ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປ. ທຣຳ ປະກາດຕື່ມອີກ ກ່ຽວກັບ ຂໍ້ຕົກລົງ ກັບເມັກຊິໂກ ແຕ່ບໍ່ໄດ້ລະບຸ ແມ່ນເລື້ອງຫຍັງ


ຄຳເວົ້າທີ່ວ່າ "Tijuana, Mexico" ຕັ້ງຢູ່ຟາກເບື້ອງຊາຍແດນ ຂອງເມັກຊິໂກ ທີ່ຕິດກັບຊາຍແດນສະຫະລັດ ບ່ອນທີ່ພວກຄົນເຂົ້າເມືອງ ຈະເຂົ້າມາຍື່ນເອກກະສານຂໍລີ້ໄພ, ທີ່ເມືອງທີຮວນນາ ຂອງເມັກຊິໂກ, ວັນທີ 9 ມິຖຸນາ 2019.
ຄຳເວົ້າທີ່ວ່າ "Tijuana, Mexico" ຕັ້ງຢູ່ຟາກເບື້ອງຊາຍແດນ ຂອງເມັກຊິໂກ ທີ່ຕິດກັບຊາຍແດນສະຫະລັດ ບ່ອນທີ່ພວກຄົນເຂົ້າເມືອງ ຈະເຂົ້າມາຍື່ນເອກກະສານຂໍລີ້ໄພ, ທີ່ເມືອງທີຮວນນາ ຂອງເມັກຊິໂກ, ວັນທີ 9 ມິຖຸນາ 2019.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ປະເຊີນກັບຄຳຖາມຕ່າງໆ ໃນຕອນ
ທ່ຽງວັນຈັນວານນີ້ ກ່ຽວກັບການຕົກລົງ ທີ່ຫາກໍບັນລຸກັບເມັກຊິໂກເມື່ອບໍ່ດົນມານີ້ ເພື່ອ
ໃຫ້ເມັກຊິໂກຄວບຄຸບເລື້ອງຄົນເຂົ້າເມືອງ ແຕ່ໄດ້ໃຫ້ຄຳຕອບ ທີ່ບໍ່ຄ່ອຍຈະແຈ້ງ ກ່ຽວ
ກັບວ່າ ສິ່ງທີ່ທ່ານບໍ່ໄດ້ເປີດເຜີຍ ໃນບາງສ່ວນຂອງຂໍ້ຕົກລົງດັ່ງກ່າວ ໃນເວລາທີ່ທ່ານ
ໄດ້ຖະແຫລງກັບບັນດານັກຂ່າວ.

ທ່ານທຣຳ ໄດ້ຕອບວ່າ “ມັນເປັນພຽງພາກສ່ວນນຶ່ງຂອງສິ່ງທີ່ພວກເຮົາໄດ້ເຮັດໄປ”
ຢູ່ທີ່ເດີ່ນຫຍ້າກ້ຳໃຕ້ຂອງທຳນຽບຂາວ ໃນລະຫວ່າງຊ່ວງໄລຍະສັ້ນໆໃນ ງານລ້ຽງ
ເປັນກຽດໃຫ້ແກ່ທີມລົດແຂ່ງ ທີ່ໄດ້ຮັບໄຊ້ຊະນະການແຂ່ງຂັນ Indianapolis 500
ໃນປີນີ້.

ເມື່ອວີໂອເອ ໄດ້ສອບຖາມວ່າ ເປັນຍ້ອນຫຍັງ ຖ້າຫາກມີຂໍ້ຕົກລົງກັນເຊັ່ນ ເມັກຊິໂກ
ຈຶ່ງໄດ້ປະຕິເສດ ທ່ານທຣຳ ໄດ້ຕອບວ່າ “ຂ້າພະເຈົ້າບໍ່ຄຶດວ່າ ພວກເຂົາເຈົ້າ ຈະບໍ່ ສາມາດປະຕິເສດໄດ້ອີກດົນດອກ. ທຸກຢ່າງໄດ້ສຳເລັດແລ້ວ.”

ສະນັ້ນຈຶ່ງໄດ້ເກີດຄວາມສັບສົນແລະຄວາມບໍ່ເພິ່ງພໍໃຈ ໃນທັງສອງກ້ຳສອງຝ່າຍຂອງ
ຊາຍແດນ ຫຼັງຈາກທີ່ທ່ານທຣຳ ໄດ້ອ້າງເມື່ອຕອນເຊົ້າວັນຈັນວານນີ້ວ່າ ສະຫະລັດ
ໄດ້ລົງນາມໃນສິ່ງທີ່ທ່ານເອີ້ນວ່າ “ເປັນອີກສ່ວນນຶ່ງທີ່ສຳຄັນ ຂອງການຕົກລົງກ່ຽວກັບ
ເລື້ອງຄົນເຂົ້າເມືອງ ແລະຄວາມໝັ້ນຄົງ ກັບເມັກຊິໂກ.”

ສ່ວນບັນດາເຈົ້າໜ້າທີ່ຂອງເມັກຊິໂກ ໃນວັນຈັນວານນີ້ ໄດ້ປະຕິເສດຕໍ່ຂໍ້ຕົກລົງໃດໆ
ເຊັ່ນນັ້ນ ກ່ຽວກັບການຄວບຄຸມພວກຄົນເຂົ້າເມືອງ.

ມັນອາດກ່ຽວຂ້ອງ ກັບແຜນການສຳລັບຂໍ້ຕົກລົງຂໍລີ້ໄພຢູ່ໃນພາກພື້ນ ຖ້າຫາກມາດຕະ
ການບັງຄັບໃຊ້ຂໍ້ຕົກລົງ ທີ່ໄດ້ຕົກລົງກັນເມື່ອສັບປະດາແລ້ວນີ້ ລະຫວ່າງ ວໍຊິງຕັນແລະ
ເມັກຊິໂກຊີຕີນັ້ນ ບໍ່ສາມາດຍຸຕິການຫລັ່ງໄຫລມາ ຂອງພວກຄົນ​ເຂົ້າ​ເມືອງຈາກ
ອາເມຣິກາກາງ ເພື່ອເຂົ້າມາຍັງສະຫະລັດ.

ລັດຖະມົນຕີວ່າການຕ່າງປະເທດຂອງເມັກຊິໂກ ທ່ານມາແຊໂລ ອີບຣາດ ໄດ້ກ່າວຕໍ່
ບັນດານັກຂ່າວໃນວັນຈັນວານນີ້ວ່າ “ພວກເຮົາເຊື່ອໝັ້ນວ່າ ມາດຕະການຕ່າງໆ
ທີ່ພວກເຮົາໄດ້ສະເໜີໄປນັ້ນ ຈະປະສົບຜົນສຳເລັດ ແຕ່ຖ້າພວກມາດຕະການນັ້ນ
ບໍ່ໄດ້ພົນ ພວກເຮົາກໍຈະຕ້ອງເຂົ້າຮ່ວມ ໃນການປຶກສາຫາລືກັນ ໃນແບບນີ້.”

ທ່ານໄດ້ກ່າວວ່າ ການປຶກສາຫາລືຈະພຽງມີຂຶ້ນ ຫຼັງຈາກເບິ່ງວ່າຂໍ້ຕົກລົງໃນປັດຈຸບັນ
ປະຕິບັດໄດ້ດີຊ່ຳໃດໃນໄລຍະເວລາ 45 ວັນ ແລະທ່ານໄດ້ເນັ້ນຢ້ຳເຖິງ ຄວາມຈຳເປັນ
ທີ່ຈະຕ້ອງໄດ້ພິສູດວ່າ ມາດຕະການຕ່າງໆເຊັ່ນວ່າ ການລົງທຶນ ໃນດ້ານການພັດທະນາ
ບັນດາປະເທດອາເມຣິກາກາງ ເພື່ອວ່າປະຊາຊົນຂອງປະເທດດັ່ງກ່າວ ຈະບໍ່ຮູ້ສຶກຢາກ
ຈະໜີຈາກບ້ານເກີດຂອງພວກເຂົາເຈົ້າ ແລະເດີນທາງຂຶ້ນມາທາງພາກເໜືອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG