ເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດ ລາຍງານວ່າ ອາດມີຫຼາຍເຖິງ 20 ຄົນໄດ້ເສຍຊີວິດ ທີ່ນະຄອນ Kinshasa ຫລັງຈາກຄວາມຮຸນແຮງໄດ້ລະເບີດຂຶ້ນ ໃນລະຫວ່າງການເດີນຂະບວນທີ່ຮຽກຮ້ອງໃຫ້ປະທານາທິບໍດີ Joseph Kabila ທີ່ຄອງອຳນາດມາເປັນເວ ລາດົນນານອອກຈາກຕຳແໜ່ງລຸນຫຼັງທີ່ສະໄໝໃນການເຂົ້າຮັບໜ້າທີ່ຂອງທ່ານໝົດອາຍຸລົງໃນວັນຈັນຜ່ານມານີ້.
ການເສຍຊີວິດຂອງ 3 ຄົນແມ່ນໄດ້ຮັບການຢືນຢັນໂດຍວິທະຍຸສຽງອາເມຣິກາໄປຍັງອາຟຣິກາ.
ປະຊາຊົນຢູ່ໃນບາງເຂດ ຂອງນະຄອນຫຼວງຄອງໂກ ໄດ້ພາກັນເປົ່າໝາກຫວີດໃນຕອນ ທ່ຽງຄືນ ເພື່ອເປັນສັນຍານວ່າມັນເຖິງເວລາແລ້ວທີ່ທ່ານ Kabila ຈະຕ້ອງອອກຈາກໜ້າທີ່. ສຽງປືນທີ່ໄດ້ຍິນຢູ່ໃນຫລາຍໆເຂດຍັງດຳເນີນຢູ່ຕໍ່ມາໃນວັນອັງຄານວານນີ້.
ໃນວັນຈັນແລ້ວ ການປະທ້ວງໄດ້ມີຂຶ້ນ ຢູ່ໃນຫລາຍໆຄຸ້ມຂອງນະຄອນຫຼວງ Kinshasa ທັງໆທີ່ໄດ້ມີການຫ້າມບໍ່ໃຫ້ມີການເດີນຂະບວນແລະການມີໜ້າຂອງກຳລັງທະຫານເປັນຈຳນວນຫຼວງຫຼາຍ. ພວກທີ່ເຫັນເຫດການກ່າວວ່າ ຕຳຫຼວດໄດ້ຍິງລະເບີດນ້ຳຕາເຂົ້າໃສ່ ເພື່ອໃຫ້ພວກປະທ້ວງແຕກພ່າຍໜີ.
ສ່ວນໃຫຍ່ຂອງນະຄອນຫຼວງແມ່ນງຽບສະຫງົບບໍ່ມີຜູ້ຄົນ ໂດຍທີ່ຫ້າງຮ້ານຕ່າງໆໄດ້ພາ ກັນປິດກິດຈະການ ແລະຜູ້ຄົນພາກັນຢູ່ກັບບ້ານກັບເຮືອນ ຍ້ອນຢ້ານຈະເກີດຄວາມຮຸນແຮງ.