ເຈົ້າໜ້າທີ່ອູການດາຄົນນຶ່ງ ກ່າວວ່າ ສາທາລະນະລັດ ປະຊາທິ
ປະໄຕ ຄອງໂກ ໄດ້ຍົກເລີກການເຊັນສັນຍາຂໍ້ຕົກລົງສັນຕິພາບ
ກັບກຸ່ມກະບົດ M23.
ລັດຖະບານຄອງໂກ ແລະກຸ່ມກະບົດ ໄດ້ມີໝາຍກຳນົດທີ່ຈະ
ເຊັນເອກກະສານດັ່ງກ່າວ ທີ່ເມືອງ Entebbe ຂອງອູການດາ
ໃນວັນຈັນວານນີ້. ແຕ່ໂຄສົກລັດ ຖະບານອູການດາ ທ່ານ
Ofwono Opondo ກ່າວໃນຄໍາຖະແຫລງຜ່ານທາງ Twitter
ວ່າ ຜູ້ຕາງໜ້າສາທາລະນະລັດປະຊາທິປະໄຕຄອງໂກ ໄດ້
“ຍົກເລີກ ການເຊັນສັນຍາດັ່ງກ່າວ.”
ທ່ານ Opondo ໄດ້ກ່າວຕໍ່ວີໂອເອວ່າ ຜູ້ຕາງໜ້າຄອງໂກ ໄດ້ປະຕິເສດບໍ່ຍອມ ເຂົ້າໄປໃນຫ້ອງ ບ່ອນມີພິທີ່ເຊັນສັນຍາຈະມີຂື້ນ ແລະຂໍເວລາຕື່ມ ເພື່ອອ່ານຂໍ້ຕົກລົງນີ້.
ນຶ່ງໃນບັນດາຜູ້ນໍາກຸ່ມກະບົດ M23 ທ່ານ Betrand Bisimwa ໄດ້ກ່າວຕໍ່ ວີໂອເອວ່າ ການໂຕ້ແຍ້ງເກີດຂື້ນມາໃໝ່ ກ່ຽວກັບຄວາມຈິງວ່າ ລັດຖະບານ ຕ້ອງການຢາກຮ້ອງຂໍ້ຕົກລົງນີ້ວ່າ “ຄຳປະກາດ” ໃນຂະນະທີ່ພວກກະບົດຕ້ອງ ການຢາກຮ້ອງວ່າ “ຂໍ້ຕົກລົງສັນຕິພາບ.”
ທ່ານ Bisimwa ເວົ້າວ່າ “ຖ້າຫາກວ່າ ລັດຖະບານສາທາລະນະລັດ ປະຊາທິ ປະໄຕຄອງໂກ
ຕ້ອງການສົງຄາມນັ້ນ ເຂົາເຈົ້າກໍບໍ່ຈຳເປັນທີ່ຈະລົງນາມໃນເອກກະສານໃດໆກັບພວກເຮົາ
ແຕ່ຖ້າຫາກເຂົາເຈົ້າ ຕ້ອງການໃຫ້ພວກເຮົາເຊັນສັນ ແລ້ວ ພວກເຮົາກ່າວວ່າ ເອກກະສານ
ດັ່ງກ່າວນີ້ ຕ້ອງໃຫ້ການເຄົາລົບນັບຖື ຕໍ່ອັນທີ່ເຮົາໄດ້ຕົກລົງກັນ ໃນວັນທີ 4 ພະຈິກຜ່ານມາ.”