ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ຄອງໂກ ຮຽກໃຫ້ມີ ການລົງປະຊາມະຕິ ເພື່ອປ່ຽນແປງ ລັດຖະທຳມະນູນ


ປະທານາທິບໍດີຄອງໂກ ທ່ານ Denis Sassou Nguesso.
ປະທານາທິບໍດີຄອງໂກ ທ່ານ Denis Sassou Nguesso.

ລັດຖະບານ​ຂອງສາທາລະນະ​ລັດຄອງ​ໂກໄດ້​ຮຽກໃຫ້​ມີ​ການ​ລົງ
​ປະຊາ​ມະຕິ​ ໃນ​ວັນ​ທີ 25 ຕຸລາ ​ເພື່ອສະ​ເໜີໃຫ້​ມີ​ການ​ແກ້ໄຂ
ລັດຖະທຳ​ມະນູນ ​ທີ່​ຈະ​ອະນຸຍາດ​ໃຫ້​ ປະທານາ​ທິບໍດີ Denis
Sassou Nguesso ສາມາດ​ລົງ​ແຂ່ງຂັນ​ເອົາຕຳແໜ່ງໄດ້ອີກ
ເປັນ​ສ​ະໄໝທີ ​3.

ຂໍ້​ສະ​ເໜີ​ດັ່ງກ່າວ ​ໄດ້​ປະກາດ​ໃນ​ວັນ​ຈັນ​ວານ​ນີ້ ຫຼັງ​ຈາກ​ທີ່ໄດ້​
ມີ​ການ​ປະຊຸມຄະນະລັດຖະບານ ຊຶ່ງ​ຍັງ​ຈະລົບ​ລ້າງ​ການ​ມີ​ອາຍຸ
ຈຳກັດສູງກວ່າ 70 ທີ່​ໄດ້ກຳນົດໄວ້ສຳລັບ​ຜູ້​ສະໝັກນັ້ນ. ປະທາ
ນາ​ທິບໍດີ Sassou Nguesso ມີ​ອາຍຸ 72 ປີ ແລະໄດ້ຖືກຫ້າມ
ໂດຍລັດຖະທຳ​ມະ ນູນ​ສະບັບ​ປະຈຸ​ບັນ​ບໍ່ໃຫ້ລົງສະໝັກແຂ່ງຂັນ
ເອົາຕຳແໜ່ງຕື່ມອີກ.

​ໃນເດືອນ​ແລ້ວ​ນີ້ ​ປະທານາ​ທິບໍດີ ​ໄດ້​ປະກາດ​ວ່າ ທ່ານ​ຈະ​ຮຽກໃຫ້​ມີ​ການ​ລົງ​ປະຊາ​ມະຕິ
ຊຶ່ງ​ເປັນ​ການ​ເອົາ​ບາດກ້າວ ທີ່​ພາ​ໃຫ້​ເກີດ​ການ​ປະ​ທ້ວງ​ ໃນ​ນະຄອນຫຼວງ Brazzaville ໂດຍປະຊາຊົນຫຼາຍພັນຄົນ.

ທ່ານ Sassou Nguesso​ ແມ່ນນຶ່ງ​ໃນ​ບັນດາ​ຜູ້ນຳ​ອາ​ຟຣິກາ ທີ່​ໄດ້ຕົກເປັນຂ່າວ​ນອງ​ນັນ​ ຍ້ອນຊອກຫາຊ່ອງທາງຢາກໃຫ້ມີການ​ປ່ຽນແປງເພື່ອຈະໄດ້ຢູ່ໃນຕຳແໜ່ງຕໍ່ໄປ ຮວມທັງ
ປະປະທານາທິບໍດີ​ຂອງ Burundi ທ່ານ Pierre Nkurunziza ຜູ້​ຊຶ່ງ​ໄດ້​ຖືກ​ເລືອກ​ໃຫ້
ເຂົ້າຮັບ ຕຳແໜ່ງຕື່ມ​ອີກ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ​ນີ້ ທີ່​ກໍ່ໃຫ້ເກີດ​ຄື້ນຟອງ​ຂອງ​ຄວາມ​ບໍ່​ສະ​ງົບ​ນັ້ນ.

​ໃນ Burkina Faso ປະທານາທິບໍດີ Blaise Compaore ​ໄດ້​ຂຶ້ນ​ເປັນ​ປະທານາທິບໍດີ
​ໃນ​ປະ​ເທດ​ຂອງ​ທ່ານ ມາ​ໄດ້ 27 ປີແລ້ວ ກ່ອນ​ທີ່​ຖືກ​ໂຄ່ນ​ລົ້ມ​ອອກ​ຈາກ​ອຳນາດ​ໃນ​ປີ​ກາຍ​ນີ້ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ພະຍາຍາມທີ່​ຈະ​ປ່ຽນ​ແປງລັດຖະທຳ​ມະນູນ ​ເພື່ອ​ຈະ​ໃຫ້ທ່ານ​ສາມາດ​ເຂົ້າຮັບຕຳແໜ່ງຕື່ມ​ອີກນຶ່ງ​ສະ​ໄໝ.

ຕອນ​ທຳ​ອິດ ທ່ານ Sassou Nguesso ​ໄດ້​ເຂົ້າ​ຍຶດອຳນາດ​ ດ້ວຍ​ການ​ກໍ່​ລັດຖະປະຫານ
ໃນປີ 1979 ​ຕໍ່​ມາ​ເສຍ​ໄຊໃນການ​ເລືອກ​ຕັ້ງ​ປີ 1992 ​ແລະ​ໄດ້​ຂຶ້ນ​ກຳ​ອຳນາດ​ອີກ​ໃນ​ປີ 1997 ໃນ​ສົງຄາ​ມການ​ເມືອງ​ທີ່​ນອງ​ເລືອ​ດ. ທ່ານ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ອີກ​ ໃນ​ປີ 2002 ​ແລະ 2009 ຊຶ່ງ​ການ​ເລືອກ​ຕັ້ງ​ທັງ​ສອງຄັ້ງ​ ແມ່ນ​ຖືກບອຍຄອດຫຼືບໍ່ເຂົ້າຮ່ວມໂດຍສ່ວນ
ໃຫຍ່ຂອງ​ພວກ​ຝ່າຍ​ຄ້ານ.

XS
SM
MD
LG