ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຂັດແຍ່ງໃນຊູດານ ມີຂອບເຂດ ແລະ ຄວາມໂຫດຮ້າຍ ເພີ້ມຫຼາຍຂຶ້ນ ໃນຂະນະທີ່ໂລກ ຍັງຄົງມິດງຽບຢູ່


ແຟ້ມພາບ - ຮູບພາຍທີ່ຖ່າຍໃນວັນທີ 16 ມິຖຸນາ 2023, ສະແດງໃຫ້ເຫັນຊາກສົບທີ່ໄດ້ຖືກປົກໄວ້ ຢູ່ໃຫ້ບ້ານເຮືອນ ໃນນະຄອນຫຼວງ ແອລ ເຈເນນາ (El Geneina) ຂອງ ດາຟົວ ຕາເວັນຕົກ, ທ່າມກາງການຕໍ່ສູ້ກັນຢ່າງຕໍ່ເນື່ອງ ໃນຊູດານ ທີ່ເສຍຫາຍຈາກສົງຄວາມ
ແຟ້ມພາບ - ຮູບພາຍທີ່ຖ່າຍໃນວັນທີ 16 ມິຖຸນາ 2023, ສະແດງໃຫ້ເຫັນຊາກສົບທີ່ໄດ້ຖືກປົກໄວ້ ຢູ່ໃຫ້ບ້ານເຮືອນ ໃນນະຄອນຫຼວງ ແອລ ເຈເນນາ (El Geneina) ຂອງ ດາຟົວ ຕາເວັນຕົກ, ທ່າມກາງການຕໍ່ສູ້ກັນຢ່າງຕໍ່ເນື່ອງ ໃນຊູດານ ທີ່ເສຍຫາຍຈາກສົງຄວາມ

ເຈົ້າໜ້າທີ່ອະວຸໂສດ້ານອົບພະຍົບຂອງອົງການສະຫະປະຊາຊາດໃນວັນອັງຄານ ວານນີ້ ໄດ້ເຕືອນວ່າ “ວິກິດການດ້ານມະນຸດສະທຳ ທີ່ບໍ່ສາມາດຈິນຕະນາການໄດ້” ກຳລັງແຜ່ລາມອອກໄປໃນຊູດານ, ໂດຍມີຫລາຍລ້ານຄົນ ຖືກບັງຄັບໃຫ້ຍົກຍ້າຍອອກຈາກບ້ານເຮືອນຂອງເຂົາເຈົ້າ ເນື່ອງຈາກຄວາມຂັດແຍ່ງທີ່ຮ້າຍແຮງຂຶ້ນ.

"ສິ່ງທີ່ຂ້າພະເຈົ້າເຫັນແມ່ນຄວາມສິ້ນຫວັງ, ຄວາມຕ້ອງການດ້ານມະນຸດສະທຳທີ່ບໍ່ສາມາດຈິນຕະນາການໄດ້ ແລະຄວາມຢ້ານກົວໃນສາຍຕາຂອງປະຊາຊົນຈຳນວນຫຼາຍ," ທ່ານນາງ ໂດມິນິກ ໄຮ (Dominique Hyde), ຜູ້ອຳນວຍ ການຝ່າຍພົວພັນຕ່າງປະເທດຂອງ UNHCR ກ່າວ. "ນີ້ແມ່ນສົງຄາມທີ່ເກີດຂຶ້ນໂດຍບໍ່ມີການເຕືອນໄພລ່ວງໜ້າ ແລະໄດ້ປ່ຽນບ້ານເຮືອນຂອງຊາວຊູດານທີ່ເຄີຍສະຫງົບສຸກໃນເມື່ອກ່ອນ ໃຫ້ກາຍເປັນສຸສານ."

ທ່ານນາງໄຮ (Hyde) ໄດ້ກັບຄືນມາຈາກການຢ້ຽມຢາມລັດ White Nile ຂອງຊູດານ ເປັນເວລານຶ່ງອາທິດ ລວມເຖິງເຂດຊາຍແດນ ແລະເຂດອື່ນໆ ໃນຊູດານໃຕ້. ທ່ານນາງກ່າວວ່າ ການປະທະກັນມີຂອບເຂດແລະຄວາມໂຫດຮ້າຍ ເພີ້ມຫຼາຍຂຶ້ນ ໃນຂະນະທີ່ໂລກຍັງຄົງ “ມິດງຽບຢ່າງໜ້າອັບອາຍ, ເຖິງແມ່ນວ່າການລະເມີດກົດໝາຍມະນຸດສະທຳສາກົນ ຈະຍັງຄົງບໍ່ມີການຮັບໂທດກໍຕາມ”

ນັບຕັ້ງແຕ່ການປະທະກັນເກີດຂຶ້ນໃນວັນທີ 15 ເດືອນເມສາ ລະຫວ່າງກອງທັບຊູດານ ແລະກໍາລັງເຄື່ອນທີ່ວ່ອງໄວ, ຊຶ່ງ UNHCR ລາຍງານວ່າ ມີປະຊາຊົນ 4.5 ລ້ານຄົນ ໄດ້ຖືກຍົກຍ້າຍຢູ່ໃນຊູດານ, ໃນຂະນະທີ່ 1.2 ລ້ານຄົນ ໄດ້ຫນີໄປປະເທດເພື່ອນບ້ານ, ລວມທັງ ຊາດ (Chad), ອີຈິບ, ຊູດານໃຕ້, ເອທິໂອເປຍ, ແລະ ສາທາລະນະລັດອາຟຣິກາກາງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG