ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະ​ສັງ​ຄະ​ລາດ ຄອງ​ໂກ ຮຽ​ກຮ້ອງ​ ໃຫ້​ມີ​ຄວາມ​ສະ​ຫ​ງົບ​ ໃນ​​ພິ​ທີ​ ທາງສາ​ສະ​ໜາ ທ່ຽງຄືນ ກ່ອນ​ບຸນ​ຄຣິ​ສ​ມັ​ສ


ພວກ​ທີ່​ນັກ​ຖື​ສາ​ສະ​ໜາ ຊາວ​ຄອງ​ໂກ ຮັບ​ຂໍ້​ຄວາມ​ຂອງພະ​ສັງ​ຄະ​ລາດ ​ຟ​ຣີ​ໂດ​ລິນ ແອມບັອງ​ໂກ ທີ່​ຄອງ​ໂກ, 24 ທັນ​ວາ 2018.
ພວກ​ທີ່​ນັກ​ຖື​ສາ​ສະ​ໜາ ຊາວ​ຄອງ​ໂກ ຮັບ​ຂໍ້​ຄວາມ​ຂອງພະ​ສັງ​ຄະ​ລາດ ​ຟ​ຣີ​ໂດ​ລິນ ແອມບັອງ​ໂກ ທີ່​ຄອງ​ໂກ, 24 ທັນ​ວາ 2018.

ພະ​ສັງ​ຄະ​ລາດຄອງ​ໂກ ຮຽ​ກຮ້ອງ​ໃຫ້​ມີ​ຄວາມ​ສະ​ຫ​ງົບ​ ໃນ​ການປະ​ກອບ​ພິ​ທີ​ທາງ
ສາ​ສະ​ໜາ ໃນ​ຕອນທ່ຽງຄືນ ກ່ອນ​ວັນບຸນ​ຄຣິ​ສ​ມັ​ສ.

ທີ່​ນະ​ຄອນ​ຫຼວງກິນ​ຊາ​ຊາ (Kinshasa) ​ປະ​ເທດຄອງ​ໂກ ​ໄດ້​ມີການ​ຮຽກ​ຮ້ອງ​ໃຫ້​ມີ
​ຄວາມສະ​ຫ​ງົບ​ ໃນ​ຊ່ວງເວ​ລາທີ່​ມີ​ການ​ເລືອກ​ຕັ້ງ ຊຶ່ງ​ເຕັມ​ໄປ​ດ້ວຍ​ຄວາມເຄັ່ງ​ຕຶງ​
ແຕກ​ຫັກ​ງ່າຍ​ຢູ່ໃນ​ຄອງ​ໂກ, ​ກ່ອນ​ການ​ປະ​ກອບ​ພິ​ທີ​ທາງ​ສາ​ສະ​ໜາ​ໃນຕອນ​ທ່ຽງ​ຄືນ
​ກ່ອນ​ວັນ​ຄິຣ​ສ​ມັ​ສທີ່​ນະ​ຄອນ​ຫຼວງກິນ​ຊາ​ຊາ.

ພະ​ສັງ​ຄະ​ລາ​ດ ຟ​ຣີ​ໂດ​ລິນ ແອມບັອງ​ໂກ (Fridolin Ambongo) ທີ່​ຫາ​ກໍ​ຖືກ​ແຕ່ງ​ຕັ້ງ
ໃໝ່ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຂອງປະ​ທາ​ນາ​ທິ​ບໍ​ດີໂຈ​ເຊັ​ຟ ຄາ​ບີ​ລາ ​ຈັດໃຫ້​ມີ​ການ​ເລືອກ​
ຕັ້ງ ໃນ​ວັນ​ທີ 30 ທັນ​ວາ ຕາມທີ່​ໄດ້​ປະ​ກາດ​ໄປ​ໃນ​ສັບ​ປະ​ດາ​ແລ້ວ​ນີ້.

ໄດ້​ມີ​ຝູງ​ຊົນ ອອກ​ມາ​ໂຮ​ຮ້ອງ​ສະ​ໜັບ​ສະ​ໜຸນ ພະ​ສັງ​ຄະ​ລາດ ທີ່ພະ​ວິ​ຫານ​ໃຫຍ່ Notre
Dame ໃນນະ​ຄອນກິນ​ຊາ​ຊາ.

“ໃນ​ຊ່ວງ​ຫຼໍ່​ແຫຼມ​ນີ້ ໃນ​ປະ​ຫວັດ​ສາດ​ຂອງ​ຊາດ​ເຮົາ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ພວກ​ທ່ານ ​
ຈົ່ງ​ມີ​ຄວາມ​ຮູ້​ສຶກ​ໃນຄວາມ​ຮັບ​ຜິດ​ຊອບ ​ແລະ​ຮັບ​ເອົາ​ການ​ໃຊ້​ຄວາມ​ບໍ່​ຮຸນ​ແຮງ,
ເພື່ອ​ວ່າພວກ​ເຮົາ ຈະ​ໄດ້​ຜ່​ານ​ຜ່າວັນ​ທີ 30 ທັນ​ວາ​ປີ 2018 ທີ່​ວ່າ ການ​ເລືອກ​ຕັ້ງ
ໄດ້​ມີຂຶ້ນ ​ດ້ວຍ​ຄວາມ​ສະ​ຫງົບ​ແລະ​ຄວາມ​ຈິງ,”
ນັ້ນ​ຄື​ຄຳ​ເວົ້າ​ຂອງ​ພະສັງ​ຄະ​ລາດ
ແອມ​ບັອງ​ໂກ ໄດ້​ກ່າວ​ໄວ້.

​ສາ​ສະ​ໜາ​ກາ​ໂຕ​ລິກ​ໃນ​ຄອງ​ໂກ ແມ່ນ​ເປັນ​ຜູ້​ສະ​ໜັບ​ສະ​ໜຸນ ປະຊາ​ທິ​ປະໄຕ​ໃນ​ປະ​ເທດ
ມາ​ໂດຍ​ຕະ​ຫຼອດ ແລະ​ໄດ້​ຮຽ​ກ​ຮ້ອງ​ໃຫ້​ທ່ານ​ກາ​ບີ​ລາ ຈັດ​ຕັ້ງ​ໃຫ້​ມີ​ການ​ເລືອກ​ຕັ້ງ ຊຶ່ງ​ໄດ້
​ຖືກ​ໂຈະ​ໄວ້ ມາ​ໄດ້ 2 ປີ​ແລ້ວນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG