ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄະນະສອບສວນຂອງ ລັດຖະບານກາງ ເລີ້ມຮັບຟັງ ຄະດີຍິງໄວລຸ້ນຕາຍ ຢູ່ລັດ ມີຊູຣີ (ວີດີໂອ/ສະໄລດ໌)


Conflicting Accounts Cloud Investigation Into Fatal Police Shooting
please wait

No media source currently available

0:00 0:02:45 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ຄະນະ​ກຳມະການ​ສອບ​ສວນ​ຂອງ​ລັດຖະບານ​ກາງ​ສະຫະລັດ ທີ່
​ລັດ Missouri ທາງ​ພາກ​ກາງຂອງ​ປະ​ເທດ ຈະ​ຮັບ​ຟັງແລະພິຈາ
ລະນາ​ຫລັກ​ຖານ ກ່ຽວ​ກັບ​ເຫດການ​ຍິງ​ໄວ​ລຸ້ນຜິວ​ດຳບໍ​່ມີອາວຸດ
​ຄົນ​ນຶ່ງ​ຕາຍ ຢູ່ເມືອງ Ferguson. Chris Simkins ນັກຂ່າວ​ວີ​
ໂອ​ເອ ມີ​ລາຍ​ງານ​ກ່ຽວ​ກັບການ​ສອບ​ສວນ ຄວາມ​ຈິງກ່ຽວ​ກັບ
​ເຫດການ​ຍິງ​ກັນດັ່ງ​ກ່າວ ທີ່​ໄດ້​ກະ​ຕຸ້ນ​ໃຫ້​ມີ​ການ​ປະ​ທ້ວງ​ຢ່າງຮຸນ
​ແຮງ ມາ​ເປັນ​ເວລາ​ຫລາຍ​ມື້​ແລ້ວ​ ​ໃນ​ເມືອງ Ferguson ​ເຂດ​ຊານ
​ນະຄອນ Saint Louis ​ເມືອ​ງ​ຫລວງ ​ແລະ​ເມືອງ​ໃຫຍ່ສຸດ​ຂອງ​ລັດ
Missouri ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.

ບັນດາໄອ​ຍະ​ການ​ກຳລັງພິຈາລະນາ​ເບິ່ງ​ຫລັກ​ຖານ ໃນ​ເຫດການ​ຍິງ​ທ້າວ Michael
Brown ​ໄວ 18 ປີ ຕາຍ ​ໂດຍ​ທ້າວ Darren Wilson ຕຳຫລວດ​ເມືອງ Ferguson ລັດ Missouri.

ນັບ​ແຕ່ເກີດເຫດການ​ດັ່ງກ່າວເປັນ​ຕົ້ນ​ມາ ຊາວ​ເມືອງ Ferguson ຊຶ່ງ​ເປັນ​ຄົນ​ຜິວ​ດຳ​
ໂດຍ​ສ່ວນ​ໃຫຍ່​ນັ້ນ ​ໄດ້​ພາກັນ​ທວງ​ເອົາ​ຄຳ​ຕອບ ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ.

ນາງ Lesley McSpadden ​ແມ່​ຂອງ​ທ້າວ Brown ກ່າວ​ວ່າ ລູກ​ຊາຍ​ຂອງ​ລາວ ຖືກ​ຄາດ
ຕະກຳ ​ແລະ​ຕ້ອງ​ການ​ໃຫ້​ມີ​ການ​ສືບສວນ​ສອບ​ສວນ ຢ່າງ​ລະອຽດ​ຖີ່​ຖ້ວນ.

ນາງ Lesley McSpadden ​ເວົ້າ​ວ່າ “ຢາກ​ໃຫ້​ມີ​ຄວາມ​ຍຸດຕິ​ທຳ ​ແລະ​ຈັບ​ຜູ້​ຊາຍ​
ຄົນ​ນີ້​ ​ແລະ​ເຮັດ​ໃຫ້​ລາວ​ຮັບຜິດຊອບ ຕໍ່​ສິ່ງ​ທີ່​ລາວ​ໄດ້​ກະທຳ.”


ມີ​ຄຳ​ບອກ​ເລົ່າ​ທີ່​ຂັດ​ແຍ້​ງກັນ ກ່ຽວ​ກັບ​ສະຖານະ​ການ​ທີ່​ນຳ​ໄປ​ສູ່​ການເສຍ​ຊີວິດ ຂອງທ້າວ Michael Brown ນັ້ນ.

ຕຳຫລວດ​ໄດ້​ເອົາພາບ​ຈາກ​ກ້ອງວົງ​ຈອນ​ປິດອອກ​ເຜີຍ​ແຜ່ ທີ່​ກ່າວ​ກັນ​ວ່າ​ ສ​ະແດງ​ໃຫ້​
ເຫັນທ້າວ Michael Brown ລັກ​ເອົາ​ຢາສູບ​ຊີ​ກາຣ໌ ຢູ່​ຮ້ານ​ສະ​ດວກ​ຊື້​ແຫ່ງ​ນຶ່ງ ບໍ່​ດົນ​ກ່ອນ
ຖືກ​ຍິງຕາຍ. ​ແຕ່​ພວກເຈົ້າ​ໜ້າ​ທີ່ສື​ບສວນ​ເວົ້າ​ວ່າ ນັ້ນ​ບໍ່​ແມ່ນ​ເຫດຜົນ​ທີ່​ນາຍ​ຕຳຫລວດ
Wilson ຊຶ່ງ​ກຳລັງປະຕິບັດ​ໜ້າ​ທີ່​ລາດຕະ​ເວນ​ຢູ່​ນັ້ນ ຢຸດ​ລົດ​ ແລ້ວ​ລົງ​ໄປ​ຫາທ້າວ Michael
ເວລາລາວ​ເຫັນຜູ້ກ່ຽວ ຍ່າງ​ຢູ່​ຫົນທາງ.

ພວກ​ສືບສວນ​ເວົ້າ​ວ່າ ​ໃນ​ຈຸດ​ໃດ​ຈຸດ​ນຶ່ງ ທ້າວ Michael ​ໄດ້​ຍູ້​ນາຍ​ຕຳຫລວດ Wilson ​
ເຂົ້າ​ໄປ​ໃນ​ລົດ​ລາດຕະ​ເວນ​ຂອງ​ລາວ ​ແລະ​ທຳ​ຮ້າຍ​ຮ່າງກາຍ​ລາວ ​ໃນ​ລະຫວ່າງ​ການ​ຕໍ່ສູ້
ກັນ. ຕໍ່​ມາ ​ໄດ້​ມີ​ສຽງປືນ ຢ່າງ​ນ້ອຍ​ນັດ​ນຶ່ງ ດັງ​ຂຶ້ນຢູ່ໃນ​ລົດ. ທ່ານ Jon Belmar ຫົວໜ້າ
​ຕຳຫລວດ​ ເຂດ Saint Louis County ກ່າວ​ດັ່ງ​ນີ້:

“ພວກ​ເຮົາ​ເຂົ້າ​ໃຈ​ວ່າ ​ໃນ​ຈຸດ​ນີ້​ຂອງ​ການ​ສວບ​ສວນ​ນັ້ນ ​ໄດ້​ມີ​ການ​ຍາດແຍ່ງກັນ
​ເອົາ​ປືນ​ຂອງ​ຕຳຫລວດ ຢູ່​ທາງ​ໃນ​ລົດ.”

ຕຳຫລວດ​ເວົ້າ​ວ່າ ທ້າວ Wilson ມີ​ຮອຍຊ້ຳຂອງ​ການ​ຖືກ​ຊົກ​ຕີ​ ຢູ່​ໜ້າ​ຂອງ​ລາວ ​ແຕ່​ພວກ​
ທີ່​ເຫັນ​ເຫດການກັບ​ບັນ​ລະ​ຍາຍ​ພາບ ​ທີ່​ແຕກ​ຕ່າງ​ໄປ.

ນາງ Tiffany ​Mitchell ​ເວົ້າ​ວ່າ: “​ເດັກ​ຊາຍ​ຄົນ​ນັ້ນ ພະຍາຍາມ​ຈະເອົາ​ໂຕ​ເອງ
ອອກ​ມາ​ຈາກ​ນາຍ​ຕຳຫລວດ ​ແຕ່​ນາຍ​ຕຳຫລວດ​ພະຍາ​ຍາມ​ຈະ​ດຶງ​ລາວ ​ເຂົ້າ
​ໄປ​ໃນ​ລົດ.”


ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ ​ແມ່ນ​ຫຍັງ​ເກີດ​ຂຶ້ນ​ໃນ​ເວລາ​ຕໍ່​ມາ ​ແຕ່​ພິຍານ​ຄົນ​ອື່ນໆ​ເວົ້າ​ວ່າ ທ້າວ
Michael Brown ​ໄດ້​ແລ່ນ​ໜີ​ຈາກ​ນາຍ​ຕຳຫລວດ ຫລັງ​ຈາກ​ຖືກ​ຍິງ​ແລ້ວ.

ນາງ Piaget Crenshaw ​ເວົ້າ​ວ່າ: “ລາວ​ແລ່ນ​ໜີ ​ແລ້ວ​ລາວ​ກໍ​ຢຸດ ຫັນ​ໜ້າກັບ​ຄືນ​ມາ
ແລະ​ຍົກ​ແຂນ​ຂຶ້ນ. ລາວ​ມີ​ແຕ່​ຢຸດ ​ແລະຍົກ​ມື​ຂຶ້ນ ຫລັງ​ຈາກ​ຖືກ​ຍິງ​ຊ້ຳ​ແລ້ວ​ຊ້ຳ​ອີກ.”


ບັນດາ​ທະນາຍຄວາມ​ຂອງ​ຄອບຄົວ​ທ້າວ Michael Brown ​ໄດ້​ເປີດ​ເຜີຍ ຜົນ​ຂອງ​ການ
ສັນ​ນະ​ສູດ​ສົບ​ ໂດຍ​ພວກ​ສັນ​ນະ​ສູດ​ທີ່​ເປັນ​ອິດ​ສະລະ ທີ່​ຊີ້​ບອກ​ວ່າ ທ້າວ Michael ຊຶ່ງ​ບໍ່
​ມີອາວຸດ​ຕິດ​ຕົວ​ນັ້ນ ​ໄດ້​ຖືກ​ຍິງ ຫລາຍໆ​ນັດ ຈາກ​ທາງໜ້າ ຮວມທັງ​ສອງ​ນັດ​ຢູ່​ທີ່​ຫົວ. ການ
​ສັນ​ນະ​ສູດ​ບໍ່​ພົບ​ເຫັນ​ຮ່ອງຮອຍ​ຂອງ​ການ​ຕໍ່ສູ້​ໃດ​ໆ ລະຫວ່າງທ້າວ Michael ກັບຕຳຫລວດ Wilson. ທະນາຍຄວາມ​ຂອງ​ຄອບຄົວ Brown ທ່ານ Benjamin Crump ກ່າວ​ວ່າ:

“ນີ້​ແມ່ນ​ພິສູດ​ໃຫ້​ເຫັນ​ວ່າ ຄຳ​ບອກ​ເລົ່າ​ຂອງ​ພວກ​ພິຍານ​ນັ້ນ ​ເປັນຄວາມ​ຈິງທີ່​ວ່າ
ລາວ ກໍ​ຄືທ້າວ
Michael Brown ຖືກ​ຍິງ​ຫລາຍໆ​ນັດ.”

​ໄດ້​ມີ​ການ​ສັນ​ນະ​ສູດ​ສົບຂອງທ້າວ Michael ​ອີກ​ສອງ​ຄັ້ງ​ຕ່າງ​ກັນ ໂດ​ຍບັນດາ​ເຈົ້າ​ໜ້າ
​ທີ່​ສືບສວນ​ສອບ​ສວນ​ຂອງ​ອຳນາດ​ປົກຄອງ​ທ້ອງ​ຖິ່ນ ແລະຂອງ​ລັດຖະບານ​ກາງ.

​ໃນ​ຂະນະ​ດຽວ​ກັນ ພວກ​ໝູ່​ເພື່ອ​ນຂອງ​ນາຍ​ຕຳຫລວດ Darren Wilson ​ເວົ້າ​ວ່າ ລາວ
ໄດ້ບອກ​ເຂົາ​ເຈົ້າ ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ລາວ​ຍິງ​ພວກກະ​ສູນນັດ​ສຸດ​ທ້າ​ຍນັ້ນ​ອອກ​ໄປ ​ໃນ
ຂະນະ​ທີ່​ທ້າວ Michael ກຳລັງ​ຈະ​ກະ​ໂດດ​ເຂົ້າ​ໃສ່​ລາວ. ​ແຕ່​ວ່າ​ພວກ​ເຈົ້າ​ໜ້າ​ທີ່​ສອບ​
ສວນ​ບໍ່​ໄດ້ ຢືນຢັນ​ຂໍ້​ນີ້.

ບັນດາ​ນັກວິ​ເຄາະ​ດ້ານ​ກົດໝາຍກ່າວ​ວ່າ ຫລັກ​ຖານ​ທີ່​ພວກໄອ​ຍະ​ການ​ນຳ​ສະ​ເໜີ​ ຕໍ່
ຄະນະກຳມະການ​ສອບ​ສວນ​ຂອງ​ລັດະ​ບານ​ກາງນັ້ນ ຈະ​ເປັນປັດ​ໃຈ​ສຳຄັນໃນ​ການ​ລົງ
ຄວາມເຫັນວ່າ ນາຍ​ຕຳຫລວດ Darren Wilson ສົມຄວນ​ຈະຖືກ​ກ່າວ​ຫາ ​ແລະ​ຟ້ອງ
​ຮ້ອງ ໃນຂໍ້ຫາກະທຳ​ຄວາມ​ຜິດ​ອາຍາ ​ໃນ​ການ​ຍິງ​ທ້າວ Michael Brown ຕາຍ​ຫລື​ບໍ່.

Embattled Ferguson Unites in Call for Justice, Peace
please wait

No media source currently available

0:00 0:02:47 0:00

XS
SM
MD
LG