ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດ ຄົງໂກ ປະເຊີນໜ້າກັບ ການແຜ່ລະບາດຂອງໂຣກ ອີໂບລາ ຄັ້ງໃໝ່


ອົງການອະນາໄມໂລກຖະແຫຼງວ່າຕົນພວມປະຕິບັດງານ
ກັບເຈົ້າໜ້າທີ່ ຄົງໂກໂດຍສົ່ງພະນັກງານສາທາລະນະສຸກ
ໄປຍັງເຂດຫ່າງໄກ ບ່ອນທີ່ມີຜູ້ເສຍຊີວິດສາມຄົນນັ້ນ.
ອົງການອະນາໄມໂລກຖະແຫຼງວ່າຕົນພວມປະຕິບັດງານ ກັບເຈົ້າໜ້າທີ່ ຄົງໂກໂດຍສົ່ງພະນັກງານສາທາລະນະສຸກ ໄປຍັງເຂດຫ່າງໄກ ບ່ອນທີ່ມີຜູ້ເສຍຊີວິດສາມຄົນນັ້ນ.

ອົງການອະນານາໄມໂລກຖະແຫຼງວ່າ ອີກຄັ້ງນຶ່ງ ສາທາລະນະລັດປະຊາທິປະໄຕ
ຄົງໂກ ກໍກຳລັງປະເຊີນໜ້າ ກັບເຊື້ອໄວຣັສ ອີໂບລາ ທີ່ຕິດແປດຢ່າງຮ້າຍແຮງເຖິງແກ່
ຊິວິດ.

ລັດຖະມົນຕີສາທາລະນະສຸກ ຄົງໂກ ທ່ານ ໂອລີ ລຸງກາ ໄດ້ປະກາດໃນວັນເສົາວານນີ້
ວ່າ ຜູ້ຄົນໄດ້ເສຍຊີວິດສາມຄົນ ຍ້ອນເຊື້ອໂຣກດັ່ງກ່າວ ຢູ່ທາງພາກຕາເວັນອອກສຽງ
ເໜືອຂອງປະເທດ.

ທ່ານ ລຸງກາ ໄດ້ຊຸກຍູ້ ບໍ່ໃຫ້ປະຊາຊົນພາກັນຕື່ນຕົກໃຈ ແລະເວົ້າວ່າ ພວກເຈົ້າໜ້າທີ່ ພວມພາກັນເອົາບາດກ້າວທີ່ຈຳເປັນທຸກຢ່າງ ເພື່ອຮັບມືກັບການແຜ່ລະບາດດັ່ງກ່າວ.

ອົງການອະນາໄມໂລກຖະແຫຼງວ່າ ຕົນພວມປະຕິບັດງານກັບພວກເຈົ້າໜ້າທີ່ ຄົງໂກ ໂດຍສົ່ງພະນັກງານສາທາລະນະສຸກໄປຍັງເຂດຫ່າງໄກບ່ອນທີ່ມີຜູ້ຄົນເສຍຊີວິດສາມ
ຄົນນັ້ນ ຊຶ່ງທັງໝົດ ແມ່ນໃນວັນທີ 22 ເມສາ ແລະອີກ 11 ກໍລະນີ ໃນເຂດດັ່ງກ່າວ ຍັງພວມມີການສົງໄສຢູ່.

ຜູ້ອຳນວຍການອົງການ WHO ປະຈຳທ້ອງຖິ່ນສຳລັບອາຟຣິກາ ທ່ານ Matshidiso
Moeti ໄດ້ໄປຍັງນະຄອນຫຼວງ Kinshasa ຂອງ ຄົງໂກ ໃນວັນສຸກສັບດາແລ້ວນີ້ ເພື່ອສົນທະນາກ່ຽວກັບການຮັບມືກັບໂຣກດັ່ງກ່າວ.

ຄວາມເຫີນຫ່າງຂອງເຂດທີ່ຖືກກະທົບແມ່ນ 1,300 ກມ ຈາກນະຄອນຫຼວງ Kinshasa
ໝາຍເຖິງວ່າ ການຮັບມືກັບບັນ ຈະເປັນໄປຢ່າງຊ້າໆ. ອົງການW H Oກ່າວວ່າ ທີມ
ງານນັກຊ່ຽວຊານຂອງຕົນ ຈະໄປເຖິງເຂດດັ່ງກ່າວທີ່ຮູ້ກັນວ່າເຂດອະນາໄມ ລີກາຕີ
ພາຍໃນອີກນຶ່ງ ຫຼືສອງມື້.

ເທື່ອນີ້ເປັນການລະບາດຄັ້ງທຳອິດຂອງເຊື້ອໂຣກດັ່ງກ່າວ ໃນປະເທດຄົງໂກ ນັບຕັ້ງ
ແຕ່ປີ 2014 ເປັນຕົ້ນມາ ເວລາມີຜູ້ຄົນຕາຍ 49 ຄົນຍ້ອນເຊື້ອໂຣກອີໂບລາ.

ພວກນັກຊ່ຽວຊານກ່າວວ່າ ການລະບາດໃນ ຄົງໂກ ໃນປີ 2014 ສ່ວນໃຫຍ່ ແມ່ນບໍ່ໄດ້
ພົວພັນກັບການລະບາດທີ່ເອົາຊິວິດຜູ້ຄົນໄປ 11,000 ຄົນໃນປະເທດ ກີເນຍ, ເຊຍຣາ
ເລໂອນ ແລະ ລີເບຍ ໃນປີ 2013. ພວກນັກຊ່ຽວຊານກ່າວວ່າ ໃນທີ່ສຸດການລະບາດ
ດັ່ງເທື່ອນັ້ນ ກໍຖືກລະງັບໄວ້ໄດ້ ເມື່ອປີກາຍນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG