ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະສະພາ ສຫລ ຕົກລົງກັນບໍ່ໄດ້ ກ່ຽວກັບເງິນຊ່ວຍເຫຼືອດ້ານໂຄວິດ


ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານ ມິຈ໌ ແມັກຄອນແນລ, ໃຫ້ຄຳເຫັນຕໍ່ສື່ມວນຊົນ ຫຼັງຈາກການຮັບປະທານອາຫານທ່ຽງປະຈຳອາທິດຂອງສະພາສູງ, ຫໍລັດຖະສະພາ ແຄັບປິຕອລ, ນະຄອນຫຼວງ ວໍຊິງຕັນ. 8 ທັນວາ, 2020. (Jim Lo Scalzo/Pool via AP)
ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານ ມິຈ໌ ແມັກຄອນແນລ, ໃຫ້ຄຳເຫັນຕໍ່ສື່ມວນຊົນ ຫຼັງຈາກການຮັບປະທານອາຫານທ່ຽງປະຈຳອາທິດຂອງສະພາສູງ, ຫໍລັດຖະສະພາ ແຄັບປິຕອລ, ນະຄອນຫຼວງ ວໍຊິງຕັນ. 8 ທັນວາ, 2020. (Jim Lo Scalzo/Pool via AP)

ໂຄງການຊ່ວຍເຫຼືອ COVID-19 ມູນຄ່າ 900 ຕື້ໂດລາທີ່ໄດ້ນຳສະເໜີ ຂຶ້ນມາໂດຍກຸ່ມຂອງບັນດານັກການເມືອງ ສະຫະລັດ ຈາກສອງພັກໄດ້ພັງລົງໃນວັນພະຫັດວານນີ້ ຫຼັງຈາກຜູ້ນຳສຽງສ່ວນຫຼາຍສະພາສູງ ທ່ານ ມິຈ໌ ແມັກຄອນແນລ ໄດ້ກ່າວວ່າບັນດາສະມາຊິກສະພາສູງພັກຣີພັບບລີກັນ ຈະບໍ່ສະໜັບສະໜູນເງິນທຶນ 160 ຕື້ໂດລາໃນລັດ ແລະ ທ້ອງຖິ່ນ ດັ່ງກັບສ່ວນນຶ່ງຂອງການແລກປ່ຽນທີ່ອາດເປັນໄປໄດ້ໃນການຕົກລົງ.

ພະນັກງານຂອງທ່ານ ແມັກຄອນແນລ ໄດ້ກ່າວຕໍ່ບັນດານັກເຈລະຈາລະດັບສູງວ່າ ຜູ້ນຳພັກຣີພັບບລີກັນບໍ່ເຫັນເສັ້ນທາງໄປສູ່ການຕົກລົງກັນໄດ້ກ່ຽວກັບ ບັນຫາທີ່ສຳຄັນຂອງຂໍ້ສະເໜີໃນປັດຈຸບັນຂອງບັນດາສະມາຊິກສະພາ, ເຊິ່ງແມ່ນແບບສະບັບການປ້ອງກັນຄວາມຮັບຜິດຊອບທີ່ເຮັດໃຫ້ໜ້ອຍລົງທີ່ທ່ານກຳລັງພະຍາຍາມຫາທາງເຮັດ ສຳລັບບັນດາບໍລິສັດ ແລະ ອົງການຕ່າງໆທີ່ກຳລັງປະເຊີນກັບການຟ້ອງຮ້ອງ COVID-19 ທີ່ີອາດເປັນໄປໄດ້ ເພື່ອເປັນການແລກປ່ຽນກັບເງິນທຶນລັດ ແລະ ທ້ອງຖິ່ນທີ່ພັກເດໂມແຄຣັດຕ້ອງການ.

ຜູ້ນຳສຽງສ່ວນຫຼາຍດັ່ງກ່າວໄດ້ຕິຕຽນ “ການຊ່ວຍເຫຼືອດ້ານການເງິນຕ່າງໆ ທີ່ເປັນບັນຫາ” ໃນລະຫວ່າງການກ່າວຄຳປາໄສໃນສະພາສູງ, ໃນຂະນະທີ່ທ່ານຢືນຢັດ ກ່ຽວກັບໂຄງການຊ່ວຍເຫຼືອທີ່ເປັນເປົ້າໝາຍຫຼາຍກວ່າ.

ການຢືນຢັດທີ່່ໜັກແໜ້ນກວ່າເກົ່າຈາກທ່ານ ແມັກຄອນແນລ, ຜູ້ທີ່ປາກົດວ່າບໍ່ໄດ້ຮັບຄະແນນສຽງພຽງພໍຈາກພັກຣີພັບບລີກັນທີ່ມີສຽງສ່ວນຫຼາຍຂອງທ່ານ ສຳລັບການປະນີປະນອມທີ່ສົ່ງຜົນກະທົບໄປກວ້າງນັ້ນ, ຈະກໍ່ໃຫ້ເກີດການທາງຕັນໃນໂຄງການທີ່ມີມູນຄ່າຫຼາຍກວ່າ 900 ຕື້ໂດລາ, ທັງທີ່ວ່າກຸ່ມຂອງບັນດານັກການເມືອງຈາກສອງພັກດັ່ງກ່າວໄດ້ດີ້ນຮົນທີ່ຈະບັນລຸການປະນີປະນອມກັນເປັນເວລາຫຼາຍວັນແລ້ວກໍຕາມ.

ຮ່າງກົດໝາຍນິຕິບັນຍັດອື່ນໆທີ່ກຳລັງພູນສູງຂຶ້ນປັດຈຸບັນນີ້ ໄດ້ເປັນໄພຂົ່ມຂູ່ຕໍ່ບັນຫາທີ່ກ່ຽວຂ້ອງໃນວັນສຸກມື້ນີ້ ເຊິ່ງແມ່ນຮ່າງກົດໝາຍເງິນທຶນລັດຖະບານທີ່ຕ້ອງຖືກຮັບຜ່ານ. ຖ້າມັນບໍ່ຖືກຮັບຜ່ານໃນລັດຖະສະພາ, ມັນຈະກໍ່ໃຫ້ເກີດການປິດລັດຖະບານກາງໃນວັນເສົານີ້.

ພະນັກງານຂອງທ່ານ ແມັກຄອນແນລ ໄດ້ກ່າວຕໍ່ບັນດານັກເຈລະຈາຄົນອື່ນໆວ່າ ມັນ “ມີຄວາມເປັນໄປບໍ່ໄດ້” ທີ່ການແລກປ່ຽນທີ່ຖືກສະເໜີໂດຍສອງພັກການເມືອງຈະເປັນທີ່ຍອມຮັບໄດ້, ໃນຂະນະທີ່ການເຈລະຈາກການຊ່ວຍເຫຼືອ COVID ຍັງດຳເນີນຢູ່, ອີງຕາມຄົນຜູ້ນຶ່ງທີ່ໄດ້ຮັບອະນຸ ຍາດໃຫ້ເວົ້າ ກ່ຽວກັບ ການເຈລະຈານັ້ນໂດຍບໍ່ອອກຊື່. ເຈົ້າໜ້າທີ່ອາວຸໂສພັກເດໂມແຄຣັດທ່ານນຶ່ງ ທຳອິດໄດ້ແລກປ່ຽນທັດສະນະຄະຕິຂອງຜູ້ນຳພັກຣີພັບບລີກັນຄົນດັ່ງກ່າວ ຫຼັງຈາກໄດ້ຮັບອະນຸຍາດໃຫ້ເວົ້າ ກ່ຽວກັບ ການສົນທະນາສ່ວນຕົວນັ້ນໂດຍບໍ່ອອກຊື່, ເຊິ່ງຖືກລາຍງານທຳອິດໂດຍ ວາລະສານ Politico.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG