ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳມະການ ສືບລັບ ສະພາສູງ ຈະຕິດຕາມ ໄປທຸກຫົນແຫ່ງ ທີ່ເຈົ້າໜ້າທີ່ສືບລັບ ນຳໄປ


Senate Intelligence Russia
please wait

No media source currently available

0:00 0:01:10 0:00

ຄະນະກຳມະການສືບລັບຂອງສະພາສູງ ສະຫະລັດກຳລັງເພັ່ງເລັງໃສ່ ເລື່ອງ ຣັດເຊຍ
ໃນວັນພະຫັດມື້ນີ້ ໃນຂະນະທີ່ກຳມະການ​ດັ່ງກ່າວ ໄດ້ຈັດໃຫ້ມີການຮັບຟັງຄຳ​ໃຫ້ການ
ແບບເປີດເຜີຍ ອັນເປັນສ່ວນນຶ່ງ ຂອງການສືບສວນ ໃນການແຊກແຊງ ຕໍ່ການເລືອກຕັ້ງ
ປະທານາທິບໍດີ ເມື່ອເດືອນພະຈິກຜ່ານມາ ຂອງຣັດເຊຍ ແລະ ການສົມຮູ້ຮ່ວມຄິດໃດໆ
ທີ່ອາດເປັນໄປໄດ້ ໂດຍກຸ່ມທີ່ຢູ່ວົງໃນ ຂອງປະ ທານາທິບໍດີ ດໍໂນລ ທຣຳ.

ຄະນະກຳມະການດັ່ງກ່າວ ໄດ້ບັນລະຍາຍເຖິງ ກອງປະຊຸມໃນວັນພະຫັດມື້ນີ້ ວ່າ ເປັນ​
ເທື່ອ​ທຳ​ອິດ​ໃນປະຫວັດສາດ ແລະລັກສະນະຕ່າງໆ ຂອງ “ມາດຕະ ການເຄື່ອນໄຫວ
ແລະ ການປຸກລະດົມເພື່ອໃຫ້ມີອິດທິພົນທັງຫຼາຍ ຂອງຣັດເຊຍ”
ແລະ ຄວາມອາດ
ສາມາດຕ່າງໆ ໃນດ້ານໄຊເບີ ຂອງປະເທດນີ້.

ກ່ອນໜ້າການຮັບຟັງຄຳ​ໃຫ້ການແບບເປີດເຜີຍ ທີ່ມີການຕິດຕາມເບິ່ງຢ່າງໃກ້ຊິດນັ້ນ
ປະທານຂອງຄະນະກຳມະການ ສັງກັດພັກຣີພັບບລີກັນ ແລະ ສະມາຊິກສະພາຂັ້ນສູງ
ຈາກພັກເດໂມແຄຣັດ ໄດ້ປະຕິຍານວ່າ ຈະທຳການສືບສວນ ຄວາມພະຍາຍາມ ຂອງ
ຣັດເຊຍ ໃນລະຫວ່າງການໂຄສະນາຫາສຽງ ເມື່ອປີກາຍນີ້ ຢ່າງ ລະອຽດທີ່ສຸດ ແລະ
ບໍ່ລຳອຽງ.

ປະທານ ຄະນະກຳມະການ ທ່ານ Richard Burr ທີ່ສັງກັດພັກຣີພັບບລີກັນ ຈາກລັດ
North Carolina ໄດ້ກ່າວ ຢູ່ທີ່ກອງປະຊຸມຖະແຫລງຂ່າວໃນວັນພຸດວານນີ້ ວ່າ “ຂອບ
ເຂດ ຂອງການສືບສວນນີ້ ຈະໄປທຸກຫົນແຫ່ງທີ່ເຈົ້າໜ້າທີ່ສືບລັບຈະນຳໄປ.”

ສ່ວນທ່ານ Mark Warner ສະມາຊິກສະພາສູງ ຈາກລັດ Virginia ສະມາຊິກຄົນ​ສຳຄັນ
​ຂອງຄະນະກຳມະການສັງກັດພັກເດໂມແຄຣັດ ກໍໄດ້ເຫັນດີນຳ ແລະວ່າ “ພວກເຮົາຈະ
ຂຸດຄົ້ນຫາຄວາມຈິງໃນເລື່ອງນີ້.”

ທ່ານ Burr ໄດ້ກ່າວວ່າ “ຈຳນວນຫຼວງຫຼາຍຂອງເອກກະສານ ທີ່ບໍ່ເຄີຍມີມາກ່ອນ” ທີ່
ໄດ້ຮັບ ແລະ ຄະນະກຳມະການ ແມ່ນຢູ່ໃນ “ການເຈລະຈາຢ່າງສະໝ່ຳສະເໝີ” ກັບ
ປະຊາຄົມສືບລັບ ເພື່ອຈະໄດ້ຮັບເອກກະສານເພີ່ມເຕີມ. ທ່ານໄດ້ກ່າວຕື່ມວ່າ ຈະທຳ
ການສຳພາດຢ່າງນ້ອຍ 20 ຄົນ ໂດຍລວມທັງ ກັບທີ່ປຶກສາ ຂອງ ທ່ານປະທານາທິບໍດີ
ທຣຳ ແລະ ທັງເປັນລູກເຂີຍຂອງທ່ານ ທ່ານ Jared Kushner ຜູ້ທີ່ໄດ້ອາສາທີ່ຈະ
ໂອ້ລົມ ກັບຄະນະກຳມະການ.

ທ່ານປະທານ ໄດ້ກ່າວວ່າ “ຄະນະກຳມະການ ຈະດຳເນີນການສຳພາດກັບ ທ່ານ
Kushner ໃນເວລາ ຄະນະກຳມະການ ຕັດສິນໃຈ ວ່າ ມັນເຖິງເວລາແລ້ວ ພວກ
ເພິ່ນ ກໍຈະກຳນົດວັນເວລາ.”

ທັງທ່ານ Burr ແລະ ທ່ານ Warner ຕ່າງກໍບໍ່ໄດ້ເປີດເຜີຍຂໍ້ສະຫລຸບໃດໆ ທີ່ໄດ້ບັນລຸ
ໄປແລ້ວ ຍົກເວັ້ນແຕ່ເປົ້າໝາຍ ທີ່​ແນ​ໃສ່ຣັດເຊຍ ເທົ່ານັ້ນ.

Senate Panel to Follow Russia Probe 'Wherever the Intelligence Leads'
please wait

No media source currently available

0:00 0:02:31 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG