ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄົນຈີນ 6 ຄົນ​ເສຍ​ຊີວິດ​ ໃນ​​ເຫດລະ​ເບີດ​ ຢູ່ຄອງໂກ


ພາບຂອງເຫດລະເບີດໃນຄອງໂກທີ່ຖ່າຍເປັນວີດີໂອ
ພາບຂອງເຫດລະເບີດໃນຄອງໂກທີ່ຖ່າຍເປັນວີດີໂອ

ສະຖານທູດ​ຈີນ​ໃນ​ນະຄອນຫລວງ Brazzaville ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ມີຄົນ​ຈີນ 6 ຄົນ​ເສຍ​ຊີວິດ​ແລະບາດ​ເຈັບ​ຕື່ມ​ອີກ​ຫລາຍ​ສິບ​ຄົນ​ ໃນເຫດລະ​ເບີດ​ຢູ່​ສາງ​ເກັບ​ອາວຸດ​ໃນ​ວັນ​ອາທິດ​ວານ​ນີ້​ ທີ່​ນະຄອນຫລວງ​ຂອງ​ສາທາລະນະ​ລັດ​ຄອງ​ໂກນັ້ນ.

ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ​ອ້າງ​ຄໍາ​ເວົ້າ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ທີ່​ກ່າວ​ວ່າ ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຄັ້ງ​ນີ້​ເຮັດ​ວຽກ​ໃຫ້​ກຸ່ມ​ບໍລິສັດ​ວິສະ​ວະກໍາ​ກໍ່ສ້າງປັກກິ່ງ. ມີພະນັກງານ​ຈີນ​ປະມານ 140 ຄົນ​ເຮັດວຽກ​ຢູ່​ໃນ​ບ່ອນ​ກໍ່ສ້າງ​ດັ່ງກ່າວ ​ເວລາ​ເກີດ​ລະ​ເບີດ​ຂຶ້ນ​ນັ້ນ.

ສະຖານທູດ​ຈີນ​ກ່າວ​ວ່າ​ ພວກ​ພະນັກງານ​ຈີນ​ບາງ​ຄົນ​ໄດ້​ຮັບ​ບາດ​ເຈັບສາຫັດ ​ແລະ​ພະນັກ
ງານ​ຄົນ​ນຶ່ງ​ ຍັງ​ຊອກ​ຫາ​ບໍ່​ເຫັນ.

ພວກ​ພະນັກງານ​ຈີນ​ເຫລົ່າ​ນີ້​ແມ່ນ​ຮວມຢູ່​ໃນ​ຈໍານວນ​ຄົນ​ງານປະມານ 200 ຄົນ​ທີ່​ເສຍ​ຊີວິດ ​ແລະ​ອີກ​ປະມານ 200 ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບໃນເຫດລະ​ເບີດ​ຢູ່​ສາງ​ເກັບ​ອາວຸດ ​ຕັ້ງ​ຢູ່ແຄມ​ແມ່​ນໍ້າຄອງ​ໂກ​ນັ້ນ.

XS
SM
MD
LG