ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກພັກຣີພັບບລິກັນ ຮຽກຮ້ອງໃຫ້ພວກ​ຂວາ​ຈັດຫົວອະນຸລັກນິນົມ ຫຼີກ​ລ່ຽງການປິດລັດຖະບານ


ລັດຖະສະພາສະຫະລັດ ທີເຫັນໃນວັນທີ 13 ມິຖຸນາ 2023 ໃນນະຄອນຫລວງວໍຊິງຕັນລົ້ມແຫລວເພື່ອໃຫ້ເສັດສິ້ນ​ໃນ​ຮ່າງການໃຊ້ຈ່າຍທຳມະດາ 12 ສະ​ບັບ ເພື່ອໃຫ້ທຶນແກ່ບັນດາໂຄງການຂອງລັດຖະ ບານກາງ ວັນທີ 1 ຕຸລາ
ລັດຖະສະພາສະຫະລັດ ທີເຫັນໃນວັນທີ 13 ມິຖຸນາ 2023 ໃນນະຄອນຫລວງວໍຊິງຕັນລົ້ມແຫລວເພື່ອໃຫ້ເສັດສິ້ນ​ໃນ​ຮ່າງການໃຊ້ຈ່າຍທຳມະດາ 12 ສະ​ບັບ ເພື່ອໃຫ້ທຶນແກ່ບັນດາໂຄງການຂອງລັດຖະ ບານກາງ ວັນທີ 1 ຕຸລາ

ມີ​ເວ​ລາພຽງແຕ່ນຶ່ງອາທິດກ່ອນທີ່ວໍຊິງຕັນຈະບໍ່ມີເງິນເພື່ອຮັກສາ​ເພື່ອ​ໃຫ້ລັດຖະ ບານກາງສາ​ມາດປະຕິບັດງານ​ໄດ້ຢ່າງເຕັມທີ່ ບັນດາກຸ່ມທີ່ຂັດແຍ້ງກັນໃນ​ພັກຣີພັບບລິກັນ ທີ່ຢູ່ໃນສະພາຕໍ່າສະຫະລັດ ໃນວັນອາທິດວານນີ້ ບໍ່ໄດ້ສະແດງຮ່ອງຮອຍໃຫ້​ເຫັນ​ໃນການທີ່​ຈະ​ຕົກ​ລົງກັນ ​ເພື່ອຮັບ​ຜ່ານຮ່າງກົດໝາຍ​ສຳ​ລັບ​ການ​ໃຊ້​ຈ່າຍ​ໃດໆ.

ສະພາຕໍ່າເທົ່າທີ່ຜ່ານມາ ໄດ້ປະ​ສົບ​ກັບ​ຄວາມລົ້ມແຫລວເພື່ອໃຫ້ເສັດສິ້ນ​ໃນ​ຮ່າງການໃຊ້ຈ່າຍທຳມະດາ 12 ສະ​ບັບ ເພື່ອໃຫ້ທຶນແກ່ບັນດາໂຄງການຂອງລັດຖະ ບານກາງ ໃນສົກປີທີ່ຈະເລີ້ມໃນວັນທີ 1 ຕຸລາຈະມາເຖິງນີ້.

ປະ​ທານສະພາຕໍ່າ ທ່ານແຄວິນ ແມັກຄາທີ ຈະຊຸກຍູ້ແຜນທີ່ກະຕືລືລົ້ນ ​ໃນອາ ທິດນີ້ ເພື່ອຮັບ​ຜ່ານສີ່ຮ່າງກົດໝາຍໃຫຍ່ ຮວມທັງ​ການໃຫ້ທຶນ​ສະ​ໜັບ​ສະ​ໜຸນກອງທັບ ແລະກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ທີີ່ທ່ານຫວັງວ່າຈະສະແດງໃຫ້ເຫັນຄວາມກ້າວໜ້າພຽງພໍຕໍ່ສະມາຊິກພັກຣີພັບບລິກກັນຂວາຈັດ ເພື່ອ​ໃຫ້​ໄດ້​ຮັບການສະໜັບສະໜູນ​ຂອງເຂົາເຈົ້າ ສຳລັບຮ່າງກົດໝາຍ​ອະ​ນຸ​ມັດການໃຊ້ຈ່າຍ​ຊົ່ວ​ຄາວ ທີ່ຮູ້ກັນໃນ​ຊື່ CR ເຊັ່ນກັນ.

ສະມາຊິກສະພາຕໍ່າ ພັກຣີພັບບລິກັນ ທ່ານໄມເກີລ ແມັກຄອລ ມີປະສົບການ 19 ປີ ຢູ່ໃນສະພາ ຜູ້ທີ່ເປັນປະທານຄະນະກຳມະການສືບລັບສະພາຕໍ່າ ໄດ້ຮຽກຮ້ອງ​ໃຫ້ກຸ່ມຂອງພັກ “ຍັບຍັ້ງ” ໃຫ້ຢຸດກີດກັ້ນ ຮ່າງກົດໝາຍ​ການໃຊ້ຈ່າຍທີ່ພັກຣີພັບບລິກັນໜູນຫລັງ ໃນຂະນະດຽວກັນ “ກ່າວວ່າຢ່ານຳເອົາຮ່າງກົດໝາຍ ສອງຝ່າຍມາສະພາ.”

“ບັນດາສະມາຊິກພັກຣີພັບບລິກັນ ຕ້ອງການລົງຄະແນນສຽງຕໍ່ຮ່າງກົດໝາຍ
ຂ​ອງຣີພັບບລິກກັນ “ເພື່ອຫລີກ​ລ່ຽງ ການປິດ​ລັດ​ຖະ​ບານ ທີ່ທ່ານແມັກຄາທີ ໄດ້ກ່າວຕໍ່ລາຍການ “This Week” ຂອງໂທລະພາບ ABC.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG