກ່າວແບບສັ້ນໆ ຢູ່ທີ່ທໍານຽບຂາວ ພາຍຫລັງກອງປະຊຸມກັບຄະນະສືບ ສວນຂອງຄະນະກໍາມະການສືບລັບສະພາສູງວ່າ “ຂ້າພະເຈົ້າບໍ່ໄດ້ສົມຮູ້ຮ່ວມຄິດກັບຣັດ
ເຊຍ ແລະຂ້າພະເຈົ້າກໍບໍ່ຮູ້ວ່າ ມີຜູ້ໃດຢູ່ໃນຄະນໂຄສະນາຫາສຽງໄດ້ເຮັດແນວນັ້ນເລີຍ.”
ທ່ານກ່າວຢໍ້າວ່າ “ຂ້າພະເຈົ້າບໍ່ໄດ້ມີການພົວພັນທີ່ບໍ່ຖືກຕ້ອງ” “ຂ້າພະເຈົ້າບໍ່ໄດ້ອາໄສ
ຕໍ່ທຶນຂອງຣັດເຊຍ ເພື່ອມາເຮັດທຸລະກິດຂອງຂ້າພະເຈົ້າ, ແລະຂ້າພະເຈົ້າມີຄງາມໂປ່ງ
ໃສຢ່າງເຕັມສ່ວນເລີຍ ໃນການສະໜອງຂໍ້ມູນທີ່ຖືກຮຽກຮ້ອງເອົາ.” ທ່ານກ່າວເພີ້ມອີກ
ວ່າ ທຸກການ ເຄື່ອນໄຫວ ຂອງທ່ານ “ແມ່ນເໝາະສົມ, ແລະເກີດຂຶ້ນ ຢູ່ໃນເຫດການຂອງ
ການໂຄສະນາຫາສຽງ ທີ່ມີລັກສະນະສະເພາະອັນພິເສດ ທີ່ດໍາເນີນຢູ່ໃນເຫດການທີ່
ປົກກະຕິ.”
ລູຊາຍກົກຂອງປະທານທິບໍດີ ທ່ານ ດໍໂນລທຣໍາ Jr. ແລະອະດີດຜູ້ຈັດການໂຄສະນາ
ຫາສຽງ ທ່ານ Paul Manafort, ກໍໄດ້ໃຫ້ຂໍ້ມູນກັບຄະນະກໍາມະການຕຸລາການຂອງ
ສະພາສູງ ຊຶ່ງເປັນຄະນະກໍາມະການອີກອັນນຶ່ງ.
ທ່ານ Kushner ຊຶ່ງແຕ່ງງານກັບທ່ານນາງ Ivanka ລູກສາວຂອງທ່ານທຣໍາ ທີ່ເປັນ
ທີ່ປຶກສາແກ່ພໍ່ຂອງທ່ານນາງຄືກັນ, ໄດ້ກ່າວຕໍ່ນັກຂ່າວວ່າ “ການຮັບໃຊ້ປະທານາທິ
ບໍດີ ແລະຮັບໃຊ້ສະຫະລັດອາເມຣິກາ ຖືວ່າມີກຽດ ແລະມີສັກສີອັນສູງສົ່ງໃນຊີວິດ
ນຶ່ງໆ. ສະນັ້ນ ຂ້າພະເຈົ້າຖືວ່າເປັນບຸນອັນລົ້ນເຫລືອທີ່ໄດ້ມີໂອກາດເຮັດວຽກກ່ຽວກັບ
ເລື່ອງສໍາຄັນຕ່າງໆ ເຊັ່ນ ສັນຕິພາບໃນພາກຕາເວັນອອກກາງ, ແລະເຮັດໃຫ້ນໍ້າໃຈ
ໃນການມີຫົວຄິດປະດິດສ້າງ ຂອງອາເມຣິກາ ກັບມາເຂັ້ມແຂງຄືນອີກ.” ແຕ່ທ່ານ
ກໍບໍ່ໄດ້ໃຫ້ໂອກາດແກ່ພວກນັກຂ່າວ ຖາມຄໍາຖາມໃດໆເລີຍ.
ໃນຖະແຫລງການທີ່ນຳອອກເຜີຍແຜ່ ກ່ອນຈະໄປປະກົດຕົວຢູ່ຫ້ອງການຂອງລັດຖະ
ສະພາ ສະຫະລັດນັ້ນ ທ່ານ Kushner ໄດ້ຢືນຢັນວ່າ ທ່ານ ແລະທ່ານທຣໍາ ນ້ອຍ
ແລະທ່ານ Manafort ໄດ້ພົບກັບທະນາຍຄວາມຣັດເຊຍ ແລະບຸກຄົນສໍາຄັນອື່ນໆ
ທີ່ມີຄວາມສໍາພັນກັບມົສກູໃນເດືອນມີຖຸນາປີກາຍນີ້ ແຕ່ກໍໄດ້ຢືນຢັນວ່າ ທ່ານໄດ້
ເຂົ້າຮ່ວມກອງປະຊຸມນັ້ນຊ້າ ແລະກໍບໍ່ໄດ້ຟັງການສົນທະນາ ຂອງຄະນະຫາສຽງ
ຂອງປະທານາທິບໍດີເລີຍ.”