ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຊື້ອໄວຣັສ ອີໂບລາ ໃນຄອງໂກ ລະບາດ ຈາກບ້ານນອກ ເຂົ້າສູ່ໃນເມືອງ


ພະນັກງານອະນາໄມຄົນນຶ່ງ ກຳລັງສີດສານຄລໍລີນຂ້າເຊື້ອ ຫລັງຈາກໄປຢ້ຽມ ເຂດສອກຫຼີກ ຢູ່ໂຮງໝໍ ບີໂກໂຣ ທີ່ສົງໄສວ່າ ເກີດກໍລະນີ ອີໂບລາໃໝ່ ທີ່ສາທາລະນະລັດ ຄອງໂກ ວັນທີ 12 ພຶດສະພາ 2018.
ພະນັກງານອະນາໄມຄົນນຶ່ງ ກຳລັງສີດສານຄລໍລີນຂ້າເຊື້ອ ຫລັງຈາກໄປຢ້ຽມ ເຂດສອກຫຼີກ ຢູ່ໂຮງໝໍ ບີໂກໂຣ ທີ່ສົງໄສວ່າ ເກີດກໍລະນີ ອີໂບລາໃໝ່ ທີ່ສາທາລະນະລັດ ຄອງໂກ ວັນທີ 12 ພຶດສະພາ 2018.

ອົງການອະນາໄມໂລກ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ໃນວັນສຸກມື້ນີ້ວ່າຕົນໄດ້ເພີ້ມ
ການຊັ່ງຊາເບິ່ງຄວາມສ່ຽງໃນການລະບາດຂອງເຊື້ອໄວຣັສອີໂບລາ ຢູ່ທີ່ສາທາລະນະ
ລັດປະຊາທິປະໄຕຄອງໂກ ຈາກ “ສູງ” ຂຶ້ນເປັນ “ສູງຫຼາຍ” ອີງຕາມລະດັບຄວາມສ່ຽງ
ຂອງປະເທດດັ່ງກ່າວ.

ອົງການອະນາໄມໂລກ ໄດ້ເພີ້ມລະດັບຄວາມສ່ຽງຂອງຂົງເຂດຈາກ “ປານກາງ” ຂຶ້ນ
ເປັນ “ສູງ” ແລະການຊັ່ງຊາເບິ່ງຄວາມສ່ຽງ ຢູ່ໃນທົ່ວໂລກແມ່ນຍັງຢູ່ໃນລະດັບ “ຕ່ຳ.”
ມາດຕະການດັ່ງກ່າວໄດ້ມີຂຶ້ນຫລັງຈາກກໍລະນີໃໝ່ຂອງອີໂບລາໄດ້ຮັບການຢືນຢັນ
ຢູ່ໃນນຶ່ງຂອງສາມເຂດສາທາລະນະສຸກ ທີ່ເມືອງ ແອັມບານດາກາ (Mbandaka) ຊຶ່ງມີພົນລະເມືອງຫລາຍກວ່ານຶ່ງລ້ານຄົນໃນແຂວງເອກວາເຕີ (Equateur) ທີ່ຕັ້ງຢູ່
ທາງພາກຕາເວັນຕົກສຽງເໜືອຂອງປະເທດ.

ເມືອງແອັມບານດາກາ ແມ່ນຕັ້ງຢູ່ປະມານ 150 ກິໂລແມັດຫ່າງຈາກເຂດຊົນນະບົດ
ທີ່ສອກຫລີກບີີໂກໂຣ (Bikoro) ບ່ອນທີ່ກໍລະນີໃໝ່ຂອງເຊື້ອໄວຣັສອີໂບລາ ໄດ້ກວດ
ພົບ ໃນຕົ້ນເດືອນນີ້.

ດຣ. ​ເທ​ໂດຣສ ​ແອດ​ານ​ອມ ​ເກ​ບຣີ​ເຢຊຸ​ສ (Tedros Adhanom Ghebreyesus)
ຜູ້ອຳນວຍການ​ຂອງອົງການ​ອະນາ​ໄມ​ໂລກ ຫຼື WHO ເອີ້ນການກວດພົບນີ້ວ່າ ເປັນ
ເຫດການທີ່ໜ້າເປັນຫ່ວງ.

ຜູ້ອຳນວຍການທົ່ວໄປຂອງອົງການອະນາໄມໂລກ ດຣ. ເທີໂດຣສ ແອັດຮານົມ ລາຍງານຕໍ່ບັນດານັກຂ່າວ ກ່ຽວກັບອີໂລາ ທີນະຄອນເຈນີວາ ປະເທດສະວິດເຊີແລນ ທີ 14 ພຶດສະພາ 2018.
ຜູ້ອຳນວຍການທົ່ວໄປຂອງອົງການອະນາໄມໂລກ ດຣ. ເທີໂດຣສ ແອັດຮານົມ ລາຍງານຕໍ່ບັນດານັກຂ່າວ ກ່ຽວກັບອີໂລາ ທີນະຄອນເຈນີວາ ປະເທດສະວິດເຊີແລນ ທີ 14 ພຶດສະພາ 2018.

ອົງການອະນາໄມໂລກ ກ່າວວ່າ ຕົນໄດ້ສົ່ງພວກນັກຊ່ຽວຊານປະມານ 30 ຄົນໄປທຳ
ການສຳຫຼວດເບິ່ງສະພາບການຢູ່ທີ່ເມືອງດັ່ງກ່າວ. ມີການສົ່ງຢາວັກຊີນປ້ອງກັນອີໂບ
ລາ ທີ່ຍັງຢູ່ໃນຂັ້ນທົດລອງຈຳນວນ 4,000 ຊຸດ ໄປເຖິງນະຄອນຫຼວງກິນຊາຊາ ໃນ
ວັນພຸດວານນີ້.

ມີການລາຍງານວ່າ ມີຜູ້ສົງໄສທັງໝົດ 44 ຄົນທີ່ອາດຕິດເຊື້ອໄວຣັສອີໂບລາ ນັບແຕ່
ການລະບາດເລີ້ມຂຶ້ນ ຮວມທັງມີຜູ້ເສຍຊີວິດແລ້ວ 23 ຄົນ.

ເຈົ້າໜ໊າທີ່ຈາກກະຊວງສາທາລະນະສຸກຄອງໂກ ກຳລັງຍ້າຍ ຢາສັກທົດລອງປ້ອງກັນອີໂບລາ ທີ່ເມືອງກິນຊາຊາ ສາທາລະນະລັດຄອງໂກ ທີ 16 ພຶດສະພາ 2018.
ເຈົ້າໜ໊າທີ່ຈາກກະຊວງສາທາລະນະສຸກຄອງໂກ ກຳລັງຍ້າຍ ຢາສັກທົດລອງປ້ອງກັນອີໂບລາ ທີ່ເມືອງກິນຊາຊາ ສາທາລະນະລັດຄອງໂກ ທີ 16 ພຶດສະພາ 2018.

ການລະບາດທີ່ຮ້າຍແຮງສຸດ ຂອງເຊື້ອໄວຣັສອີໂບລາ ຊຶ່ງໄດ້ຮັບການລະບຸເປັນເທື່ອ
ທຳອິດໃນປີ 1974 ນັ້ນ ໄດ້ເກີດຄືນອີກໃນປີ 2014 ເວລາ 11ພັນກວ່າຄົນໃນເຂດອາຟຣິກາຕາເວັນຕົກໄດ້ເສຍຊີວິດຢູ່ປະເທດກີເນຍ ໄລບີເຣຍ ແລະຊີແອຣາເລອອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG