ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜົນ​ການ​ນັບ​ ບັດຄະ​ແນນສຽງ ໃນ​ການ​ເລືອກ​ຕັ້ງ ຢູ່ ຄອງ​ໂກ ອາດ​ຊັກ​ຊ້າ


ຜູ້​ມີ​ສິດ​ປ່ອນ​ບັດ​ຊາວ​ຄອງ​ໂກ ຫຼາຍ​ຮ້ອຍ​ຄົນ ພວມ​ລໍ​ຖ້າ ທີ່​ໂຮງ​ຮຽນ ​ເຊນຣາ​ຟາ​ແອ​ລ ໃນ​ເຂດ​ລີ​ເມ​ເຕ ນະ​ຄອນ​ຫຼວງ​ກິນ​ຊາ​ຊາ ໃນ​ວັນ​ອາ​ທິດ ທີ 30 ທັນ​ວາ 2018.
ຜູ້​ມີ​ສິດ​ປ່ອນ​ບັດ​ຊາວ​ຄອງ​ໂກ ຫຼາຍ​ຮ້ອຍ​ຄົນ ພວມ​ລໍ​ຖ້າ ທີ່​ໂຮງ​ຮຽນ ​ເຊນຣາ​ຟາ​ແອ​ລ ໃນ​ເຂດ​ລີ​ເມ​ເຕ ນະ​ຄອນ​ຫຼວງ​ກິນ​ຊາ​ຊາ ໃນ​ວັນ​ອາ​ທິດ ທີ 30 ທັນ​ວາ 2018.

ສະ​ຫະ​ລັດ ​ທວງ​ໃຫ້​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ຄອງ​ໂກ ເປີດ​ເຜີຍ​ຜົນ​ການເລືອກ​ຕັ້ງ “ທີ່​ຖືກ​ຕ້ອງ” ແລະ​ເຕືອນ​ວ່າ ຈະ​ມີ​ການ​ລົງ​ໂທດ​ຕໍ່​ບຸກ​ຄົນ​ໃດ​ກໍ​ຕາມທີ່​ບ່ອນ​ທຳ​ລາຍ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ໃນ​ຄອງ​ໂກ.

ທ່ານ​ໂຣ​ເບີດ ພາ​ລ​ລາ​ດີ​ໂນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ​ໄດ້​ເຕືອນ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ “ພວກ​ທີ່ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ ຄວາມ​ໝັ້ນ​ຄົງ ຫຼືສະ​ເຖຍ​ລະ​ພາບ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຄອງ​ໂກ ຫລື​ໄດ້​ຮັບ​ຜົນປະ​ໂຫຍດ​ຈາກ​ການ​ສໍ້​ລາດ​ບັງ​ຫຼວງ ອາດ​ຈະ​ຖືກ​ພົບ​ວ່າ ບໍ່​ເປັນ​ທີ່​ຕ້ອນ​ຮັບ​ໃນສະ​ຫະລັດ ແລະ​ຖືກ​ຕັດ​ຂາດ ​ຈາກ​ລະ​ບົບ​ການ​ເງິນ​ຂອງ​ສະ​ຫະ​ລັດ.”

ຫົວ​ໜ້າ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ ທ່ານ​ຄໍ​ນາຍ ນານ​ກາ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ຢູ່​ທີ່​ນະ​ຄອນ​ກິ​ນ​ຊາ​ຊາ​ວ່າ ຜົນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນວັນ​ທີ 30 ທັນ​ວາ​ຜ່ານ​ມານັ້ນ ອາດ​ຈະ​ມີ​ການ​ປະ​ກາດ​ຊ້າ ຍ້ອນ​ຂັ້ນ​ຕອນ​ໃນການ​ນັບ​ຄະ​ແນນ​ທີ່​ຫລ້າ​ຊ້າ.

ທ່ານ​ນານ​ກາ​ກ່າວ​ວ່າ ມີ​ພຽງ​ແຕ່ 20 ເປີ​ເຊັນ​ຂອງ​ບັດ​ທັງ​ໝົດ ໄດ້​ຖືກ​ເກັບ​ກຳມາ​ຈາກ​ໜ່ວຍ​ປ່ອນ​ບັດ​ຕ່າງໆ​ໃນ​ທົ່ວ​ປະ​ເທດທີ່ກວ້າງ​ໃຫຍ່ ຢູ່​ໃນ​ທະ​ວີ​ບ​ອາ​ຟ​ຣິກາທີ່​ບໍ່​ມີ​ລະ​ບົບ​ຖະ​ໜົນ​ຫົນ​ທາງ​ທີ່​ດີດັ່ງ​ກ່າວ. ນອກນັ້ນ​ແລ້ວ ທ່ານ​ຍັງ​ກ່າວ​ວ່າ ລະ​ບົບ​ການ​ເກັບ​ກຳ​ການ​ປ່ອນ​ບັດ​ແລະ​ການ​ນັບ​ບັດ​ຄະ​ແນນ​ທັງ​ໝົດ​ດ້ວຍ​ມືນັ້ນບໍ່​ໄດ້​ຊ່ວຍ​ຫຍັງ​ຫຼາຍ.

ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ ໄດ້​ວາງ​ແຜນ ​ທີ່​ຈະ​ໃຊ້​ອິນ​ເຕີ​ແນັດ ​ເກັບ​ກຳ​ຜົນການປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ທັງ​ໝົດ ແຕ່​ກໍ​ໄດ້​ຢຸດ​ເຊົາແຜນ​ການ​ດັ່ງ​ກ່າວ ຫລັງຈາກ​ພັກ​ຝ່າຍ​ຄ້ານ​ກ່າວ​ຫາ​ວ່າ ລະ​ບົບ​ທີ່​ວ່ານີ້​ແມ່ນ​ສ່ຽງ​ຕໍ່​ການ​ສໍ້​ໂກງ​ຄະ​ແນນ.

ຜົນ​ການ​ນັບ​ຄະ​ແນນ​ສຽງ ມີ​ກຳ​ນົດ​ທີ່​ຈະ​ພິມ​ເຜີຍ​ແຜ່​ໃນ​ວັນ​ອາ​ທິດ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ກໍ​ກຳ​ນົດ​ຈະ​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ວັນ​ທີ 15 ມັງ​ກອນ.

ການ​ຢັ່ງ​ຫາງ​ສຽງ​ກ່ອນ​ການ​ເລືອກ​ຕັ້ງ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ນຳ​ຂອງ​ພັກ​ຝ່າຍ​ຄ້ານ ​ທ່ານ​ມາ​ຕິນ ຟາ​ຢູ​ລູ ເປັນ​ຜູ້​ທີ່​ມີ​ຄະ​ແນນ​ນຳ​ໜ້າ ທີ່​ຈະ​ເຂົ້າ​ຮັບ​ຕຳ​ແໜ່ງແທນ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ເຊັ​ຟ ຄາ​ບີ​ລາ. ສ່ວນ​ທ່ານ​ຄາ​ບີ​ລາ​ໃຫ້​ການ​ສະ​ໜັບ​ສະ ​ໜຸ​ນ​ຕໍ່ທ່ານ​ເອັມ​ມາ​ນູ​ແອ​ລ ຊາ​ດາ​ຣີ ​ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ຂອງ​ທ່ານ.

ສາ​ສະ​ໜາ​ກາ​ໂຕ​ລິກ​ໃນ​ຄອງ​ໂກ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ຜົນ​ການ​ເລືອກ​ຕັ້ງ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ສະ​ໝັກ​ຄົນ​ນຶ່ງ​ແມ່ນ​ຈະ​ແຈ້ງ ເປັນ​ຜູ້​ໄດ້​ຮັບ​ໄຊ​ຊະ​ນະ ແຕ່​ບໍ່​ໄດ້​ກ່າວ​ວ່າ ແມ່ນ​ຜູ້​ໃດ. ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ສາ​ສະ​ໜາ​ກາ​ໂຕ​ລິກ​ຮຽກຮ້ອງ​ໃຫ້​ລັດ​ຖະ​ບານ​ພິມ​ເຜິຍ​ແຜ່​ຜົນ​ການ​ນັບ​ບັດ​ຄະ​ແນນ​ສຽງ​ທີ່​ຖືກ​ຕ້ອງ.

ໃນ​ທາງ​ກົດ​ໝາຍ​ແລ້ວ ມີ​ແຕ່​ຄະ​ນຳ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ເທົ່າ​ນັ້ນ ສາ​ມາດ​ປະກາດ​ຜົນ​ການ​ເລືອກ​ຕັ້ງ​ຢູ່​ຄອງ​ໂກ​ໄດ້.

ອ່ານ​ຂ່າ​ວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG