ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ສຫລ ກຽມພ້ອມ ປະທະກັນ ກ່ຽວກັບກົດໝາຍ Obamacare

ປະທານສະພາຕ່ຳ ທ່ານ Paul Ryan (ດ້ານໜ້າ) ຮ່ວມໂດຍ ບັນດາສະມາຊິກ ພັກຣີພັບບລີກັນ ໂດຍປະກອບມີ ຮອງປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Mike Pence (ຜູ້ທີສອງຈາກຊ້າຍ), ຢູ່ທີ່ກອງປະຊຸມຖະແຫລງຂ່າວ ຫຼັງຈາກ ກອງປະຊຸມ ປິດລັບ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 4 ມັງກອນ 2017.

ໃນການປະທະກັນ ລະຫວ່າງຄະນະລັດຖະບານ ໃນປັດຈຸບັນ ແລະ ອະນາຄົດ ທ່ານ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ໄປທີ່ລັດຖະສະພາ ໃນວັນພຸດວານນີ້ ໂດຍຫວັງ
ວ່າ ຈະຮັກສາໄວ້ ກົດໝາຍປະກັນໄພສຸຂະພາບ ທີ່ເປັນສັນຍາລັກຂອງທ່ານ ໃນຂະນະ
ທີ່ ຮອງປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Mike Pence ກໍໄດ້ໄປຢ້ຽມຢາມ ລັດ ຖະສະພາ ເພື່ອສ້າງ​ຄວາມ​ເຂັ້ມ​ແຂງ ໃຫ້ວາລະ ຂອງພັກຣີພັບບລີກັນ ທີ່ຈະແນໃສ່ມູນ
​ເຊື້ອ ຂອງທ່ານໂອບາມານັ້ນ ໃນທັນໃດທີ່ ທ່ານດໍໂນລ ທຣຳ ໄດ້ຂຶ້ນເປັນປະທານາທິບໍດີ ອີກບໍ່ດົນ ໃນເດືອນນີ້.

ທ່ານປະທານາທິບໍດີ ບາຣັກ ໂອບາມາ ຈັບມື ກັບບັນດາຜູ້ຢືນຄອຍຖ້າ ໃນຄະນະທີ່ ອອກມາຈາກກອງປະຊຸມ ກ່ຽວກັບ ກົດໝາຍປະກັນໄພສຸຂະພາບ ທີ່ເປັນສັນຍາລັກຂອງທ່ານນັ້ນ ກັບບັນດາສະມາຊິກ ຂອງລັດຖະສະພາ, ວັນທີ 4 ມັງກອນ 2017 ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ.

ການປະເຊີນໜ້າກັນ ປະກົດວ່າ ​ໄດ້ນຳມາຊຶ່ງປະກົດການທີ່ບໍ່ທຳມະດາ ເຊັ່ນວ່າ ຜູ້ນຳ ຂອງຄະນະລັດຖະບານ ທີ່ກຳລັງຈະອອກໄປ ແລະ ຫລັກການຂອງຄະນະລັດຖະບານ ທີ່ກຳລັງຈະເຂົ້າມາ ໃນເວລາດຽວກັນນັ້ນ ກໍແມ່ນ​ເພື່ອ​ຊັກ​ຊວນ​ໃຫ້ບັນດາສະມາຊິກ
ສະພາ ເພື່ອທີ່ຈະຄັດຄ້ານຝ່າຍກົງກັນຂ້າມຢ່າງຊິ້ນເຊີງ.

ບັນດາສະມາຊິກພັກເດໂມແຄຣັດ ​ໃນສະພາຕ່ຳ ແລະສະພາສູງ ແມ່ນຍັງເຈັບປວດ ຈາກຜົນການເລືອກຕັ້ງເມື່ອປີກາຍນີ້ ໄດ້ອອກມາຈາກການຊຸມນຸມກັນແບບປິດລັບ ຊຶ່ງປະທານາທິບໍດີໄດ້ໂອ້ລົມປຸກລະດົມ ໂດຍກ່າວວ່າ ພວກເຂົາເຈົ້າໝັ້ນໃຈ ແລະ
ມຸ້ງໝັ້ນ ທີ່ຈະຕໍ່ສູ້ເພື່ອຫຼັກອຸດົມການ ແລະຄວາມເຊື່ອໝັ້ນອັນຍາວນານ ລຸນຫຼັງ ປະທານາທິບໍດີ ໂອບາມາ ຜູ້ທີ່ເປັນພັນທະມິດ ທີ່ມີອຳນາດ ຂອງພວກເຂົາເຈົ້າ ຊຶ່ງ
ກຳລັງ ຈະອອກຈາກໜ້າທີ່ ໃນວັນທີ 20 ມັງກອນ ຈະມາເຖິງນີ້.

ຜູ້ນຳສຽງສ່ວນນ້ອຍ ຂອງສະພາສູງ ທ່ານ Chuck Schumer ຈາກລັດ New York ໄດ້ກ່າວວ່າ “ທ່ານ ໂອບາມາ ເປັນຜູ້ທີ່ໃຫ້ກຳລັງໃຈຫຼາຍ ພວກເຮົາມີຄວາມຫວັງ ໃນແງ່ດີຫຼາຍດ້ານ ທີ່ວ່າ ສິ່ງທີ່ດີໆ ທີ່ໄດ້ເກີດຂຶ້ນ ໃນກົດໝາຍ ການຮັກສາສຸຂະພາບ ລາຄາຖືກ ຫຼື ACA ແມ່ນຈະຢູ່ຕໍ່ໄປ.”

ກົດໝາຍ ACA ທີ່ຮູ້ຈັກກັນ​ໃນ​ຊື່ Obamacare ໄດ້ຂະຫຍາຍໂອກາດຕ່າງໆ ເພື່ອເຮັດ ໃຫ້ຊາວອາເມຣິກັນ ຊື້ປະກັນໄພສຸຂະພາບ ຈາກບໍລິສັດເອກະຊົນ ແລະ ລົດຈຳນວນ ຂອງພວກຄົນ ຜູ້ທີ່ບໍ່​ມີປະກັນໄພນັ້ນ ລົງຢ່າງເປັນຮູບປະທຳ. ບັນດານັກວິຈານ ໄດ້ເພັ່ງ ເລັງໃສ່ ໃນພາກບັງຄັບບາງສ່ວນ ຂອງໂຄງການດັ່ງກ່າວ ແລະ ລາຄາຂອງມັນ. ໂຄງ
ການ ຮັກສາສຸຂະພາບ ໄດ້ຖືກຮັບຮອງເອົາໂດຍລັດຖະສະພາ ​ໂດຍປາດສະຈາກ ການລົງຄະແນນສຽງ ໃດໆ ຂອງສະມາ ຊິກພັກຣີພັບບລີກັນ ໃນລະຫວ່າງ ການເປັນ ປະທານາທິບໍດີ ສະໄໝທຳອິດ ໃນທຳນຽບຂາວ ຊຶ່ງໄດ້ເຫັນວ່າ ຫຼາຍໆບໍລິສັດປະກັນໄພ ໄດ້ຖອນໂຕອອກຈາກໂຄງການ ຫຼື ໄດ້ເພີ່ມຄ່າປະກັນໄພສູງຂຶ້ນ ໃນບາງກໍລະນີ ຄ່າ ປະກັນໄພສູງຂຶ້ນ ຫຼາຍກວ່າ ສອງເທົ່າ.

ທ່ານໂອບາມາ ບໍ່ໄດ້ໂອ້ລົມ ກັບບັນດານັກຂ່າວ ຢູ່ທີ່ລັດຖະສະພາ ແຕ່ທ່ານ Pence ໄດ້ກ່າວຢ້ຳຄືນອີກວ່າ ເຈຕະນາຂອງພັກຂອງທ່ານນັ້ນ ແມ່ນຍຸຕິ Obamacare.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Democrats, Republicans Spar Over Looming Obamacare Battle
please wait

No media source currently available

0:00 0:02:33 0:00

XS
SM
MD
LG