ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະສະພາ ສະຫະລັດ ຈະຫ້າມສິນຄ້າ ທຸກປະເພດ ທີ່ເຮັດໃນພາກພື້ນ ຊິນຈຽງ


ທຸງຊາດ ຈີນ ປິວສະບັດຢູ່ເບື້ອງລັງໜາມໝາກຈັບ ຢູ່ບໍລິເວນທີ່ພັກອາໄສແຫ່ງຊາດໃນເມືອງ ຢານກີຊາ, ພາກພື້ນ ຊິນຈຽງ, ຈີນ. 4 ມິຖຸນາ, 2019.
ທຸງຊາດ ຈີນ ປິວສະບັດຢູ່ເບື້ອງລັງໜາມໝາກຈັບ ຢູ່ບໍລິເວນທີ່ພັກອາໄສແຫ່ງຊາດໃນເມືອງ ຢານກີຊາ, ພາກພື້ນ ຊິນຈຽງ, ຈີນ. 4 ມິຖຸນາ, 2019.

ສະພາຕໍ່າ ສະຫະລັດ ໃນວັນອັງຄານວານນີ້ ໄດ້ຮັບຜ່ານກົດໝາຍສະບັບນຶ່ງທີ່ຫ້າມສິນຄ້າຕ່າງໆ ທີ່ເຮັດດ້ວຍແຮງງານບັງຄັບໃນພາກພື້ນ ຊິນຈຽງ ຂອງ ຈີນ, ຊຶ່ງເປັນການເຄື່ອນໄຫວທີ່ຖືກພິຈາລະ ນາວ່າ ເປັນການກົດດັນຕໍ່ ຈີນ ກ່ຽວກັບ ນະໂຍບາຍ ຊິນຈຽງ ຂອງເຂົາເຈົ້າ.

ໃນການຮັບຜ່ານດ້ວຍການລົງຄະແນນສຽງ 406 ຕໍ່ 3 ​ນັ້ນ, ກົດໝາຍການປ້ອງກັນການບັງຄັບໃຊ້ແຮງງານຊາວ ວີເກີ, ຈະກຳນົດສິນຄ້າທຸກຢ່າງທີ່ຖືກຜະລິດທັງໝົດ ຫຼື ສ່ວນນຶ່ງຈາກເຂດປົກຄອງຕົນເອງ ຊິນຈຽງ ຂອງຊາວ ວີເກີ ນັ້ນເປັນສິນຄ້າທີ່ຜະລິດດ້ວຍແຮງງານທີ່ຖືກບັງຄັບ, ນອກຈາກວ່າອົງການພາສີ ແລະ ການປົກປ້ອງເຂດຊາຍແດນ ສະຫະລັດ “ຈະສາມາດພິຈາລະນາດ້ວຍຫຼັກ ຖານທີ່ຊັດເຈນ ແລະ ໜ້າເຊື່ອຖື.”

ສະມາຊິກສະພາຕໍ່າ ທ່ານ ຈິມ ແມັກໂກເວີນ, ສັງກັດພັກເດໂມແຄຣັດ ຈາກລັດ ແມສຊາຈູເຊັດສ໌, ຜູ້ທີ່ໄດ້ຊ່ວຍເຫຼືອໃນການເປັນຜູ້ນຳໜ້າກົດໝາຍຂອງສອງພັກການເມືອງຢູ່ໃນຫ້ອງປະຊຸມ ກ່ອນການລົງຄະແນນສຽງວ່າ “ຊາວ ວີເກີ ຫຼາຍ ເຖິງນຶ່ງລ້ານແປດແສນຄົນ ແລະ ສະມາຊິກຄົນອື່ນໆຂອງຊົນກຸ່ມນ້ອຍມຸສລິມທົ່ວໄປ ໄດ້ຖືກກັກຂັງໂດຍບໍ່ມີເຫດຜົນຢູ່ໃນສູນ ແລະ. ຖືກບັງຄັບໃຊ້ແຮງ ງານ, ທໍລະມານ ແລະ ຖືກຂົ່ມຂູ່ທາງການເມືອງ, ແລະ ການລ່ວງລະເມີດສິດທິມະນຸດທີ່ຮ້າຍແຮງອື່ນໆ.”

ປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ໄດ້ກ່າວດ້ວຍການຮັບຜ່ານກົດ ໝາຍດັ່ງກ່າວວ່າ, ສະຫະລັດ ໄດ້ສົ່ງຂໍ້ຄວາມທີ່ຊັດເຈນເຖິງ ປັກກິ່ງ ວ່າ “ການລ່ວງລະເມີດພວກນີ້ ຕ້ອງສິ້ນສຸດລົງດຽວນີ້.”

ກົດໝາຍດັ່ງກ່າວຍັງຈະຕ້ອງຖືກຮັບຜ່ານໂດຍສະພາສູງ ແລະ ເຊັນໂດຍປະທານາທິບໍດີ ກ່ອນທີ່ມັນຈະມີຜົນບັງຄັບໃຊ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG