ຫົວໜ້າການເມືອງຂອງກຸ່ມກະບົດ M23 ໃນຄອງໂກເວົ້າວ່າ ກໍາລັງຂອງ ທ່ານຈະຖອນອອກຈາກເມືອງ Goma ທີ່ຕົນຍຶດໄດ້ນັ້ນ ພາຍໃນວັນສຸກນີ້ ອັນເປັນສັນຍານແຫ່ງໄມຕີທີ່ດີ ເຖິງແມ່ນວ່າລັດຖະບານຍັງບໍ່ທັນ ໄດ້ແກ້ໄຂຄໍາຮ້ອງທຸກຂອງພວກເຂົາເຈົ້າກໍຕາມ.
ກຸ່ມກະບົດໄດ້ເຂົ້າຍຶດເອົາເມືອງ Goma ທີ່ຕັ້ງຢູ່ທາງພາກຕາເວັນອອກຂອງຄອງໂກເມື່ອອາທິດຜ່ານມາ ແລະຫຼັງຈາກນັ້ນກໍໄດ້ເຂົ້າຍຶດເອົາເມືອງ Sake ທາງກໍ້າຕາເວັນຕົກຂອງເມືອງດັ່ງກ່າວ.
ທ່ານ Jean-Marie Runiga ຈາກກຸ່ມກະບົດ M23 ບອກວີໂອເອເມື່ອວັນອັງຄານນີ້ວ່າ ຖ້າຫາກວ່າບັນດາຜູ້ນໍາລະດັບຂົງເຂດຄິດວ່າການຖອນກໍາລັງຂອງຝ່າຍກະບົດ ຈະຊ່ວຍນໍາມາຊຶ່ງສັນຕິພາບແລ້ວ ສະນັ້ນພວກເຂົາເຈົ້າກໍຍິນດີຈະປະຕິບັດຕາມໃນທ້າຍອາທິດນີ້. ທ່ານ Runiga ເວົ້າວ່າ ເຖິງແມ່ນກຸ່ມກະບົດຖອນອອກໄປ ກໍບໍ່ໄດ້ໝາຍຄວາມວ່າກຸ່ມກະ ບົດຈະລົດລະຕໍ່ຮຽກຮ້ອງຕ້ອງການຂອງຕົນແຕ່ຢ່າງໃດ ເພື່ອໃຫ້ທະຫານຕ່າງປະເທດ ແລະກອງທັບຄອງໂກ ຖອນອອກຈາກເຂດດັ່ງກ່າວນັ້ນ.
ເມື່ອຕອນບ່າຍວັນອັງຄານວານນີ້ ທ່ານ Herve Ladous ຫົວໜ້າກໍາລັງຮັກສາສັນຕິ ພາບອົງການສະຫະປະຊາຊາດ ບອກບັນດານັກຂ່າວວ່າ ປະກົດມີຮ່ອງຮອຍໃຫ້ຮູ້ວ່າກຸ່ມກະບົດ M23 ກໍາລັງເລີ່ມຖອນອອກຈາກ ເມືອງ Goma ແລ້ວ. ທ່ານ Ladous ເວົ້າວ່າ ການຖອນກໍາລັງຂອງ ກຸ່ມກະບົດດັ່ງກ່າວ ແມ່ນຈະໄດ້ຮັບການຢືນຢັນ ໂດຍກໍາລັງຮັກສາສັນຕິ ພາບໃນວັນພຸດມື້ນີ້.
ບັນດາຜູ້ນໍາລະດັບຂົງເຂດ ໂຮມທັງ ທ່ານ Joseph Kabila ປະທານາທິ ບໍດີສາທາລະ ນະລັດປະຊາທິປະໄຕຄອງໂກ ໄດ້ທວງໃຫ້ກຸ່ມກະບົດ M23 ຖອນຕົວອອກຈາກເມືອງ Goma ບໍ່ໃຫ້ກາຍວັນຈັນຕໍ່ໜ້ານີ້.