ບັນດາຜູ້ພິພາກສາສານອາຍາສາກົນ ຫຼື ICC ຢູ່ນະຄອນເຮກໄດ້ຕ່າວປີ້ນການ ຕັດສິນ
ໂທດ ໃນຖານກໍ່ອາຊະຍາກຳສົງຄາມ ຂອງອະດີດຮອງປະທານາທິບໍດີຄອງໂກ ທ່ານຊັງ
ປີແອ ເບມບາ ທີ່ໄດ້ກໍ່ອາຊະຍາກຳໂດຍກຳລັງທະຫານຂອງທ່ານ ຢູ່ທີ່ສາທາລະນະລັດ
ອາຟຣິກາກາງ.
ສານອຸທອນ ໃນວັນສຸກວານນີ້ ໄດ້ຕ່າວປີ້ນການຕັດສິນລົງໂທດໃຫ້ຈຳຄຸກ 18 ປີ ຕໍ່ທ່ານ
ເບມບາ ໂດຍການເປັນປະທານຂອງຜູ້ພິພາກສາ ທ່ານນາງຄຣິສຕິນ ແວນ ເດັນ ວິນ
ເກີຣ໌ຕ ກ່າວວ່າ “ທ່ານເບມບາ ບໍ່ສາມາດທີ່ຈະເປັນ ຜູ້ຮັບຜິດຊອບຕໍ່ອາຊະຍາກຳ ທີ່ໄດ້
ກໍ່ຂຶ້ນ ໂດຍທະຫານຂອງທ່ານຢູ່ໃນສາທາລະນະລັດອາຟຣິກາກາງ.”
ການຕັດສິນດັ່ງກ່າວ ໄດ້ສ້າງຄວາມຜິດຫວັງໃຫ້ແກ່ພວກໄອຍະການ ຢູ່ທີ່ສານ ICC ຜູ້
ທີ່ໄດ້ໂຕ້ຖຽງໃນລະຫວ່າງການດຳເນີນຄະດີຂອງທ່ານເບມບາວ່າ ນາຍ ທະຫານຜູ້ບັນ
ຊາການ ຈະຕ້ອງເປັນຜູ້ຮັບຜິດຊອບຕໍ່ການກໍ່ອາຊະຍາກຳ ໂດຍ ກຳລັງທະຫານຂອງ
ທ່ານ ຫຼືບໍ່ສາມາດປ້ອງກັນ ຫຼືລົງໂທດຕໍ່ບັນດາຜູ້ກະທຳຜິດ. ການຕັດສິນໃນວັນສຸກວານ
ນີ້ ອາດຍັງເປັນຜົນກະທົບອີກວ່າ ຜູ້ບັນຊາການໃນອະນາຄົດທີ່ຢູ່ໃນບັນຫາຂັດແຍ້ງ
ອື່ນໆສາມາດຖືກດຳເນີນຄະດີຢູ່ໃນສານສາກົນ.
ທ່ານເບມບາໄດ້ຖືກຕັດສິນລົງໂທດວ່າ ມີຄວາມຜິດໃນການກໍ່ໂທດກຳຕ້ານມະນຸດຊາດ
ແລະກໍ່ອາຊະຍາກຳສົງຄາມໃນລະຫວ່າງການປະຕິບັດງານ ໂດຍໃຊ້ການຄາດຕະກຳ
ຂົ່ມຂືນສຳເລົາ ແລະປຸ້ນລະດົມ ທີ່ພວກນັກລົບຂອງທ່ານໄດ້ກະທຳ ເວລາທ່ານສົ່ງເຂົາ
ເຈົ້າ ຈາກສາທາລະນະລັດປະຊາທິປະໄຕຄອງໂກ ໄປປະຕິບັດງານ ຢູ່ສາທາລະລັດອາ
ຟຣິກາກາງ ໃນປີ 2002 ຫາ 2003 ເພື່ອສະໜັບສະໜູນປະເທດດັ່ງກ່າວ ຊຶ່ງເວລານັ້ນ
ແມ່ນປະທານາທິບໍດີ ອັງເກິ ຟີລິກສ໌ປາຕາສ ປົກຄອງປະເທດຢູ່.
ທ່ານເບມບາແມ່ນນຶ່ງໃນຈຳນວນ 4 ຄົນເທົ່ານັ້ນ ທີ່ຖືກສານ ICC ໄດ້ຕັດສິນລົງໂທດນັບ
ແຕ່ສານດັ່ງກ່າວໄດ້ຖືກສ້າງຕັ້ງຂຶ້ນມາເມື່ອ 16 ປີກ່ອນ. ທ່ານຍັງເປັນບຸກຄົນທີ່ຢູ່ໃນຕຳ
ແໜ່ງສູງສຸດທີ່ໄດ້ຖືກຕັດສິນລົງໂທດ ແລະການຕັດສິນລົງໂທດຈຳຄຸກ 18 ປີີນັ້ນ ແມ່ນ
ດົນທີ່ສຸດ ທີ່ໄດ້ຕັດສິນໂດຍສານດັ່ງກ່າວ.
ຄະນະຜູ້ພິພາກສາສານອຸທອນຫ້າຄົນ ກ່າວໃນການຕັດສິນ ໂດຍຄະແນນສຽງ 3 ຕໍ່ 2
ໃນວັນສຸກວານນີ້ວ່າ ທ່ານເບມບາໄດ້ພະຍາຍາມທີ່ຈະຢຸດການກໍ່ອາຊະຍາກຳໂດຍຂະ
ບວນການເພື່ອປົດປ່ອຍຄອງໂກ (MLC) ຂອງທ່ານ ເວລາທ່ານຮູ້ເລື້ອງນີ້. ຄວາມພະ
ຍາຍາມຂອງທ່ານເບມບາເພື່ອຢຸດເຊົາການກໍ່ອາຊະຍາກຳ“ໄດ້ເຮັດໃຫ້ຄວາມຮັບຜິດ
ຊອບຂອງທ່ານໝົດໄປ” ນັ້ນຄຳຄຳເວົ້າ ທີ່ທ່ານນາງແວນ ເດັນ ວິນເກີຣ໌ຕ ໄດ້ກ່າວໄວ້.
ຜູ້ພິພາກສາສອງທີ່ທ່ານທີ່ບໍ່ເຫັນພ້ອມນຳ ກ່າວຢູ່ໃນການຕັດສິນວ່າ ການບໍ່ເຫັນພ້ອມ
ນີ້ແມ່ນອີງໃສ່ "ພື້ນຖານທີ່ບໍ່ຖືກຕ້ອງ ຂອງການທົບທວນອຳນາດສານສູງສຸດ.”
ໄອຍະການຂອງສານ ICC ທ່ານນາງຟາຕູ ເບັນຊູດາ ໄດ້ຮ້ອງການຕັດສິນສຽງສວ່ນ
ຫຼາຍນີ້ວ່າ “ຜິດຫວັງ ແລະລົບກວນ.”
ທ່ານນາງໄດ້ໃຫ້ຂໍ້ສັງເກດວ່າບັນດາຜູ້ພິພາກສາບໍ່ໄດ້ປະຕິເສດວ່າກຳລັງທະຫານຂອງ
ທ່ານເບມບາ ບໍ່ໄດ້ທຳການກໍ່ອາຊະຍາກຳ “ຊຶ່ງໄດ້ເປັນຜົນໃຫ້ມີການໄດ້ຮັບຄວາມທຸກ
ທໍລະມານເປັນທີ່ສຸດຢູ່ໃນສາທສາລະນະລັດອາຟຣິກາກາງ.”