ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກຳລັງ ຄົງໂກ ຍິງແກ໊ສນໍ້າຕາ ໃສ່ພວກປະທ້ວງ ປະທານາທິບໍດີ ຄາບີລາ


ທ່ານ ໂຈເຊັຟ ຄາບີລາ, ປະທານາທິບໍດີແຫ່ງສາທາລະນະລັດ ປະຊາທິປະໄຕ ຄົງໂກ, ກ່າວຄຳປາໄສທີ່ກອງປະຊຸມສະມັດ
ຊາໃຫຍ່ຄັ້ງທີ 72 ທີ່ສຳນັກງານໃຫຍ່ອົງການສະຫະປະຊາ
ຊາດ, ນະຄອນ ນິວຢອກ, ສະຫະລັດ. 23 ກັນຍາ, 2017.
ທ່ານ ໂຈເຊັຟ ຄາບີລາ, ປະທານາທິບໍດີແຫ່ງສາທາລະນະລັດ ປະຊາທິປະໄຕ ຄົງໂກ, ກ່າວຄຳປາໄສທີ່ກອງປະຊຸມສະມັດ ຊາໃຫຍ່ຄັ້ງທີ 72 ທີ່ສຳນັກງານໃຫຍ່ອົງການສະຫະປະຊາ ຊາດ, ນະຄອນ ນິວຢອກ, ສະຫະລັດ. 23 ກັນຍາ, 2017.

ກອງກຳລັງຮັກສາຄວາມປອດໄພຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ຄົງໂກ
ໄດ້ຍິງແກ໊ສນໍ້າຕາເຂົ້າໃສ່ໂບດກາໂຕລິກໃນນະຄອນຫຼວງ ຄິນຊາຊາ ດ້ວຍຄວາມ
ຫວັງວ່າຈະປ້ອງກັນການປະທ້ວງທີ່ຖືກວາງແຜນໄວ້.

ພວກປະທ້ວງໄດ້ເຕົ້າໂຮມກັນທີ່ໂບດໃນວັນອາທິດມື້ນີ້ ເພື່ອຈັດການຊຸມນຸມຕໍ່ຕ້ານປະ
ທານາທິບໍດີ ໂຈເຊັຟ ຄາບີລາ.

ປະເທດ ຄົງໂກ ໄດ້ຕົກຢູ່ໃນວິກິດການທາງການເມືອງ ຍ້ອນທ່ານ ຄາບີລາ ໄດ້ປະຕິເສດ
ທີ່ຈະລົງຈາກອຳນາດ.

ການດຳລົງຕຳແໜ່ງປະທານາທິບໍດີ ສະໄໝທີສອງ ແລະ ເປັນສະໄໝສຸດທ້າຍຂອງທ່ານ
ໄດ້ສິ້ນສຸດລົງໃນເດືອນທັນວາ 2016. ການເລືອກຕັ້ງຄັ້ງໃໝ່ທີ່ຄວນຈະຖືກຈັດຂຶ້ນໃນປີ
2017 ແມ່ນບໍ່ເຄີຍເກີດຂຶ້ນເລີຍ. ການລົງຄະແນນສຽງໄດ້ຖືກເລື່ອນເວລາອອກໄປຢ່າງ
ໜ້ອຍອີກ 1 ປີ, ເຊິ່ງໄດ້ສ້າງຄວາມໂມໂຫເພີ່ມຂຶ້ນໃຫ້ແກ້ບັນດາທະຫານບ້ານ ແລະ ປະ
ຊາຊົນ ຄົງໂກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG