ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກ​ເຄື່ອນ​ໄຫວ ໂບດ ​ກາ​ໂຕ​ລິກ ຂອງ​ປະ​ເທດ ຄອງ​ໂກ ຕໍ່​ສູ້​ ເພື່ອ​ປະ​ຊາ​ທິ​ປະ​ໄຕ


ການ​ສູດມົນ​ຄັ້ງ​ພິ​ເສດ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ໂບດກາ​ໂຕ​ລິກ ເຊັ້ນ ໂຈ​ເຊັ​ຟ​ (St. Joseph)
ໃນນະຄອນຫຼວງ ຄິນຊາຊາ (KINSHASA) ປະເທດ ສາທາລະນະລັດ ປະຊາທິປະ
ໄຕ ຄອງໂກ. ຜູ້ສັດທາບາງຄົນໄດ້ພາກັນຮ້ອງໄຫ້. ຄົນອື່ນໆໄດ້ນັ່ງຊຶງ. ພະສັນຕະປາ
ປາ, ທີ່ນຸ່ງຊຸດສີແດງ, ໄດ້ຍ່າງຂຶ້ນໄປແທ່ນກ່າວຄຳປາໄສຢູ່ບ່ອນບູຊາ.

ເພິ່ນ​ໄດ້ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ບໍ່​ລືມ​ຄວາມ​ທຸກ​ທໍ​ລະ​ມານ.” ໃນ​ສອງ​ສາມ

ເດືອນ​ທີ່​ຜ່ານມາ, ຢ່າງ​ນ້ອຍ​ສິບ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ຊຸມ​ນຸມ ​ສະ​ໜັບ​ສະ​ໜູນ​ປະ​
ຊາທິປະໄຕ ທີ່ຖືກຈັດຂຶ້ນໂດຍໂບດ, ໃນຂະນະທີ່ປະເທດສາທາລະນະລັດ ປະຊາທິປະ
ໄຕ ຄອງໂກ ໄດ້ກະກຽມ ສຳລັບການເລືອກຕັ້ງ ທີ່ຖືກເລື່ອນເວລາມາດົນນານໄປໃສ່ວັນ
ທີ 23 ທັນວາປີນີ້.

ໂບດ​ກາ​ໂຕ​ລິກ ແມ່ນ​ກຳ​ລັງ​ທີ່​ມີ​ອຳ​ນາດ​ໃນ​ປະ​ເທດ ຄອງ​ໂກ. ເກືອບ​ເຄິ່ງ​ນຶ່ງ​ຂອງ​ປະ​ຊາ
ຊົນ 78 ລ້ານຄົນ ໃນປະເທດ ແມ່ນສະມາຊິກຂອງໂບດນັ້ນ. ຫຼາຍຄົນເວົ້າວ່າ ເຂົາເຈົ້າ
ໄດ້ຮັບແຮງບັນດານໃຈ ຈາກການຮຽກຮ້ອງສຳລັບການປົກຄອງທີ່ດີຢ່າງສະໝ່ຳສະເໝີ
ຂອງໂບດດັ່ງກ່າວ.

ແຕ່​ນັບ​ຕັ້ງ​ແຕ່​ນັ້ນ​ມາ ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ກໍ​ໄດ້​ເລີ່ມ​ຂຶ້ນ​ໃນຕົ້ນ​ປີ 2017,
ກອງກຳລັງຮັກສາຄວາມປອດໄພ ແມ່ນໄດ້ແນເປົ້າໝາຍ ໃສ່ຜູ້ໄປໂບດບາງຄົນ, ຄືທ້າວ
ເກີທຣູດ ເອຄົມເບ (Gertrude Ekombe).

ທ້າວ ເອ​ຄົມ​ເບ ໄດ້​ເວົ້າ​ວ່າ “ພວກ​ເຮົາ​ບໍ່​ໄດ້​ກັບ​ບ້ານ​ໄປ​ຫາ​ຄອບ​ຄົວ​ຂອງ​ພວກ​ເຮົາ.
ພວກເຮົາໄດ້ອາໄສຢູ່ຢ່າງເລິກລັບ ນັບຕັ້ງແຕ່ເດືອນມັງກອນຈົນຮອດມື້ນີ້. ເພື່ອຄວາມ
ປອດໄພຂອງພວກເຮົາ, ພວກເຮົາໄດ້ແຈ້ງໃຫ້ອົງການ MONUSCO ຂອງສະຫະປະ
ຊາຊາດຮູ້ ກ່ຽວກັບ ການເຄື່ອນໄຫວຂອງພວກເຮົາ ແລະ ຕົວແທນຂອງເຂົາເຈົ້າຈະ
ອອກໄປກ່ອນພວກເຮົາ ທຸກໆເທື່ອທີ່ເຮົາອອກໄປຂ້າງນອກ.”

ທ້າວ ເອ​ຄົມ​ເບ ກ່າວ​ວ່າ ລາວ​ຮູ້​ເດັກ​ຍິງ​ນ້ອຍ​ຄົນ​ນຶ່ງ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ລະ​ຫວ່າງ​ການ​ປະ​
ທ້ວງ, ແລະ ອີກຄົນນຶ່ງ ຜູ້ທີ່ຄາງກະໄຕຂອງລາວ “ເກືອບຫັກ.”

ອີກ​ຄົນ​ນຶ່ງ​ທີ່​ຖືກ​ຂ້າ​ຕາຍ​ໃນ​ການ​ປະ​ທ້ວງ ແມ່ນ​ຮອງ​ສາ​ສະ​ດາ​ຈານ​ໜຸ່ມ​ຄົນ​ນຶ່ງ, ຊື່​ວ່າ​
ຣອສຊີ ມູເຄັນດີ (Rossy Mukendi). ນ້ອງສາວຂອງລາວ, ນາງ ມີຣີແອລ ທິມັງກາ
(Mirielle Timanga), ໄດ້ກ່າວວ່າ ຄອບຄົວຂອງລາວມັກຈະເປັນຫ່ວງ ກ່ຽວກັບ ການ
ເຄື່ອນໄຫວຕໍ່ຕ້ານລັດຖະບານຂອງລາວ.

ອ່ານ​ຂ່າວນ​ີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG