ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະສະພາ ​ສະຫະລັດ ອະນຸມັດເງິນ 28 ລ້ານ​ໂດ​ລາ ໃຫ້ອົງການ TSA


US Airport Security
please wait
Embed

No media source currently available

0:00 0:01:05 0:00

ລັດຖະສະພາ​ສະຫະລັດ ​ໄດ້ໃຫ້ການອະນຸມັດຕໍ່​ການ​ຮ້ອງ​ຂໍ 28 ລ້ານ​ໂດ​ລ່າ ຂອງອົງການ ຮັກສາ​ຄວາ​ມປອດ​ໄພ ດ້ານການ​ຂົນ​ສົ່ງ ຫຼື TSA ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍອະນຸຍາດ​ໃຫ້​ມີ​ການ​ເພີ້​ມ​ແຖວ​ໃຫ້​ບໍລິການ ​ແລະ​ຕັດ​ເວລາ​ລໍ​ຖ້າ ​ໃນ​ສະໜາມ​ບິນ​ໃຫ້​ສັ້ນ​ລົງ.

ທ່ານ Jeh Johnson ​ລັດ​ຖະມົນຕີ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນໄດ້​ກ່າວ​ວ່າ “ມື້​ນີ້ ຂ້າພະ​ເຈົ້າ ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ ໄປ​ຍັງ​ລັດຖະສະພາ​ທີ່ໄດ້​ໃຫ້ການ​ອະນຸມັດ​ຕໍ່​ການ​ຮ້ອງ​ຂໍ 28 ລ້ານ​ໂດ​ລ່າ ​ໃນ​ການຈັດ​ລະບຽບການ​ໃໝ່ ສຳຫຼັບ​ໜ່ວຍ​ງານ TSA ຊຶ່ງ​ຈະ​ອະນຸຍາດ​ ໃຫ້ ພວກເຮົາ​ມີ​ປະສິດທິ​ຜົນ​ຫຼາຍ​ກວ່າ​ເກົ່າ​ໃນ​ການກວດ​ຂັນ​ທີ່​ຈະ​ເພີ່ມ​ຈຳນວນ​ຂອງ​ພວກ​ເດີນທາງ​ໃຫ້​ຫຼາຍ​ຂຶ້ນ​ໃນ​ສະໜາມ​ບິນ​ໃນ​ສະຫະລັດ.”

​ເງິນ​ຈຳນວນ​ດັ່ງກ່າວ​ນີ້ ຈະ​ໄດ້​ນຳ​ໄປ​ໃຊ້​ຈ່າຍ​ສຳຫຼັບ​ພວກ​ພະນັກງານ​ບໍ່​ເຕັມ​ເວລາ ຈຳນວນ 2 ພັນ 784 ຄົນ ​ໃຫ້​ເປັນ​ພະນັກງານເຕັມ​ອັດຕາ ຊຶ່ງໄດ້​ລາຍ​ງານ​ວ່າຈະ​ເພີ່ມ​ແຖວ​ກວດກາ​ອີກ 53 ​ແຖວ​ໃນສະໜາມ​ບິນ​ສະຫະລັດ. ນອກ​ນັ້ນ ຍັງ​ຈະ​ອະນຸຍາດ​ໃຫ້ TSA ຮີບເລັ່ງຈັດ​ຫາ​ວ່າ​ຈ້າງ​ພະນັກງານ​ເພີ່ມ​ຂຶ້ນ​ອີກ 600 ຕຳ​ແໜ່​ງ​ໃນ​ງົບປະມານໃນ​ທ້າຍ​ປີ​ນີ້.

ການ​ຕັດສິນໃຈ​ດັ່ງກ່າວ​ນີ້ ​ຫລັງ​ຈາກ​ໄດ້​ມີ​ການ​ອະນຸມັດ​ເງິນ​ໃນ​ຈຳນວນ​ເງິນ 34 ລ້ານ ທີ່​ໄດ້​ຮັບ​ຜ່ານ​ໃນ​ເດືອນພຶດສະພາ​ຜ່ານ​ມາ​ນີ້ ທີ່ເປີດ​ໃຫ້​ບໍລິການ​ແຖວ​ກວດກາ​ເພີ່ມ​ອີກ 160 ​ແຖວ ​ໃນ​ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້. TSA ລາຍ​ງານ​ວ່າ ການ​ລໍຖ້າ​ໃນ​ແຖວ​ກວດ​ນັ້ນແມ່ນສະ​ເລ່ຍຂອງ​ພວກ​ເດີນທາງ​ເກືອບ​ວ່າ 99 ​ເປີ​ເຊັນ ​ນັ້ນ​ແມ່ນ ສັ້ນ​ກວ່າ 30 ນາທີ.

​ແຕ່​ວ່າກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ ບໍ່​ຖື​ວ່າ “ຕົນ​ໄດ້​ຮັບ​ໄຊຊະນະ ​ເທື່ອ.”

​ເຖິງ​ແມ່ນວ່າ ຢູ່​ໃນ​ທ່າມກາງ​ຂອງ​ການ​ຈົ່ມ​ທຸກ​ຂອງ​ການ​ລໍຖ້າ​ເຂົ້າ​ແຖວ​ກວດ​ໃນ​ສະໜາມ​ບິນ​ອາ​ເມຣິກາ ທີ່​ເພີ່ມ​ຂຶ້ນ​ນັ້ນກໍ​ຕາມ ​ໂດນ​ສະ​ເພາະ​ຫຼັງ​ຈາກ​ພວກ​ຜູ້​ໂດຍສານ​ໃນ​ນະຄອນ Chi- cago ​ໄດ້​ພາດຖ້ຽວ​ບິນ ​ເນື່ອງ​ຈາກ​ການ​ເຂົ້າ​ແຖວ​ກວດ​ຄົ້ນ​ທີ່​ຍາວ​ນານ​ ​ໃນ​ເດືອນ​ແລ້ວນັ້ນ ການ​ໃຫ້​ບໍລິການ​ທີ່​ສະດວກ​ສະບາຍ​ນັ້ນ ບໍ່​ແມ່ນ​ແຕ່​ສິ່ງ​ດຽວ​ທີ່​ທາງ ອົງການ TSA ມີຄວາມ​ເປັນ​ຫ່ວງ​ເປັນ​ໃຍ.

ທ່ານ Jeh Johnson ກ່າວ​ວ່າ “ຄື​ດັ່ງທີ່ຂ້າພະ​ເຈົ້າ​ໄດ້​ກ່າວ​ມາ​ໃນ​ຫຼາຍໆ​ຄັ້ງ​ນັ້ນ ພວກ​ເຮົາ​ຈະ​ອຳນວຍ​ຄວາມ​ສະດວກໃຫ້ພວກ​ນັກ​ເດີນທາງ​ເຄື່ອນ​ຍ້າຍ​ພາຍ​ໃນ​ລະດູ​ຮ້ອນ​ນີ້ ​ແຕ່​ວ່າ ພວກ​ເຮົາ​ຈະ​ຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ປອດ​ໄພນຳ. ພວກ​ເຮົາ​ຈະ​ບໍ່​ຕັດ​ຮອນ​ໃຫ້​ມັນ​ສັ້ນ​ລົງ ຖ້າ​ເວົ້າ​ເຖິງ​ຄວາມ​ປອດ​ໄພ​ແລ້ວ.”

​ໃນ​ຫວ່າງ​ໝໍ່ໆ​ມາ​ນີ້ ສະມາຊິກ​ສະພາ​ສະຫະລັດ ​ໄດ້​ອອກ​ການ​ເຂັ້ມ​ງວດເລື້ອງ​ຄວາມ​ປອດ​ໄພໃນ​ສະໜາມ​ບິນ​ ​ໂດຍ​ສະ​ເພາະ​ຫຼັງ​ຈາກ​ທີ່​ສາຍ​ການບິນ EgypAir ​ໄດ້ປະສົບ​ອຸບ​ປະຕິ​ເຫດ​ໃນ​ເດືອນ​ແລ້ວ​ນີ້ ຊຶ່ງສາ​ເຫດ​ຂອງ​ອຸບ​ປະຕິ​ເຫດ​ດັ່ງກ່າວ​ນີ້ ​ຍັງ​ບໍ່​ຊາບ​ເທື່ອ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG