ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສານອາຍາ ນາໆຊາດ ພົບວ່າ ທ່ານ Katanga ມີ​ຄວາມ​ຜິດ​​​ (ວີດີໂອ)


ທ່ານ Germain Katanga ອະດີດຜູ້ນຳທະຫານບ້ານຄອງໂກ
ທ່ານ Germain Katanga ອະດີດຜູ້ນຳທະຫານບ້ານຄອງໂກ
ສານ​ອາ​ຍາ​ນາໆຊາດ ພົບເຫັນວ່າ ອະດີດ​ຜູ້​ນໍາ​ ທະຫານບ້ານຄອງ
​ໂກ ທ່ານ Germain Katanga ມີ​ຄວາມ​ຜິດ​ ໃນການກໍ່ອາ​ຊະຍະ
​ກໍາ ສົງຄາມ​ແລະກໍ່ອາຊະຍາກຳ​ຕ້ານ​ມະນຸ​ດຊາດທີ່ພົວພັນກັບການ
ສັງຫານໝູ່ໃນປີ 2003 ທີ່ປະເທດຊຶ່ງຕັ້ງຢູ່ໃນພາກກາງຂອງທະວີບ
ອາຟຣິການັ້ນ.

ສານໄດ້ຕັດສິນໃນວັນສຸກມື້ນີ້ວ່າ ທ່ານ Kantanga ຊ່ອຍສະໜັບ
ສະໜຸນແລະຈັດຕັ້ງກຸ່ມທະຫານບ້ານດັ່ງກ່າວ ທີ່ໄດ້ສັງຫານປະຊາ
ຊົນປະມານ 200 ຄົນ​ ໃນ​ປີ 2003 ​ທີ່​ບ້ານ Borogo ໃນພາກ​ຕາ
​ເວັນ​ອອກ​ຂອງສາທາລະນະປະຊາທິປະໄຕຄອງ​ໂກ.

ທ່ານ Katanga ທີ່ມີຊື່ຫລິ້ນວ່າ Simba ຫລືສິງນັ້ນ ບໍ່ໄດ້ສະແດງຄວາມເສົ້າໂສກເສຍ
ໃຈໃດໆ ໃນລະຫວ່າງທີ່ມີການອ່ານຄຳຕັດສິນຕໍ່ທ່ານທີ່ສານຊຶ່ງຕັ້ງຢູ່ນະຄອນ Hague ໃນວັນສຸກມື້ນີ້.

ທ່ານ Katanga ອາຍຸ 35 ປີ ໄດ້ຖືກພົບເຫັນວ່າມີຄວາມຜິດໃນການຄາດຕະກຳ ໂຈມ
ຕີພົນລະເຮືອນ ທຳລາຍຊັບສິນ ແລະປຸ້ນສະດົມ. ທ່ານຖືກພົບເຫັນວ່າ ບໍ່ມີຄວາມຜິດ ໃນຂໍ້ຫາຂົ່ມຂືນສຳເລົາ ກໍ່ຄວາມຮຸນແຮງທາງເພດ ແລະໃຊ້ທະຫານເດັກນ້ອຍ.

ໃນຂະນະທີ່ຜູ້ພິພາກສາ Bruno Cotte ເວົ້າວ່າ ຄະນະສືບສວນບໍ່ສາມາດໃຫ້ການຢືນ
ຢັນໄດ້ວ່າ ທ່ານ Katanga ມີການເຂົ້າຮ່ວມ ພົວພັນໂດຍກົງ ໃນການສູ້ລົບ ຫລືເປັນຜູ້ ຄວບຄຸມກອງກຳລັງຕໍ່ຕ້ານ ທີ່ຮັກຊາດນັ້ນ ແຕ່ທ່ານກໍເວົ້າວ່າ ສານພົບເຫັນວ່າ ທ່ານມີ ສ່ວນຊ່ວຍໃນການວາງແຜນໂຈມຕີ.

ທ່ານ Katanga ໄດ້ຮ້ອງຮຽນ ຕໍ່ສານວ່າ ທ່ານບໍ່ມີຄວາມຜິດ ໂດຍເວົ້າວ່າ ທ່ານບໍ່ໄດ້
ຄວບຄຸມພວກນັກລົບໂດຍກົງ ແລະກໍບໍ່ໄດ້ຢູ່ໃນເຂດດັ່ງກ່າວ ເວລາມີການສູ້ລົບເກີດ
ຂຶ້ນ. ຜູ້ພິພາກສາເວົ້າວ່າ ທ່ານ Katanga ຈະຖືກຄຸມຂັງຕໍ່ໄປ ຈົນກວ່າ ຈະມີການຕັດ
ສິນລົງໂທດ ຊຶ່ງວັນເວລາດັ່ງກ່າວ ຍັງບໍ່ທັນມີການກຳນົດເທື່ອ.

ທ່ານ ໄດ້ຖືກດໍາເນີນຄະດີໂດຍສານອາຍານາໆຊາດ ໃນປີ 2009 ພ້ອມດ້ວຍຜູ້ຖືກກ່າວ
ຫາຄົນອື່ນໆ ຮວມທັງເພື່ອນຮ່ວມງານ ຊຶ່ງເປັນຜູ້ນຳທະຫານບ້ານ ອີກຄົນນຶ່ງ ຄືທ່ານ
Marthie Ngudjolo Chui ທີ່ໄດ້ຖືກຕັດສິນໃຫ້ພົ້ນໂທດ ໃນປີ 2012 ຍ້ອນບໍ່ມີຫລັກ
ຖານພຽງພໍ.


Congo
please wait
Embed

No media source currently available

0:00 0:00:38 0:00
XS
SM
MD
LG