ລິ້ງ ສຳຫລັບເຂົ້າຫາ

logo-print

ຄວາມຂັດແຍ້ງກັນ ແລະການລະບາດ ຂອງໄວຣັສໂຄໂຣນາ ເປັນໄພຂົ່ມຂູ່ ຕໍ່ການປົກປ້ອງອົບພະຍົບ


ທ່ານ Filippo Grandi, ຂ້າຫລວງໃຫຍ່ດ້ານອົບພະຍົບອົງການສະຫະປະຊາຊາດ ກ່າວຄໍາປາໄສຢູ່ພິທີເປີດກອງປະຊຸມຄະນະບໍລິຫານງານດ້ານອົບພະຍົບສະໄໝທີ 71 ຂອງອົງການສະຫະປະຊາຊາດ ໃນວັນທີ 5 ຕຸລາ, 2020 ຢູ່ນະຄອນເຈນີວາ, ສະວິດເຊີແລນ

ຂ້າຫລວງໃຫຍ່ດ້ານອົບພະຍົບຂອງອົງການສະຫະປະຊາຊາດ ທ່ານ ຟີລິບໂປ ການດີ (Filippo Grandi) ກ່າວເຕືອນວ່າ ການລະບາດຂອງໄວຣັສ ໂຄໂຣນາແມ່ນເປັນການທ້າທາຍ ແລະໄພການຂົ່ມຂູ່ຕໍ່ການປົກປ້ອງຊາວອົບພະຍົບ ໃນຂະນະທີ່ຄວາມຂັດແຍ້ງກຳລັງແຜ່ລາມອອກໄປໃນຫຼາຍພື້ນທີ່ຂອງໂລກຢູ່ນີ້. ຂ້າຫຼວງໃຫຍ່ດ້ານອົບພະຍົບ ກ່າວໃນພິທີເປີດກອງປະຊຸມຄະນະກຳມະ ການບໍລິຫານງານປະຈຳປີ ຂອງອົງການດັ່ງກ່າວ ຢູ່ທີ່ນະຄອນເຈນີວາ. Lisa Schlein ມີລາຍງານເພີ່ມເຕີມໃຫ້ແກ່ວີໂອເອ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ກອງປະຊຸມດັ່ງກ່າວ ເປີດຂຶ້ນທ່າມກາງການແຜ່ລະບາດ ທີ່ມີຜູ້ຕິດເຊື້ອພະຍາດຫຼາຍກວ່າ 35 ລ້ານຄົນ ແລະເສຍຊີວິດຫຼາຍກວ່ານຶ່ງລ້ານຄົນຢູ່. ຂ້າຫລວງໃຫຍ່ດ້ານອົບພະຍົບຂອງອົງການສະຫະປະຊາຊາດ ຫລື UNHCR, ທ່ານຟີລິບໂປການດີ (Filippo Grandi) ກ່າວວ່າ ມາຮອດປັດຈຸບັນນີ້, ການລະບາດຢ່າງໃຫຍ່ຢູ່ສູນອົບພະຍົບທີ່ໃຫຍ່ໆ ທັງຫລາຍໄດ້ຖືກປ້ອງກັນໄວ້ແລ້ວ. ແຕ່ທ່ານສັງ ເກດເຫັນວ່າ ຄວາມສ່ຽງຂອງການຕິດແປດແມ່ນໃຫຍ່ຫຼວງຫລາຍ.

ທ່ານກ່າວວ່າທຸກຄົນຕ້ອງລະມັດລະວັງ, ໂດຍສະເພາະໃນຂະນະທີ່ໂຣກລະບາດບໍ່ເຮັດໃຫ້ສົງຄາມຍຸຕິລົງຢູ່ນີ້, ເຊິ່ງເຮັດໃຫ້ຈຳນວນຜູ້ຍົກຍ້າຍຖິ່ນຖານ ທີ່ຖືກບັງຄັບໃຫ້ໜີຈາກບ້ານເຮືອນ ແມ່ນມີສູງຂຶ້ນເກືອບຮອດ 80 ລ້ານຄົນແລ້ວ. ທ່ານກ່າວວ່າເຂດ Sahel ໃນພາກກາງຂອງທະວີບອາຟຣິກາ ແມ່ນນຶ່ງໃນວິກິດທາງດ້ານການເມືອງ ແລະມະນຸດສະທຳທີ່ໜ້າເປັນຫ່ວງທີ່ສຸດໃນໂລກ. ແຕ່ກໍສັງເກດເຫັນວ່າມີອັນອື່ນອີກຫລາຍຢ່າງ.

ທ່ານກ່າວເຖິງການຍົກຍ້າຍຖິ່ນຖານທີ່ເກີດຈາກຂໍ້ຂັດແຍ່ງໃໝ່ໃນບັນດາຈຸດສູ້ກັນຢ່າງຟົດເດືອດ ເຊັ່ນໂມຊໍາບິກ (Mozambique), ການປະທະກັນລະຫວ່າງປະ ເທດອາເມເນຍ (Armenia) ແລະອາເຊີບາຍຈານ (Azerbaijan), ການໃຊ້ຄວາມຮຸນແຮງ ແລະການລະເມີດສິດທິມະນຸດໃນນີກາຣາກົວ (Nicaragua), ແລະສະຖານະການໃນເຢເມນ, ບ່ອນທີ່ຄວາມຢ້ານກົວ ກ່ຽວກັບຄວາມອຶດຢາກໃນປັດຈຸບັນນີ້ ໄດ້ເພີ້ມຂຶ້ນທ່າມກາງການແຜ່ລະບາດ ຂອງພະຍາດໂຄວິດ-19.

“ລັດຖະບານຂອງບັນດາປະເທດໃນທົ່ວໂລກ ໄດ້ໃຊ້ມາດຕະການທີ່ເຄັ່ງຄັດເພື່ອຢຸດການແຜ່ລະບາດ ຂອງເຊື້ອໄວຣັສໂຄໂຣນາ, ມັກຈະປິດຊາຍແດນໄວ້. ແນ່ ນອນ, ຂໍ້ຈຳກັດບາງຢ່າງແມ່ນຈຳເປັນຕ້ອງໄດ້ເຮັດ. ແຕ່…ການຍຸຕິໄວຣັສ ແລະການໃຫ້ປ້ອງກັນບໍ່ແມ່ນ ກໍຈະຕ້ອງບໍ່ແມ່ນສົມຜົນທີ່ບໍ່ອອກມາແບບບໍ່ມີປະໂຫຍດ ຫຍັງເລີຍ. ທັງສອງເປັນໄປແມ່ນສາມາດເປັນໄປໄດ້ ແລະຊີວິດກໍສາມາດໄດ້ຮັບການກອບກູ້ໄວ້ໄດ້.”

ທ່ານແກຣນດີ (Grandi) ກ່າວວ່າ ຫຼາຍກວ່າ 110 ປະເທດພົບຫຼາຍວິທີທີ່ຈະເຮັດໃຫ້ລະບົບລີ້ໄພໃຊ້ໄດ້ຜົນໃນຂະນະທີ່ມີການລະມັດລະວັງດ້ານສຸຂະພາບທີ່ຈຳເປັນ. ທ່ານກ່າວວ່າ UNHCR ໄດ້ຊ່ວຍເຫຼືອປະເທດຕ່າງໆ ໃນການປົກປ້ອງຊາວອົບພະຍົບເມື່ອມີການຫລັ່ງໄຫຼຂອງຄົນເຂົ້າມາຢ່າງຫຼວງຫຼາຍ. ຍົກຕົວຢ່າງ, ທ່ານກ່າວວ່າ ອູການດາ, ເຊິ່ງເປັນເຈົ້າພາບຮັບເອົາຊາວອົບພະຍົບຫຼາຍກວ່າ 1 ລ້ານ 4 ແສນຄົນ, ໄດ້ເປີດຊາຍແດນຂອງຕົນຄືນເພື່ອຈະອະນຸຍາດໃຫ້ 3,000 ຄົນ ທີ່ຫຼົບໜີຈາກການປະທະກັນດ້ວຍກໍາລັງປະກອບອາວຸດ ທີ່ກັນດານເຖິງຊີວິດ ຢູ່ໃນສາທາລະນະລັດຄອງໂກນັ້ນເຂົ້າໄປໄດ້.

ທ່ານຮັບຮູ້ເຖິງຄວາມຫຍຸ້ງຍາກທີ່ປະເທດຕ່າງໆ ປະເຊີນຢູ່ ແຕ່ກໍກ່າວວ່າ ການປິດປະຕູບໍ່ໃຫ້ປະຊາຊົນທີ່ໜີຈາກສົງຄາມ ແລະການຂົ່ມເຫັງບໍ່ແມ່ນທາງອອກເລີຍ.
“ປະຊາຊົນຈະສືບຕໍ່ຫລົບໜີເວັ້ນເສຍແຕ່ວ່າ ສາຍເຫດຕົ້ນຕໍທີ່ພາໃຫ້ມີກການສູ້ລົບຂອງພວກເຂົາຈະຖືກແກ້ໄຂ. ການຫຼຸດຜ່ອນຄວາມສາມາດ ໃນການຄົ້ນຫາແລະກູ້ໄພ, ຫລື ຂັດຂວາງຜູ້ທີ່ມີສ່ວນກ່ຽວຂ້ອງກັນການຊ່ວຍຊີວິດຂອງຄົນອື່ນ, ຫຼືການຜັກດັນຄົນຄືນໂດຍບໍ່ມີການດຳເນີນການຢ່າງຖືກຕ້ອງ, ຈະບໍ່ເຮັດໃຫ້ຄົນຢຸດເຊົາການຍົກຍ້າຍໄດ້; ມັນມີແຕ່ຈະນຳໄປສູ່ການເສຍຊີວິດຫຼາຍຂຶ້ນ ແລະການເສື່ອມການປົກປ້ອງຊາວອົບພະຍົບລົງຕື່ມອີກ.”

ຂ້າຫລວງໃຫຍ່ແກຣນດີ (Grandi) ກ່າວວ່າ ຄວາມບໍ່ແນ່ນອນຂອງໂລກທີ່ເກີດມາຈາກໂຄວິດ-19 ບໍ່ຄວນກີດຂວາງບໍ່ໃຫ້ບັນດາປະເທດເຊົາຊອກຫາວິທີແກ້ໄຂບັນຫາການຍົກຍ້າຍຖິ່ນຖານແບບຖືກບັງຄັບ. ກົງກັນຂ້າມ, ທ່ານກ່າວວ່າ ໂຣກລະບາດນີ້ ຄວນກະຕຸ້ນພວກເຂົາເຈົ້າໃຫ້ຊ່ວຍເຫຼືອຜູ້ທີ່ມີຄວາມສ່ຽງຫຼາຍທີ່ສຸດໃນຊ່ວງເວລາທີ່ມີຄວາມຕ້ອງການຫຼາຍທີ່ສຸດນີ້.

ທ່ານກ່າວວ່າຊາວອົບພະຍົບສ່ວນໃຫຍ່ແມ່ນຢາກກັບບ້ານ, ແຕ່ວ່າບາງຄົນ ກໍ່ບໍ່ສາມາດເຮັດໄດ້ ແລະຈະບໍ່ກັບໄປເທົ່ານັ້ນ. ໃນຂະນະທີ່ພວກເຂົາເຈົ້າລໍຄອຍວິທີແກ້ໄຂຢູ່ນີ້, ທ່ານກ່າວວ່າຊາວອົບພະຍົບຕ້ອງໄດ້ຮັບການການສຶກສາ, ວຽກເຮັດງານທຳ ແລະໂອກາດອື່ນໆ ເພື່ອໃຫ້ໄດ້ຮັບປະໂຫຍດອັນບົ່ມຊ້ອນສູງສຸດຢູ່ໃນບັນດາປະເທດທີ່ໄປຂໍລີ້ໄພນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG