ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ ຍັງມີການແບ່ງແຍກ ກ່ອນ ປ. ໂອບາມາ ໄປຢ້ຽມຢາມ ຄິວບາ


ຮູບປະທານາທິບໍດີຄິວບາ ທ່ານ Raul Castro (ຊ້າຍ) ແລະ ປະທານາທິບໍດີສະຫະລັດ ທ່ານ Barack Obama ເປັນພາສາສະເປນ ທີ່ມີຂໍ້ຄວາມວ່າ ຍິນດີຕ້ອນຮັບສູ່ຄິວບາ.
ຮູບປະທານາທິບໍດີຄິວບາ ທ່ານ Raul Castro (ຊ້າຍ) ແລະ ປະທານາທິບໍດີສະຫະລັດ ທ່ານ Barack Obama ເປັນພາສາສະເປນ ທີ່ມີຂໍ້ຄວາມວ່າ ຍິນດີຕ້ອນຮັບສູ່ຄິວບາ.

ການ​ເດີນທາງ​ໄປ​ຢ້ຽມຢາມ​ປະ​ເທດ​ຄິວ​ບາ​ຂອງປະທານາທິບໍດີ​
ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ​ ​ແມ່ນ​ມີ​ການ​ຄາດໝາຍ​ຂອງ​
ຫຼາຍໆ​ຄົນ​ວ່າ ​ເປັນ​ໂອກາດ​ປະຫວັດສາດ ​ເພື່ອ​ເຮັດ​ໃຫ້ ​ຄວາມ
​ສຳພັນ​ກັບ​ຮາ​ວາ​ນາ​ອົບ​ອຸ່ນ​ຂຶ້ນ.

​ເຖິງ​ແມ່ນ​ວ່າ​ສະມາຊິກ​ລັດຖະສະພາ​ບາງ​ຄົນ​ຍັງ​ມີ​ຄວາມ​ລັງ​ເລ​
ໃຈ​ຢູ່​ກໍ​ຕາມ ປະທາ​ນາ​ທິບໍດີ ​ໂອ​ບາ​ມາ ໄດ້​ທຳ​ການ​ເຄື່ອນ​ໄຫວ
​ຢ່າງ​ແຂງ​ຂັນ​ເພື່ອ​ຟື້ນຟູ​ຄວາມ​ສຳພັນທາງ​ດ້ານ​ເສດຖະກິດ​ແລະ
​ການ​ທູດ​ກັບປະ​ເທດ​ເກາະດອນ​ຄອມ​ມູນິສດັ່ງ​ກ່າວ.

ທ່ານ​ນາງ Susan Rice ທີ່​ປຶກສາ​ທາງ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ
​ຊາດ ກ່າວ​ຕໍ່​ສະພາ​ແອັດ​ແລນ​ຕິກໃນ​ວັນ​ພະຫັດ​ວານ​ນີ້ວ່າ ດັ່ງ​ທີ່​ປະທານາທິບໍດີ​ໂອ​ບາ​ມາ​
ໄດ້​ກ່າວ​ຢ້ຳ ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ພວກ​ເຮົາ​ຮູ້ດີ​ວ່າ ການ​ປ່ຽນ​ແປງ ຈະ​ບໍ່​ມີ​ຂຶ້ນ​ໃນ​ເວລາ​ຂ້າມ​
ຄືນ​ຢູ່​ຄິວ​ບາແຕ່​ວິທີ​ການ​ເກົ່າ​ທີ່​ພະຍາ​ຍາມສ້າງ​ຄວາມ​ໂດດດ່ຽວ​ໃຫ້​ແກ່​ຄິວບາ​ທີ່​ມີ​ມາ​ເປັນ​
ເວລາ​ດົນ​ກວ່າ 50 ປີ​ແລ້ວນັ້ນ ​ແມ່ນ​ເປັນ​ທີ່​ຈະ​ແຈ້ງ ບໍ່​ໄດ້ຜົນ. ພວກ​ເຮົາ​ເຊື່ອ​ວ່າ ການ​ພົວ
ພັນຮວມທັງ​ການ​ຄ້າຂາຍ​ຕື່ມຂຶ້ນ ການ​ເດີນທາງ​ແລະ​ຄວາມ​ສຳພັນ​ທີ່​ມີ​ເພີ້ມຂຶ້ນລະຫວ່າງ ​
ປະຊາຊົນ​ຊາວ​ອາ​ເມຣິກັນ​ແລະ​ຊາວ​ຄິວບາ​ແມ່ນ​ວິທີ​ທາງ​ທີ່​ດີ​ທີ່​ສຸດ​ເພື່ອ​ຊ່ອຍ​ເປີດ​ໂອກາດ
​ແລະ​ກະຕຸກ​ຊຸກຍູ້​ໃຫ້​ເກີດ​ຄວາມ​ກ້າວໜ້າສຳລັບ​ປະຊາຊົນ​ຊາວ​ຄິວ​ບາ.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດ ທ່ານນາງ Susan Rice.
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດ ທ່ານນາງ Susan Rice.

ສະມາຊິກ​ສະພາ​ຫຼາຍໆ​ທ່ານ​ຈາກ​ທັງ​ສອງ​ພັກ​ການ​ເມືອງຈະ​ເດີນທາງ​ໄປ​ຄິວ​ບາ ພ້ອມ​ກັບ​ປະທານາທິບໍດີ​ໂອ​ບາ​ມາ​ ເລີ້ມ​ໃນ​ວັນ​ອາທິດ​ນີ້ ​ເພື່ອ​ສະ​ແດງ​ອອກໃນ​ສິ່ງທີ່​ຫຼາຍໆ​ຄົນ​ເຫັນ​
ວ່າ ການ​ປັບປຸງ​ຄວາມ​ສຳພັນ​ກັບ​ຄິວ​ບາເປັນ​ການ​ເຄື່ອນ​ໄຫວ​ຂອງ​ທັງ​ສອງ​ພັກ​ການ​ເມືອງ.

ທ່ານ Jeff Flake ສະມາຊິກ​ສະພາ ​ພັກຣີພັບ​ບລີ​ກັນ ​ທີ່ວາງ​ແຜນ​ ຈະ​ຕິດຕາມ​ໄປຄິວ​ບາ​
ພ້ອມ​ກັບ​ປະທານາທິບໍດີ ກ່າວ​ວ່າ ທ່ານ​ຮູ້ສຶກຕື່ນ​ເຕັ້ນ ກ່ຽວ​ກັບ ​ການ​ເດີນທາງ​ ໃນ​ເທື່ອ​ນີ້.
ທ່ານ​ຫວັງ​ວ່າ​ ມັນ​ຈະ​ເປັນ​ການ​ດີ​ສຳລັບ​ປະຊາຊົນ​ຄິວ​ບາ.

Obama Senators Cuba
please wait
Embed

No media source currently available

0:00 0:01:22 0:00

ທ່ານ​ກ່າວ​ວ່າ ມັນ​ເປັນ​ສິ່ງ​ລົບ​ກວນ​ຂ້າພະ​ເຈົ້າສະ​ເໝີ​ ໃນ​ຖານະ​ທີ່​ເ​ປັນ​ສະມາຊິກຂອງ​ພັກ
ຣີພັບ​ບລີ​ກັນ ພວກ​ເຮົາ​ເວົ້າ​ເຖິງ​ການ​ພົວພັນ​ ການ​ເດີນທາງ ​ແລະ​ການຄ້າ ເພື່ອ​ເປັນ​ສິ່ງທີ່​
ຈະ​ກົດ​ດັນ​ໃຫ້​ປະ​ເທດ​ຕ່າງໆ ກ້າວ​ໄປ​ສູ່​ປະຊາ​ທິປະ​ໄຕ. ​ແຕ່ກັບ​ຄິວ​ບານີ້​ ພວກ​ເຮົາ​ມັກ​ຈະ​
ເວົ້າວ່າ ບໍ່ ບໍ່ ມັນ​ຈະ​ບໍ່​ມີ​ຜົນ​ຢູ່​ທີ່​ນັ້ນ. ​ແຕ່​ມັນ​ຈະ​ມີ​ຜົນ ມັນ​ກຳລັງ​ມີ​ຜົນ​ຢູ່​ໃນ​ເວລາ​ນີ້.

ບໍ່​ແມ່ນ​ສະມາຊິກ​ສະພາ​ທັງ​ໝົດເຫັນ​ພ້ອມ​ກັບ​ຄວາມ​ກະຕືລື​ລົ້ນ​ຂອງ​ທ່ານ Flake. ສະມາ
ຊິກ​ສະພາ​ສູງ​ ສັງ​ກັດ​ພັກ​ເດ​ໂມ​ແຄຣັດ ທ່ານ Robert Menendez ຊາວອາ​ເມ​ຣິກັນ​ເຊື້ອ
ສາຍ​ຄິວ​ບາ​ຈາກ​ລັດ​ຟ​ລໍຣິດາກໍ​ແມ່ນ​ຜູ້​ນຶ່ງ​ຢູ່​ໃນ​ຈຳນວນ​ນັ້ນ. ທ່ານ​ຕຳ​ໜິປະທານາທິບໍດີທີ່
ເດີນທາງ​ໄປ​ຢ້ຽມຢາມປະ​ເທດ​ຄິວ​ບາ ​ທີ່​ບໍ່​ໄດ້​ມາດຕະຖານ​ ຄົບຖ້ວນ​ພຽງພໍ​ ຕາມ​ທີ່​ລັດຖະ
ບານ​ໄດ້​ກຳນົດ​ໄວ້.

XS
SM
MD
LG