ສະຫະລັດ ແລະ ພັນທະມິດ ຈາກອົງການສົນທິສັນຍາແອັດແລນຕິກເໜືອ ຫລືເນໂຕ້ ໄດ້ເວົ້າເປັນສຽງດຽວກັນ ໃນການຮຽກຮ້ອງໃຫ້ຣັດເຊຍຫລຸດຜ່ອນຄວາມ ເຄັ່ງຕຶງ ຢູ່ຕາມຊາຍແດນຂອງຢູເຄຣນລົງ ແລະສືບຕໍ່ເຈລະຈາກັນ ກ່ຽວກັບບັນ ຫາຕ່າງໆ ລວມທັງການຄວບຄຸມອາວຸດ.
ເຈົ້າໜ້າທີ່ຣັດເຊຍ ແລະອົງການເນໂຕ້ ໄດ້ພົບປະກັນຢູ່ທີ່ນະຄອນຫລວງບຣັສ ເຊີລສ໌ ໃນວັນພຸດວານນີ້ ໂດຍໄດ້ສຸມໃສ່ການຜ່ອນຄາຍສະຖານະການທີ່ເປັນອັນຕະລາຍຢູ່ຕາມຊາຍແດນ. ສະຫະລັດກ່າວວ່າ ບັນດາປະເທດພັນທະມິດເນໂຕ້ ໄດ້ສະເໜີແນວຄວາມຄິດກ່ຽວກັບການກະທຳທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເພື່ອຫຼຸດຜ່ອນຄວາມສ່ຽງ, ປັບປຸງຄວາມໂປ່ງໃສແລະການສື່ສານ ແລະ ການຄວບຄຸມອາວຸດ.
ຮອງລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານນາງເວນດີ ເຊີແມນ (Wendy Sherman), ຜູ້ນໍາພາຄະນະຜູ້ແທນສະຫະລັດກ່າວວ່າ ກອງປະຊຸມ ເນໂຕ້ກັບຣັດເຊຍ ໄດ້ສິ້ນສຸດລົງດ້ວຍ "ສິ່ງທ້າທາຍຢ່າງແທ້ຈິງ" ສໍາລັບມົສກູ ໃນການຫຼຸດຜ່ອນຄວາມເຄັ່ງຕຶງແລະ "ເລືອກເອົາເສັ້ນທາງການທູດ, ເພື່ອສືບຕໍ່ ການສົນທະນາກັນຢ່າງຈິງໃຈ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເພື່ອວ່າ ເຮັດວຽກຮ່ວມກັນແລ້ວ ພວກເຮົາສາມາດກໍານົດວິທີແກ້ໄຂບັນຫາ ທີ່ເສີມຂະ ຫຍາຍຄວາມໝັ້ນຄົງຂອງທຸກຝ່າຍ."
"ບໍ່ມີຄໍາຫມັ້ນໝາຍທີ່ຈະຫຼຸດລົງ, ແລະກໍບໍ່ມີຖ້ອຍຄໍາທີ່ບອກວ່າຈະບໍ່ມີການຫລຸດລົງເຊັ່ນກັນ," ນັ້ນຄືຄຳເວົ້າ ຂອງທ່ານນາງເຊີແມນ ທີ່ກ່າວຢູ່ໃນກອງປະຊຸມນັກ ຂ່າວໃນວັນພຸດວານນີ້ ພາຍຫຼັງສິ້ນສຸດກອງປະຊຸມທີ່ດຳເນີນໄປເກືອບສີ່ຊົ່ວໂມງ ນັ້ນ.
ທ່ານນາງກ່າວຕື່ມວ່າ ຣັດເຊຍໄດ້ຍິນສຽງດັງແລະຊັດເຈນວ່າ ມັນເປັນການຍາກຫຼາຍທີ່ຈະມີວິທີການທູດ ໃນເວລາທີ່ກຳລັງທະຫານ 100,000 ຄົນຖືກເອົາໄວ້ຢູ່ຕາມຊາຍແດນຂອງຢູເຄຣນ ແລະໃນຂະນະທີ່ການຊ້ອມຍິງປືນຢູ່ບ່ອນທີ່ອາດຈະເປັນສະໜາມລົບແທ້ຈິງກຳລັງດຳເນີນໄປຢູ່.
ເລຂາທິການໃຫຍ່ອົງການເນໂຕ້, ທ່ານເຈນສ໌ ສໂຕລເທນເບີກ (Jens Stoltenberg) ກ່າວວ່າ ທ່ານໄດ້ສະເໜີແນວຄວາມຄິດກ່ຽວກັບການພົບປະກັນຫລາຍຄັ້ງກັບຣັດເຊຍ ຊຶ່ງໄດ້ຂໍເວລາໄປຄຶດແລ້ວຈະກັບຄືນມາພ້ອມກັບຄຳຕອບ.
ທ່ານສໂຕລເທນເບີກ (Stoltenberg) ກ່າວຕໍ່ບັນດານັກຂ່າວໃນນະຄອນຫລວງ ບຣັສເຊີລສ໌ວ່າ "ພັນທະມິດເນໂຕ້ ພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາ ກັບ ຣັດເຊຍ, ແຕ່ພວກເຮົາຈະບໍ່ຍອມຫລົດຫລະ ຕໍ່ຫຼັກການຫຼັກ, ພວກເຮົາ ຈະບໍ່ຍອມເສຍອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງທຸກໆຊາດໃນຢູໂຣບ."