ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ. ຟາຢູລູ ຈະທ້າທາຍ ຜົນການເລືອກຕັ້ງ ປະທານາທິບໍດີ ຄອງໂກ ໃນສານສູງສຸດ

ຜູ້ສະໝັກແຂ່ງຂັນເປັນ ປະທານາທິບໍດີ ຂອງ ຄອງໂກ ທ່ານ ມາຕິນ ຟາຢູລູ ທີ່ໄດ້ປະລາໄຊ ໃນການເລືອກຕັ້ງ ທັກທາຍ ບັນດາຜູ້ສະໜັບສະໜຸນ ໃນຂະນະທີ່ ທ່ານເດີນທາງໄປຮອດ ການຊຸມນຸມ ໃນນະຄອນຫຼວງ ກິນຊາຊາ, ຂອງ ສປ ຄອງໂກ, ວັນທີ 11 ມັງກອນ 2019.

ຜູ້ສະໝັກແຂ່ງຂັນເປັນ ປະທານາທິບໍດີ ຂອງ ຄອງໂກ ທ່ານ ມາຕິນ ຟາຢູລູ ວາງແຜນ
ເພື່ອຮຽກຮ້ອງໃຫ້ ນັບຄະແນນສຽງຄືນໃໝ່ ກ່ຽວ​ກັບຜົນການເລືອກຕັ້ງ ທີ່ໄດ້ສະແດງໃຫ້
ເຫັນວ່າ ທ່ານເປັນຜູ້ປະລາໄຊ ໃຫ້ແກ່ຄູ່ແຂ່ງ ທ່ານ ເຟລິກສ໌ ຊີເຊເຄດີ ຜູ້ນຳພັກຝ່າຍຄ້ານ.

ໃນການກ່າວຜ່ານທາງໂທລະສັບ ໃນວັນສຸກວານນີ້ ຕໍ່ທ່ານ ເອດດີ ອີຊານໂກ ຂອງ
ວີໂອເອ ພະແນກພາ​ສາ​ຝ​ຣັ່ງ ໄປ​ຍັງອາຟຣິກກາ ທ່ານ ຟາຢູລູ ໄດ້ກ່າວ ວ່າ ທ່ານຈະໄປ
ຫາ ສານລັດຖະທຳມະນູນ ໃນວັນເສົາມື້ນີ້ ແລະຂໍຮ້ອງໃຫ້ບັນດາຜູ້ພິພາກສາ ອອກຄຳສັ່ງ
ໃຫ້ນັບຄະແນນສຽງຄືນໃໝ່.

ທ່ານ ​ເຟລິກສ໌ ຊີເຊເຄດີ, ຜູ້ນຳພັກຝ່າຍຄ້ານຫຼັກ ຂອງຄອງໂກ, ຄືພັກ ສາມັກຄີເພື່ອປະຊາທິປະໄຕ ແລະຄວາມກ້າວໜ້າ ດ້ານສັງຄົມ ຜູ້ທີ່ຖືກປະກາດ ໃຫ້ເປັນ ຜູ້ຊະນະການເລືອກຕັ້ງ ປະທານາທິບໍດີ, ໂບກມືໃຫ້ແກ່ ພວກສະໜັບສະໜຸນທ່ານ ໃນນະຄອນຫຼວງ ກິນຊາຊາ ຂອງ ສປ ຄອງໂກ, ວັນທີ 10 ມັງກອນ 2019.

ທ່ານ ຟາຢູລູ ໄດ້ເວົ້າວ່າ “ພວກເຮົາ ຂໍໃຫ້ນັບຄະແນນສຽງຄືນດ້ວຍມື ໃນແຕ່ລະໜ່ວຍ
ເລືອກຕັ້ງ ຕໍ່ໜ້າ ຄະນະກຳມະການເລືອກຕັ້ງ ຂອງຄອງໂກ ຫຼືເອີ້ນ ຫຍໍ້ວ່າ CENI ຕໍ່
ໜ້າ ສະຫະພາບອາຟຣິກາ ຕໍ່ໜ້າ ອົງການສະຫະປະຊາຊາດ ແລະ ຕໍ່ໜ້າ ທຸກຄົນ
ອື່ນໆ...ເພື່ອວ່າ ໝົດທຸກຄົນສາມາດເຫັນໄດ້ ສິ່ງທີ່ປະຊາຊົນ ຄອງໂກ ໄດ້ບັນລຸ ໃນ
ວັນທີ 30 ທັນວາ 2018 ຜ່ານມານີ້.”

ຄະນະກຳມາທິການ ໄດ້ກ່າວໃນວັນພະຫັດຜ່ານມານີ້ ວ່າ ທ່ານ ຊີເຊເຄດີ ລູກຊາຍຂອງ
ຜູ້ນຳພັກຝ່າຍຄ້ານ ທີ່ດຳລົງຕຳແໜ່ງມາຍາວນານ ໄດ້ຊະນະການ ເລືອກຕັ້ງປະທານາ-
ທິບໍດີ ດ້ວຍຄະແນນສຽງຫຼາຍກວ່າ 600,000 ຄະແນນ ລື່ນ ທ່ານ ຟາຢູລູ.

ເຖິງຢ່າງໃດກໍຕາມ ຄະນະ​ໂຄ​ສະ​ນາຫາສຽງຂອງ ທ່ານ ຟາຢູລູ ກ່າວວ່າ ຕົນ ໄດ້ນັບ
ຄະແນນສຽງ ທີ່ສະແດງໃຫ້ເຫັນວ່າ ທ່ານໄດ້ຊະນະການເລືອກຕັ້ງ​ ດ້ວຍຄະແນນສຽງ
61 ເປີເຊັນ.

ສາສະໜາຄາທໍລິກ ແລະ ບັນດານັກການທູດຕ່າງປະເທດ ຍັງໄດ້ຕັ້ງຄຳຖາມຕໍ່ ຜົນທີ່
ອອກມາ ຂອງການລົງຄະແນນສຽງ. ສາສະໜາຄາທໍລິກ ໄດ້ກ່າວໃນວັນ ພະຫັດຜ່ານ
ມານີ້ ວ່າ ຕົວເລກທີ່ເປັນທາງການ ບໍ່ກົງກັບຄະແນນສຽງທີ່ຖືກນັບ ຊຶ່ງເກັບກຳມາໂດຍ
ບັນດາຜູ້ສັງເກດການ ການເລືອກຕັ້ງ ຂອງຕົນ ໃນທົ່ວປະເທດ.

ນັກຂ່າວວີໂອເອປະຈຳອົງການສະຫະປະຊາຊາດ ທ່ານນາງ ມາກາເຣັດ ເບີເຊຍ ລາຍ
ງານວ່າ ສະພາຄວາມໝັ້ນຄົງສະຫະປະຊາຊາດ ຢູ່ນະຄອນນິວຢອກ ໄດ້ຈັດກອງປະຊຸມ
ເມື່ອວັນສຸກວານນີ້ ເພື່ອປຶກສາຫາລື ກ່ຽວ​ກັບເລື່ອງການເລືອກ ຕັ້ງຂອງຄອງໂກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG