ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

3 ຜູ້ນໍາ ໃນອາຟຣິກາກາງ ສັ່ງໃຫ້ກຸ່ມກະບົດ ຖອນອອກຈາກ ເມືອງ Goma (ສະໄລດ໌)


ທະຫານກຸ່ມກະບົດ M23 ໃນການເຕົ້າໂຮມທີ່ສະໜາມກິລາເມືອງ
Goma ທີ່ພວກຕົນຍຶດໄດ້.
ທະຫານກຸ່ມກະບົດ M23 ໃນການເຕົ້າໂຮມທີ່ສະໜາມກິລາເມືອງ Goma ທີ່ພວກຕົນຍຶດໄດ້.
​ປະທາ​ນາ​ທິບໍດີສາມ​ທ່ານ ​ໃນ​ຂົງ​ເຂດ​ພາກ​ກາງ​ອາ​ຟຣິກາ ​ເວົ້າ​ວ່າ ກຸ່ມ​ກະ ບົດ​ທີ່ເຂົ້າຍຶດ ເມືອງ Goma ຢູ່​ໃນ​ສາທາລະນະ​ລັດ​ປະຊາ​ທິປະ​ໄຕ​ຄອງ​ໂກ​ນັ້ນ ຈະ​ຕ້ອງຖອນ​ອອກ​ໃນ​ທັນທີ.

ທ່ານ Joseph Kabila ປະທານາທິບໍດີ​ຄອງ​ໂກ ​ທ່ານ Paul Kagame ປະທານາທິບໍດີ Rawanda ​ແລະ​ທ່ານ Yoweri Museveni ປະທານາທິບໍດີ​ອູການດາ ​ໄດ້​ພາກັນ​ອອກ​ຖະ​ແຫຼງການ​ຮ່ວມສະບັບ​ນຶ່ງ​ເມື່ອ​ວັນ​ພຸດ​ວານ​ນີ້ ຫຼັງຈາກ​ໄດ້ທໍາ​ການ​ປະຊຸມ​ກັນຫຼາຍບັ້ນ​ທີ່ ນະຄອນ ຫຼວງກໍາ​ປາລາຂອງ​ອູ​ການດາ.

ຜູ້​ນໍາ​ທັງ​ສາມ ກ່າວ​ວ່າ ກຸ່ມ​ກະບົດ M23 ຈະ​ຕ້ອງ​ຢຸດ​ການ​ບຸກລຸກ​ຂອງ ພວກ​ຕົນ ​ແລະ​ໃຫ້​ຖອນ​ອອກ​ຈາກ​ເມືອງ GOMA ​ແລະ​ພວກ​ເຂົາ​ເຈົ້າ​ເວົ້າ ອີກ​ວ່າ ລັດຖະບານ​ຄອງ​ໂກ ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ​ ຈະ​ກວດ​ສອບ​ເບິ່ງ​ສາ​ເຫດທີ່ຢູ່​ເບື້ອ​ງຫຼັງຂໍ້​ຂັດ​ແຍ້​ງກັນ​ນັ້ນ.

ທັງ​ປະທານາທິບໍດີ ອູ​ການດາ ​ແລະ Rwanda ​ໄດ້​ອອກສຽງ​ສະໜັບສະ ໜຸນ​ລັດຖະບານ​ຄອງ​ໂກ ທີ່​ພວກ​ກຸ່ມ​ກະບົດ​ປະຕິ​ຍານ​ເມື່ອ​ວັນ​ພຸດ​ວານ​ນີ້ ວ່າ​ຈະທຳ​ການ​ໂຄ່ນ​ລົ້ມນັ້ນ.

ຄອງ​ໂກ​ໄດ້​ກ່າວ​ຫາ​ທັງ Rwanda ​ແລະ ອູ​ການ​ດາ ວ່າ​ໃຫ້ການ​ສະໜັບ ສະ​ໜຸນ​ກຸ່ມ​ກະບົດ M23 ຊຶ່ງ​ທັງ​ສອງ​ປະ​ເທດ​ປະຕິ​ເສດ ຕໍ່​ຂໍ້​ກ່າວ​ຫາ​ດັ່ງ ກ່າວ.

ກຸ່ມ​ກະບົດ M23 ພາກັນ​ໂຮມ​ຊຸມນຸມ​ກັນ​ທີ່​ສະໜາມກິລາ​ເມືອງ Goma ​ໃນ​ວັນພຸດ​ວານ​ນີ້ ມື້​ນຶ່ງຫຼັງຈາກ​ຍຶດເມືອງນີ້​ໄດ້ ຊຶ່ງ​ເປັນ​ເມືອງຫຼວງຂອງ ​ແຂວງ​ນຶ່ງ ​ຢູ່ຕັ້ງຢູ່​ເຂດ​ຊາຍແດນ​ຕິດ​ກັບ Rwanda. ​ໂຄສົກ Vianny Kzarama ຂອງ​ກຸ່ມ​ກະບົດ M23 ກ່າວ​ວ່າ ຕົນ​ມີ​ແຜນການທີ່​ຈະບຸກຄືບ ໜ້າຕໍ່​ໄປ.

XS
SM
MD
LG