ປະທານາທິບໍດີ Barack Obama ຮຽກຮ້ອງໃຫ້ລັດຖະສະພາ
ຈົ່ງຮີບຮ້ອນຮັບຜ່ານແຜນການໃຊ້ຈ່າຍ ແລະເພີ້ມຂອບເຂດໃນ
ການຢືມເງິນຂອງປະເທດ ເພື່ອບໍ່ໃຫ້ປະເທດ ຜິດສັນຍາໃນການ
ຈ່າຍໜີ້ສິນຂອງຕົນ.
ທ່ານ Obama ກ່າວໃນວັນຈັນວານນີ້ວ່າ ມັນຈະເປັນການ
“ຂາດຄວາມຮັບຜິດ ຊອບຢ່າງສູງ” ຖ້າຫາກລັດຖະສະພາບໍ່
ໃຫ້ການອະນຸມັດງົບປະມານປະຈໍາປີ ທີ່ຈະເລີ້ມໃນວັນທີ 1
ເດືອນຕຸລານີ້ ຫລືບໍ່ສາມາດເພີ້ມເພດານໜີ້ສິນຂອງປະເທດ
16 ພັນ 700 ຕື້ໂດລາ ທີ່ຄາດວ່າ ຈະເຖິງລະດັບດັ່ງກ່າວໃນ
ບໍ່ເທົ່າໃດອາທິດນັ້ນ.
ທ່ານ Obama ເວົ້າວ່າ “ລັດຖະສະພາ ຈຳເປັນຕ້ອງເສັດສິ້ນ ໂດຍບໍ່ຕ້ອງກໍ່ໃຫ້ ເກີດວິກິດ
ການຂຶ້ນອີກ ໂດຍປາດສະຈາກການປິດລັດຖະບານຂອງເຮົາ ຫລືຮ້າຍໄປກວ່ານັ້ນ ຂົ່ມຂູ່
ທີ່ຈະບໍ່ຈ່າຍໜີ້ສິນຂອງປະເທດ.”
ທ່ານ Obama ຊຶ່ງສັງກັດພັກເດໂມແກຣັດ ທີ່ໄດ້ເຂົ້າກຳຕໍາແໜ່ງປະທານາທິ ບໍດີເປັນປີທີ
ຫ້າແລ້ວ ມັກມີການຜິດຖຽງກັນກັບພັກເຣພັບບລິກັນ ຊຶ່ງເປັນພັກ ຝ່າຍຄ້ານຢູ່ໃນລັດຖະສະ
ພາກ່ຽວກັບການໃຊ້ຈ່າຍຂອງລັດຖະບານ ອັດຕາການເກັບພາສີ ແລະໜີ້ສີນຂອງປະເທດ
ໃນລະຍະຍາວ. ຖ້າຫາກວ່າ ທໍານຽບຂາວ ແລະລັດຖະສະພາ ບໍ່ສາມາດຕົກລົງກັນໄດ້ ກ່ຽວ
ກັບແຜນການໃຊ້ຈ່າຍຂອງປີ 2014 ແລ້ວ ການປິດຫ້ອງການຂອງລັດຖະບານບາງສ່ວນ
ອາດເກີດຂື້ນໃນວັນທີ 1 ຕຸລາ. ຖ້າຫາກເພດານການກູ້ຝືມບໍ່ເພີ້ມຂື້ນແລ້ວລັດຖະບານຈະບໍ່
ສາມາດ ເສຍຄ່າໃຊ້ຈ່າຍຕ່າງໆໄດ້ທັງໝົດ.
ປະທານສະພາຕໍ່າ ສັງກັດພັກເຣພັບບລິກັນ ທ່ານ John Boehner ກ່າວວ່າ ປະທານາທິ
ບໍດີ ຄວນເຮັດວຽກໃນວິທີທີ່ມີການຮ່ວມມືກັນລະຫວ່າງສອງພັກການ ເມືອງ ເພື່ອແກ້ໄຂບັນ
ຫາການໃຊ້ຈ່າຍຂອງປະເທດ. ທ່ານກ່າວໃນວັນຈັນວານນີ້ວ່າ “ເປັນທີ່ອັບອາຍທີ່ປະທານາ
ທິບໍດີບໍ່ສາມາດວາງຕົວຢູ່ເໜືອພັກການເມືອງທັງ ສອງໄດ້ ໃນທຸກວັນນີ້.”