ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດ​ຖະ​ສະ​ພາ​ ສ​ຫລ ເລີ້ມ​ຄິດ​ຫາ​ທາງທີ່ ​ຈະ​ປ້ອງ​ກັນນ່ານ​ຟ້າຂອງ​ຕົນ ຫຼັງ​ຈາກ​ການ​ລ່ວງ​ລ້ຳ ​ຂອງ​ບາ​ລ​ລູນ​ຈີນ


(ພາບ​ໃນ​ແຟມ) ທະ​ຫານກອງ​ທັບ​ເຮືອ​ສະ​ຫະ​ລັດກຽມເອົາວັດ​ຖຸ​ຈາກ​ບາ​ລ​ລູນ​​ຈີນ​ທີ່​ບິນ​ໃນ​ລະ​ດັບ​ສູງ ແລະ​ຖືກ​ຍິງ​ຕົກ​ໃນ​ມະ​ຫາ​ສະ​ໝຸດ​ແອັດ​ລັງ​ຕິກນັ້ນ​ໄປ (ພາບນຳ​ອອກ​ເຜີຍ​ແຜ່​ໂດຍກອງ​ທັບ​ເຮືອ​ສະ​ຫະ​ລັດໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 13 ກຸມ​ພາ, 2023)
(ພາບ​ໃນ​ແຟມ) ທະ​ຫານກອງ​ທັບ​ເຮືອ​ສະ​ຫະ​ລັດກຽມເອົາວັດ​ຖຸ​ຈາກ​ບາ​ລ​ລູນ​​ຈີນ​ທີ່​ບິນ​ໃນ​ລະ​ດັບ​ສູງ ແລະ​ຖືກ​ຍິງ​ຕົກ​ໃນ​ມະ​ຫາ​ສະ​ໝຸດ​ແອັດ​ລັງ​ຕິກນັ້ນ​ໄປ (ພາບນຳ​ອອກ​ເຜີຍ​ແຜ່​ໂດຍກອງ​ທັບ​ເຮືອ​ສະ​ຫະ​ລັດໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 13 ກຸມ​ພາ, 2023)

ໃນຖານະເປັນສະມາຊິກສະພາສູງສະຫະລັດຄົນດຽວ ໃນປັດຈຸບັນທີ່ໄດ້ຂຶ້ນ​ໄປໃນອະວະກາດມາກ່ອນ, ທ່ານມາກ ​ແຄ​ລ​ລີ ຮູ້ບາງສິ່ງບາງຢ່າງ ກ່ຽວກັບວັດຖຸທີ່ບໍ່ສາ​ມາດອະທິບາຍໄດ້ວ່າ​ແມ່ນ​ຫຍັງຢູ່ໃນທ້ອງຟ້າ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ເມື່ອຫວນຄືນໄປຫາວັນເວລາທີ່​ທ່ານ​ເປັນນັກບິນຢູ່ນັ້ນ ທ່ານ​ແຄ​ລ​ລີ ໄດ້ເຫັນບາ​ລ​ລູນສະ​ເຫລີມ​ສະ​ຫລອງ​ງານສຳ​ຄັນ​ທີ່​ລອຍ​ຜ່ານ​ໜ້າຫ້ອງນັກບິນຂອງທ່ານໄປ. ແລະມີຄັ້ງນຶ່ງ ໃນຕອນທີ່ທ່ານກຳລັງ​ຂັບເຮືອບິນຂອງອົງການນາ​ຊາ (NASA) ທ່ານໄດ້ພົບເຫັນ ວັດຖຸອັນ​ນຶ່ງ ​ທີ່ຢູ່ສູງປະມານ 13,700 ແມັດ — ສູງກວ່າລະ​ດັບ ຂອງເຮືອບິນພາ​ນິດ – ທີ່ທ່ານບໍ່ສາມາດລະບຸໄດ້ວ່າ​ແມ່ນ​ຫຍັງດ້ວຍຕາ​ເປົ່າ.

ທ່ານບໍ່ແນ່ໃຈວ່າ ທ່ານຈະໄດ້ເຫັນລູກສອນໄຟຂອງອາເມຣິກາ​ທີ່ບິນໃນ​ລະ​ດັບທີ່ວັດຖຸເຫຼົ່ານັ້ນບິນ​ເຊັ່ນກັນ.

"ຂ້າ​ພະ​ເຈົ້າບໍ່ຄິດດອກວ່າ ພວກເຮົາຢາກຈະເຂົ້າໄປໃນທຸລະກິດການຍິງລູກ​ສອນ​ໄຟ AIM-9X - ໃນລາຄາ 4 ແສນ ໂດລາຕໍ່ຄັ້ງ - ໃສ່​ບາລ​ລູນທີ່ວັດ​ແທກສະພາບອາກາດ," ​ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານແຄ​ລ​ລີ ທີ່ກ່າວຕໍ່ຫນັງສືພິມເອ​ພີ (AP), ໂດຍ​ໝາຍ​ເຖິງລູກ​ສອນ​ໄຟ​ທີ່​ຊອກ​ຫາ​ຄວາມ​ຮ້ອນ ທີ່​ຍິງ​ຢູ່​ເທິງ​ອາ​ກາດ ​ໃສ່​ວັດ​ຖຸ​ຢູ່​ເທິງ​ອາ​ກາດ ທີ່​ໃຊ້​ຍິງ​ໃນ​ບໍ່​ເທົ່າ​ໃດ​ອາ​ທິດ​ມານີ້ ໃສ່ວັດ​ຖຸ​ຢູ່​ເທິງ​ອາ​ກາດ​ຫລາຍ​ອັນ​ຕົກ ລວມ​ທັງບາ​ລ​ລູນ ຂອງ​ຈີນທີ່​ສົ່ງ​ໄສວ່າ​ທຳ​ການ​ສອດ​ແນ​ມ ນັ້ນອີກ​ດ້ວຍ.

ການຍິງບາ​ລ​ລູນ​ຂອງ​ຈີນ ​ແລະ​ວັດຖຸ​ອີກ​ສາມ​ຢ່າງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນໃຫ້​ຕົກ​ລົງ ຢູ່​ໃນ​ໄລ​ຍະ​ທີ່​ມີ​ສັນຕິພາບ ໂດຍ​ລັດ​ຖະ​ບານ​ທ່ານ​ໄບ​ເດັນ ​ໄດ້​ພາ​ໃຫ້​ມີ​ຄຳ​ຖາມ​ໃໝ່ ​ແລະ​ເປັນ​ບັນຫາ ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ເຂດ​ນ່ານຟ້າ​ອາ​ເມ​ຣິ​ກາ, ຊຶ່ງ​ເຮັດ​ໃຫ້ສະມາຊິກ​ສະພາ​ຢ້ານ​ກົວ​ວ່າ ກໍ​ລະ​ນີ​ນີ້​ໄດ້​ເປີດ​ເຜີຍໃຫ້​ເຫັນ​ຊ່ອງ​ໂຫວ່ ​ທີ່​ສັດຕູ​ຕ່າງປະ​ເທດຈະ​ສາ​ມາດ​ເອົາ​ປຽບໄດ້.

ໃນຂະນະທີ່ສະພາຕ່ຳ ແລະສະພາສູງຕ່າງ​ກໍ​ໄດ້ລົງຄະແນນສຽງຢ່າງເປັນເອກກະສັນກັນ ເພື່ອປະນາມພັກການເມືອງທີ່ປົກຄອງປະເທດຈີນທີ່​ໄດ້​ລ່ວງລ້ຳເຂົ້າ​ມາແລະໄດ້ສະໜັບສະໜູນການຕັດສິນໃຈຂອງລັດ​ຖະ​ບານ​ທ່ານ​ໄບ​ເດັນ ທີ່ຍິງລູກບາ​ລ​ລູນຕົກ, ເຂົາເຈົ້າ​ກໍມີຄຳຖາມວ່າຕໍ່ໄປ ຈະ​ມີ​ຫຍັງ​ເກີດ​ຂຶ້ນໃນ​ເວ​ລາ​ຕໍ່​ໄປ.

ສະມາຊິກສະພາສູງຈອນ ແທັ​ສ​ເຕີ (Jon Tester) ສະມາຊິກພັກເດໂມແຄຣັດ ຈາກລັດມອນ​ຕາ​ນາ ຜູ້ໄດ້ຖືກມອບ​ໝາຍໃຫ້​ນຳ​ພາການສືບສວນກ່ຽວກັບວ່າ ບາ​ລ​ລູນຂອງ​ຈີນທີ່ສົງໄສວ່າທຳ​ການ​ສອດ​ແນມນັ້ນ ໄດ້ຖືກອະນຸຍາດໃຫ້ຜ່ານສະຖານທີ່ ລູກສອນໄຟທີ່ສຳຄັນຂອງສະຫະລັດໄດ້​ແນວ​ໃດ​ ກ່າວວ່າ ທ່ານຈະຮັບປະກັນວ່າ ກະຊວງປ້ອງກັນປະເທດ ມີເງິນທຶນສຳລັບດຳ​ເນີນ​ການເພື່ອປະເມີນ ໄພຂົ່ມຂູ່ຂອງວັດຖຸທີ່ບິນຢູ່​ໃນ​ອາ​ກາດ ທີ່ບໍ່ຮູ້ວ່າ​ແມ່ນ​ຫຍັງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG