ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 3 ກໍລະນີໃໝ່ ຂອງການຕິດ ເຊື້ອໄວຣັສ ອີໂບລາ ໃນ ສປ ຄອງໂກ


ເຈົ້າໜ້າທີ່ສາທາລະນະສຸກ ທ່ານນຶ່ງ ໃສ່ຊຸດປ້ອງກັນ ເຊື້ອ
ໄວຣັສ ຢູ່ທີ່ສູນ ປິ່ນປົວອີໂບລາ ໃນເມືອງ ບີໂກໂຣ, ສາທາ
ລະນະລັດ ປະຊາທິປະໄຕ ຄອງໂກ, ວັນທີ 13 ພຶດສະພາ 2018.
ເຈົ້າໜ້າທີ່ສາທາລະນະສຸກ ທ່ານນຶ່ງ ໃສ່ຊຸດປ້ອງກັນ ເຊື້ອ ໄວຣັສ ຢູ່ທີ່ສູນ ປິ່ນປົວອີໂບລາ ໃນເມືອງ ບີໂກໂຣ, ສາທາ ລະນະລັດ ປະຊາທິປະໄຕ ຄອງໂກ, ວັນທີ 13 ພຶດສະພາ 2018.

3 ກໍລະນີໃໝ່ ຂອງເຊື້ອໄວຣັສ ອີໂອລາ ທີ່ໄດ້ຖືກຢັ້ງຢືນວ່າ ມີ ຢູ່ໃນ ສາທາລະນະລັດ
ປະຊາທິປະໄຕ ຄອງໂກ ອີງຕາມກະຊວງສາທາລະນະສຸກຂອງປະເທດນີ້.

ລັດຖະມົນຕີ ກະຊວງສາທາລະນະສຸກ ທ່ານ ໂອລີ ອີລຸງກາ ໄດ້ກ່າວໃນຕອນແລງວັນສຸກ
ຜ່ານມານີ້ ວ່າ ກໍລະນີໃໝ່ທັງຫຼາຍ ຂອງເຊື້ອໄວຣັສທີ່ຮ້າຍແຮງດັ່ງກ່າວ ໄດ້ຖືກຢັ້ງຢືນວ່າ
ມີ ຢູ່ໃນເມືອງເອັມບານດາກາ ຊຶ່ງເປັນເມືອງທີ່ມີປະພົນລະເມືອງອາໄສຢູ່ 1 ລ້ານ 2 ແສນ
ຄົນ ບ່ອນທີ່ມີການຢັ້ງຢືນ ເມື່ອສອງສາມວັນກ່ອນໜ້ານີ້ ວ່າ ມີກໍລະນີ ຂອງເຊື້ອໄວຣັສ
ອີກກໍລະນີນຶ່ງ.

ເຈົ້າໜ້າທີ່ສາທາລະນະສຸກ ຊາວຄອງໂກ ກຳລັງຈັດແຈງ ຢາວັກຊີນທົດລອງ ຊຸດທຳອິດ ໃນນະຄອນ ຫຼວງ ກິນຊາຊາ ຂອງສາທາລະນະລັດ ປະຊາທິປະໄຕ ຄອງໂກ, ວັນທີ 16 ພຶດສະພາ 2018.
ເຈົ້າໜ້າທີ່ສາທາລະນະສຸກ ຊາວຄອງໂກ ກຳລັງຈັດແຈງ ຢາວັກຊີນທົດລອງ ຊຸດທຳອິດ ໃນນະຄອນ ຫຼວງ ກິນຊາຊາ ຂອງສາທາລະນະລັດ ປະຊາທິປະໄຕ ຄອງໂກ, ວັນທີ 16 ພຶດສະພາ 2018.

ທ່ານອີລຸງກາ ໄດ້ເວົ້າວ່າ “ໄດ້ມີ 43 ກໍລະນີ ຂອງການເປັນໄຂ້ເລືອດອອກ ເກີດຂຶ້ນຢູ່
ໃນຂົງເຂດ ຊຶ່ງໃນຈຳນວນທັງໝົດ ມີ 17 ກໍລະນີ ແມ່ນໄດ້ຖືກຢັ້ງຢືນວ່າ ຕິດເຊື້ອ 21
ກໍລະນີ ແມ່ນອາດຈະມີເຊື້ອ ແລະ 5 ກໍລະນີ ແມ່ນພຽງແຕ່ສົງໄສເທົ່ານັ້ນ.”

ອົງການອະນາໄມໂລກ ຫຼື WHO ຂອງສະຫະປະຊາຊາດ ໄດ້ປະຕິເສດ ທີ່ຈະປະກາດ
ວ່າ ການແຜ່ລະບາດດັ່ງກ່າວ ເປັນເຫດສຸກເສີນ ດ້ານສາທາລະນະສຸກຂອງໂລກ ແຕ່ໄດ້
ກ່າວວ່າ ຄວາມສຽງ ໃນການແຜ່ລະບາດຂອງເຊື້ອໄວຣັສ ພາຍໃນປະເທດ ຄອງໂກ ແມ່ນ
“ສູງແທ້ໆ.” ອົງການ WHO ໄດ້ກ່າວວ່າ ຍັງມີຄວາມສ່ຽງສູງ ໃນການແຜ່ລະບາດຂອງ
ເຊື້ອໄວຣັສ ໄປຍັງ 9 ປະເທດເພື່ອນບ້ານ ແຕ່ຍັງຄົງຢືນຢັນວ່າ ບໍ່ຄວນມີການຈຳກັດໃດໆ
ໃນການເດີນທາງ ຫຼື ການຄ້າຂາຍ ຢູ່ໃນຂົງເຂດ.

ພວກຄົນທີ່ຖືກສົງໄສວ່າ ມີເຊື້ອໄວຣັສ ອີໂບລາ ຄອຍຖ້າຮັບການດູແລ ຢູ່ທີ່ສູນຮັກສາປິ່ນປົວໃນເມືອງ ບີໂກໂຣ ປະເທດ ສາທາລະນະລັດ ປະຊາທິປະໄຕ ຄອງໂກ, ວັນທີ 13 ພຶດສະພາ 2018.
ພວກຄົນທີ່ຖືກສົງໄສວ່າ ມີເຊື້ອໄວຣັສ ອີໂບລາ ຄອຍຖ້າຮັບການດູແລ ຢູ່ທີ່ສູນຮັກສາປິ່ນປົວໃນເມືອງ ບີໂກໂຣ ປະເທດ ສາທາລະນະລັດ ປະຊາທິປະໄຕ ຄອງໂກ, ວັນທີ 13 ພຶດສະພາ 2018.

ຢາວັກຊີນທົດລອງໃໝ່ ແມ່ນຄາດວ່າ ຈະຖືກນຳມາໃຊ້ ເລີ້ມຕົ້ນແຕ່ສັບປະດາໜ້າຕໍ່ໄປ.
ຢາວັກຊີນດັ່ງກ່າວ ແມ່ນໄດ້ມີປະສິດທິຜົນ ຕໍ່ການລະບາດທີ່ເກີດຂຶ້ນ ເມື່ອສອງສາມປີ
ຜ່ານມາ ຢູ່ໃນເຂດອາຟຣິກາ ຕາເວັນຕົກ. ຢາວັກຊີນປະລິມານ 4 ພັນໂດສ ແມ່ນມີຢູ່ແລ້ວ ໃນປະເທດຄອງໂກ ແລະ ອີກຈຳນວນຫຼາຍ ແມ່ນກຳລັງຂົນສົ່ງໄປຢູ່. ພວກເຈົ້າໜ້າທີ່
ສາທາລະນະສຸກ ຊາວຄອງໂກ ໄດ້ປະເຊີນກັບຄວາມທ້າທ້າຍ ທີ່ຈະຮັກສາພວກຢາ
ວັກຊີນ ໃຫ້ເຢັນໄວ້ ຢູ່ໃນປະເທດທີ່ກວ້າງໃຫຍ່ ບ່ອນທີ່ພື້ນຖານໂຄງລ່າງ ແມ່ນຢູ່ໃນ
ສະພາບທີ່ຂີ້ຮ້າຍ.

ອັນນີ້ເປັນການລະບາດຂອງເຊື້ອໄວຣັສ ອີໂບລາ ຄັ້ງທີ 9 ໃນຊ່ວງຫຼາຍກວ່າ 40 ປີຜ່ານ
ມາແລ້ວ ແຕ່ການລະບາດກ່ອນໆນັ້ນ ແມ່ນໄດ້ຈຳກັດຢູ່ໃນພື້ນທີ່ເຂດຊົນນະບົດ. ໄດ້ມີ
ການລະບາດເກີດຂຶ້ນສອງຄັ້ງ ຢູ່ໃນນະຄອນຫຼວງ ກິນຊາຊາ ຊຶ່ງມີປະຊາກອນອາໄສຢູ່
10 ລ້ານຄົນ ແຕ່ພວກເຂົາເຈົ້າ ສາມາດຢຸດຢັ້ງມັນໄດ້ຢ່າງວ່ອງໄວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG